Home ຂ່າວການເມືອງ ຜູ້ບໍລິຫານຊໍາຊຸງ ເຂົ້າພົບທ່ານຮອງນາຍົກລັດຖະມົນຕີ ເພື່ອລາຍງານການດຳເນີນທຸລະກິດ ແລະ ສະໜັບສະໜູນການສະເໜີເມືອງປູຊານເປັນເຈົ້າພາບງານນິທັດສະການໂລກ 2030

ຜູ້ບໍລິຫານຊໍາຊຸງ ເຂົ້າພົບທ່ານຮອງນາຍົກລັດຖະມົນຕີ ເພື່ອລາຍງານການດຳເນີນທຸລະກິດ ແລະ ສະໜັບສະໜູນການສະເໜີເມືອງປູຊານເປັນເຈົ້າພາບງານນິທັດສະການໂລກ 2030

0

ໃນໂອກາດເຂົ້າພົບ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນວັນທີ 29 ກໍລະກົດ 2022 ທີ່ຫ້ອງການກະຊວງການຕ່າງປະເທດ ນະຄອນຫລວງວຽງຈັນ ທ່ານ ຊັງໂຮ ໂຈ ປະທານ ແລະ ເຈົ້າໜ້າທີ່ບໍລິຫານຂອງບໍລິສັດຊໍາຊຸງສາຂາອາຊີຕາເວັນອອກສຽງໃຕ້ ແລະ ໂອຊີອານີ ໄດ້ລາຍງານສະພາບການດຳເນີນທຸລະກິດ ພ້ອມກັບນະວັດຕະກຳຕ່າງໆ ແລະ ຄວາມພະຍາຍາມໃນການຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກລາວ ໂດຍອີງໃສ່ກຸ່ມຜະລິດຕະພັນທີ່ຫລາກຫລາຍ. ພ້ອມກັນນັ້ນ, ຍັງໄດ້ອະທິບາຍຂໍ້ດີຂອງເມືອງປູຊານໃນຖານະເມືອງເຈົ້າພາບໃນການຈັດງານນິທັດສະການໂລກ 2030 (World Expo 2030) ອີກດ້ວຍ. ພ້ອມທັງໄດ້ອະທິບາຍກ່ຽວກັບຕົວຢ່າງນະວັດຕະກຳທີ່ໂດດເດັ່ນຂອງຊໍາຊຸງ ແລະ ກິດຈະກຳຊ່ວຍເຫລືອສັງຄົມໃນທົ່ວໂລກ. ນອກຈາກນີ້ ຊໍາຊຸງຍັງຢາກເປັນຍີ່ຫໍ້ທີ່ຜູ້ບໍລິໂພກລາວເລືອກນຳໃຊ້ຫລາຍທີ່ສຸດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version