Home ຂ່າວໜ້າໜຶ່ງ ຜົນການເລືອກຕັ້ງຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ II

ຜົນການເລືອກຕັ້ງຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ II

0

ພາຍຫຼັງດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງໄຊສົມບູນ ມາແຕ່ວັນທີ 9 ກັນຍາ 2025 ມາຮອດ ຕອນເຊົ້າຂອງວັນທີ 10 ກັນຍາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ ສະຫາຍ ປອ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ, ຕາງໜ້າອະນຸກໍາມະການ ກົດລະບຽບ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ລາຍງານຜົນຂອງການເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ໄຊສົມບູນ ສະໄໝທີ II ແລະ ແຈ້ງລາຍຊື່ຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດ ຖະມົນຕີ; ມີບັນດາສະຫາຍ ການນໍາຂອງແຂວງ, ຜູ້ແທນສົມບູນ, ແຂກຖືກເຊີນ ພ້ອມດ້ວຍສື່ມວນຊົນ ຢູ່ສູນກາງ ແລະ ແຂວງ ເຂົ້າຮ່ວມ.

ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງໄຊສົມບູນ ຊຸດໃໝ່, ບົນພື້ນຖານການໃຊ້ສິດປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຖານ-ເງື່ອນໄຂ ທີ່ກຳນົດໄວ້, ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ ຈໍານວນ 35 ສະຫາຍ, ເລືອກເອົາ 31 ສະຫາຍ ຍິງ 3 ສະຫາຍ ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງໄຊສົມບູນ ສະໄໝທີ II ໄດ້ປ່ອນບັດເລືອກຕັ້ງ ຢ່າງປະຊາທິປະໄຕ ແລະ ເປັນເອກະພາບ ເລືອກເອົາຄະນະປະຈໍາພັກແຂວງ 9 ສະຫາຍ, ຍິງ 2 ສະຫາຍ ເຊິ່ງກອງປະຊຸມໄດ້ຕົກລົງຢ່າງເປັນເອກະສັນ ແລະ ມີຄວາມເປັນເອກະພາບສູງເລືອກເອົາ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເປັນເລຂາຄະນະບໍລິຫານງານພັກແຂວງ; ສະຫາຍ ພົຈວ ບົວພັນ ອິນທະປັນຍາ ແລະ ສະຫາຍ ທອງວັນ ທໍາມະວົງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ; ໄດ້ປ່ອນບັດເລືອກຕັ້ງເອົາປະທານ ແລະ ຮອງປະທານກວດກາພັກແຂວງ ຊຶ່ງເລືອກເອົາສະຫາຍ ອຸດອນ ສິງດາລາ ເປັນປະທານກວດກາພັກແຂວງ, ສະຫາຍ ຄໍາເພັດ ດວງມາລາ, ສະຫາຍ ບຸນທະໜອນ ສິດທິນໍລາດ ແລະ ສະຫາຍ ຕຸ້ຍ ອ່ອນດວງພະຈັນ ເປັນຮອງປະທານກວດກາພັກແຂວງ. ພ້ອມດຽວກັນນັ້ນ ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ 16 ສະຫາຍ ແລະ ຜູ້ແທນສໍາຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.

ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງນີ້ ແມ່ນໝາກຜົນລວມຍອດແຫ່ງສະຕິປັນຍາ ແລະ ຄວາມສາມັກຄີເປັນເອກະພາບ ບົນພື້ນຖານການເສີມຂະຫຍາຍປະຊາທິປະໄຕ ອັນເລິກເຊິ່ງກວ້າງຂວາງ, ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບທາງການເມືອງຕໍ່ພັກ, ຕໍ່ພາລະກິດປະຕິວັດ ກໍ່ຄືອະນາຄົດຂອງປະເທດຊາດ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version