Home ຂ່າວໜ້າໜຶ່ງ ສື່ມວນຊົນລາວ ສືບຕໍ່ບຸກບືນໃຫ້ ທັນຍຸກທັນສະໄໝເທື່ອລະກ້າວ

ສື່ມວນຊົນລາວ ສືບຕໍ່ບຸກບືນໃຫ້ ທັນຍຸກທັນສະໄໝເທື່ອລະກ້າວ

0

ຕ້ອນຮັບ ວັນທີ 13 ສິງຫາ 1950 – 13 ສິງຫາ 2022 (ເນື່ອງໃນໂອກາດວັນສື່ມວນຊົນ-ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ 72 ປີ) ທີ່ຈະມາເຖິງນີ້

ໃນເງື່ອນໄຂເຕັກໂນໂລຊີການສື່ສານ ທີ່ທັນສະໄໝ, ການເຊື່ອມໂຍງບໍ່ມີພົມແດນ, ການຮັບ-ສົ່ງຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ເພື່ອຕິດຕໍ່ພົວພັນຊຶ່ງກັນ ແລະ ກັນ ລະຫວ່າງ ຄົນກັບຄົນຢູ່ໃນສັງຄົມ ຊຶ່ງມັນເປັນສິ່ງທ້າທາຍຕໍ່ຂະແໜງສື່ມວນຊົນຫຼາຍທີ່ສຸດ ເພື່ອປັບປຸງ, ພັດທະນາວຽກງານ ຂອງຕົນເອງໃຫ້ມີການພັດທະນາຂຶ້ນ ຕາມການຂະຫຍາຍຕົວທາງດ້ານວິທະຍາສາດ-ເຕັກໂນໂລຊີ, ເພື່ອໃຫ້ສື່ມວນຊົນກາຍເປັນພາຫານະເຊື່ອມໂຍງທີ່ສຳຄັນທາງດ້ານຂໍ້ມູນຂ່າວສານ ເຮັດໃຫ້ຄົນເຮົາສາມາດຮັບຮູ້ທຸກສິ່ງຢ່າງທີ່ເກີດຂຶ້ນ ແລະ ພວມເກີດຂຶ້ນ ຢູ່ໃນໂລກໄດ້ຢ່າງສະດວກ ແລະ ວ່ອງໄວ, ທັງເຮັດໃຫ້ຄົນ ຢູ່ທົ່ວທຸກມູມໂລກຫຍັບມໍ່ເຂົ້າຫາກັນ, ຮຽນຮູ້, ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ. ໃນຍຸກເສດຖະກິດຕະຫຼາດທີ່ມີການແກ່ງແຍ່ງແຂ່ງຂັນກັນສູງນີ້, ສື່ມວນຊົນ ກໍຍິ່ງມີບົດບາດສຳຄັນ ແລະ ມີຄວາມຈຳເປັນຢ່າງຍິ່ງໃນການໂຄສະນາ, ເຜີຍແຜ່ແນວທາງແຜນນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ທັງສົ່ງຂໍ້ມູນຂ່າວສານໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຫດການຕ່າງໆທີ່ເກີດຂຶ້ນຢ່າງວ່ອງໄວທັນໃຈ, ທັງນີ້ກໍເພື່ອປັບຕົວໃຫ້ທັນກັບເຫດການ, ວິວັດທະນາການ ຂອງຍຸກສະໄໝໄດ້ຢ່າງຄ່ອງແຄ້ວ.

ເພື່ອເຮັດໃຫ້ແນວທາງ ຂອງພັກ ແລະ ນະໂຍບາຍຂອງລັດ ລົງສູ່ມະຫາຊົນຢ່າງກວ້າງ ຂວາງນັ້ນ, ຂະແໜງສື່ມວນຊົນລາວ ແມ່ນພາກສ່ວນໜຶ່ງທີ່ສຳຄັນໃນການນຳເອົາວຽກງານແນວຄິດທິດສະດີຕ່າງໆ, ແນວທາງແຜນນະໂຍບາຍ ຂອງພັກ ແລະ ກົດໝາຍ ຂອງລັດ ມາໂຄສະນາເຜີຍ ແຜ່ເພື່ອສຶກສາອົບຮົມ, ປຸກລະດົມແນວຄິດຈິດໃຈຂອງມະຫາຊົນ ໃຫ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ ແລະ ພ້ອມກັນນໍາເອົາໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ດັ່ງນັ້ນ, ສື່ມວນຊົນລາວຈຶ່ງມີບົດບາດສຳ ຄັນ ແລະ ຈຳເປັນຢ່າງຍິ່ງໃນການດຳລົງຊີວິດປະຈຳວັນ ຂອງຄົນເຮົາໃນສັງຄົມ. ສະນັ້ນ, ໃນກອງ ປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ໄດ້ວາງຄາດໝາຍ “ສູ້ຊົນໃນການພັດທະນາວຽກງານຖະແຫຼງຂ່າວ ແລະ ວັດທະນະທໍາ ຕາມທິດຫັນໄປສູ່ຄຸນນະພາບ ແລະ ທັນສະໄໝເທື່ອລະກ້າວ, ເປັນປາກກະບອກສຽງອັນແຫຼມຄົມ ຂອງພັກ-ລັດ, ເປັນເວທີສະແດງຄວາມຄິດເຫັນ ແລະ ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ.

ໃນໄລຍະຜ່ານມາ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານສື່ມວນຊົນຢ່າງໃກ້ຊິດ ໂດຍຜ່ານກົນໄກກອງປະຊຸມປະສານງານຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ກອງປະຊຸມສ່ອງແສງຂ່າວປະຈໍາອາທິດຂອງກະຊວງ ເຮັດໃຫ້ສື່ມວນຊົນປະເພດຕ່າງໆ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາດ້ານປະລິມານ ແລະ ຄຸນນະພາບ, ມີບົດບາດສູງຂຶ້ນ ແລະ ໄດ້ຮັບຄວາມເຊື່ອຖືຈາກສັງຄົມ, ເປັນປາກກະບອກສຽງຂອງພັກ ແລະ ລັດ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໜາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຕໍ່ພາຍໃນ ແລະ ຕ່າງປະເທດຢ່າງຖືກຕ້ອງຕາມກົດໜາຍ ວ່າດ້ວຍສື່ມວນຊົນ ກໍຄືລັກສະນະ ແລະ ວິຊາຂອງສື່ມວນຊົນ, ທັງສຶກສາອົບຮົມ ປຸກລະດົມ ແລະ ຕໍ່ສູ້ໂດຍການສົ່ງຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ການບັນເທີງໄປເຖິງກຸ່ມເປົ້າໝາຍທັງຢູ່ພາຍໃນ ແລະ ຕ່າງປະ ເທດ ໄດ້ໂຄສະນາໃຫ້ແກ່ທຸກເຫດການສໍາຄັນຂອງພັກ, ຂອງຊາດ ແລະ ສາກົນ. ເຜີຍແຜ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X, XI ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX, ສະມາຊິກສະພາປະຊາຊົນແຂວງ-ນະຄອນຫຼວງ ຊຸດທີ II ກົດໜາຍລະບຽບການຕ່າງໆ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ວຽກງານສາມສ້າງ, ກອງປະຊຸມລັດຖະບານປະຈໍາແຕ່ລະເດືອນ, ຄໍາສັ່ງເລກທີ 15/ນຍ, ຄໍາສັ່ງເລກທີ 9/ນຍ, ກອງປະຊຸມດໍາເນີນຊີວິດການເມືອງ ປັບປຸງປົວແປງພັກ, ໂຄສະນາປີທ່ອງທ່ຽວລາວ, ວຽກງານສຶກສາ-ກິລາ, ສາທາລະນະສຸກ, ວຽກດີຄົນເດັ່ນ, ສ່ອງແສງປະກົດການຫຍໍ້ທໍ້ຕ່າງໆ, ຕ້ານອາຊະຍາກໍາຂ້າມຊາດ, ການຄ້າມະນຸດ, ປາບປາມຢາເສບຕິດ, ການແຜ່ລະບາດຂອງພະຍາດໂຄວິດ ແລະ ອື່ນໆ ຜ່ານຫຼາຍຊ່ອງທາງ ດ້ວຍຄວາມວ່ອງໄວ, ຊັດເຈນ, ທົ່ວເຖິງກວ່າເກົ່າ. ດ້ານເນື້ອໃນກໍໄດ້ຮັບການປັບປຸງ ແລະ ພັດທະນາໄປສູ່ຄຸນນະພາບ ແລະ ມາດຕະຖານ ຄ່ອຍໆຫຍັບເຂົ້າໃກ້ກັບສື່ມວນຊົນພາກພື້ນ ແລະ ສາກົນ, ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ເຫດການ, ສະພາບການ ແລະ ການເຄື່ອນໄຫວຊີວິດການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມໃຫ້ແກ່ທົ່ວສັງຄົມ, ຕີຖອຍເລ່ກົນມ້າງເມທໍາລາຍຂອງອິດທິກໍາລັງປໍລະປັກ ແລະ ຖ້ອຍທໍານອງໂຄສະນາໂຈມຕີໃສ່ຮ້າຍປ້າຍສີຂອງສື່ມວນຊົນຕ່າງປະເທດທີ່ບໍ່ຫວັງດີ ເປັນຕົ້ນກ່ຽວກັບການສ້າງເຂື່ອນໄຟຟ້າ, ສິດທິມະນຸດ, ສາສະໜາ, ຊົນເຜົ່າ, ການໃຫ້ສໍາປະທານຊັບພະຍາກອນທໍາມະຊາດ ແລະ ອື່ນໆ.

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ລົງທຶນພັດທະນາພື້ນຖານທາງດ້ານວັດຖຸເຕັກນິກໃຫ້ສື່ມວນຊົນໄປສູ່ຄວາມທັນສະໄໝ, ໜັງສືພິມ, ວິທະຍຸ-ໂທລະພາບ ຄ່ອຍໆຫັນໄປສູ່ລະບົບດີຈີຕອນເທື່ອລະກ້າວ, ສຽງ ແລະ ພາບ ມີຄວາມຊັດເຈນຂຶ້ນກວ່າເກົ່າ, ສາມາດກະ ຈາຍສຽງ ແລະ ພາບ ລວມທັງສື່ອິນເຕີເນດ ກວມເກືອບທຸກທະວີບ ເຮັດໃຫ້ຄົນເຊື້ອຊາດລາວ ໄດ້ຮັບຂໍ້ມູນຂ່າວສານຈາກປະເທດຕົນຢ່າງຕໍ່ເນື່ອງ, ບຸກຄະລາກອນຂອງສື່ມວນຊົນ ກໍໄດ້ຮັບການຝຶກອົບຮົມ ແລະ ກໍ່ສ້າງຢ່າງເປັນລະບົບ.

ມາຮອດປັດຈຸບັນນີ້, ສື່ມວນຊົນລາວໄດ້ມີຜະລິດຕະພັນຄົບຊຸດທຸກປະເພດ ແລະ ມີຈໍານວນເພີ່ມຂຶ້ນທຸກໆປີ, ກ້າວໄປເຖິງການແຂ່ງຂັນ ເຮັດໃຫ້ຄຸນນະພາບດີຂຶ້ນ ທັງມີຫຼາຍທາງເລືອກໃນການຊົມໃຊ້ ແລະ ນັບມື້ຫັນໄປສູ່ຄວາມເປັນມືອາຊີບດ້ານສື່ສານມວນຊົນຫຼາຍຂຶ້ນ. ເຖິງວ່າວຽກງານສື່ມວນຊົນລາວໄດ້ຮັບການພັດທະນາ ແລະ ມີການເຄື່ອນໄຫວຢ່າງມີຜົນສໍາເລັດຫຼາຍດ້ານກໍຕາມ ແຕ່ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນປັດຈຸບັນ ຍຸກແຫ່ງຂໍ້ມູນຂ່າວສານແລ້ວເຫັນວ່າ ສື່ມວນຊົນຢູ່ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຕ້ອງໄດ້ຮັບການປັບປຸງ-ພັດທະນາໃຫ້ສົມຄູ່ກັບການພັດທະນາເສດຖະກິດ-ສັງຄົມ ໃຫ້ດີຂຶ້ນຫຼາຍດ້ານ ໂດຍສະເພາະການຍົກລະດັບດ້ານການເມືອງ-ແນວຄິດ ແລະ ຍົກລະດັບວິຊາສະເພາະໃຫ້ພະນັກງານສື່ມວນຊົນໃນຂອບເຂດທົ່ວປະເທດ, ລົງທຶນສ້າງໂຄງລ່າງພື້ນຖານ ປະກອບອຸປະກອນເຕັກນິກທີ່ທັນສະໄໝໃຫ້ຄົບຊຸດ,ເນື້ອໃນຍັງບໍ່ທັນຕອບສະໜອງຊີວິດເຄື່ອນໄຫວຂອງທົ່ວສັງຄົມ, ໜັກໄປແຕ່ດ້ານຂ່າວພິທີການ, ດ້ານຮູບການຍັງແຫ້ງແລ້ງ, ບາງຄັ້ງການນໍາສະເໜີເຫດການເດັ່ນຍັງຊັກຊ້າ… ການປະຕິບັດນະໂຍບາຍຕໍ່ສື່ມວນຊົນຍັງບໍ່ທັນເຮັດໄດ້ດີ, ເພາະສະນັ້ນ ເພື່ອເຮັດໃຫ້ວຽກງານສື່ມວນຊົນຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີຄວາມຮັບປະກັນ ເຄື່ອນໄຫວຮັບໃຊ້ໜ້າທີ່ການເມືອງຂອງພັກ-ລັດ ກໍຄືຮັບໃຊ້ໃຫ້ແກ່ທົ່ວສັງຄົມຕາມມະຕິຂອງກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຖວທ ວາງອອກ ຄື: ການນໍາພາເຂັ້ມແຂງ, ການຄຸ້ມຄອງສັກສິດ, ຂ່າວສານທັນສະໄໝ, ວັດທະນະທໍາສີວິໄລ, ທ່ອງທ່ຽວຍືນຍົນ ຈະຕ້ອງໄດ້ສົ່ງເສີມປັບປຸງຢ່າງແຂງແຮງ. ສື່ມວນຊົນລາວຈະຕ້ອງໄດ້ສືບຕໍ່ບຸກບືນກ້າວຂຶ້ນໃຫ້ທັນຍຸກທັນສະໄໝເທື່ອລະກ້າວ.

ໂດຍ: ວັນໄຊ ຕະວິນຍານ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version