Home ທ່ອງທ່ຽວ ນ້ຳຕົກຕາດຫ້ວຍໄຄ້ ອີກຫນຶ່ງສະຖານທີ່ທ່ອງທ່ຽວທີ່ຄວນສໍາຜັດ

ນ້ຳຕົກຕາດຫ້ວຍໄຄ້ ອີກຫນຶ່ງສະຖານທີ່ທ່ອງທ່ຽວທີ່ຄວນສໍາຜັດ

0

ບ້ານຜາວີ ຕັ້ງຢູ່ຫ່າງຈາກເທດສະບານເມືອງຫຼາ, ແຂວງອຸດົມໄຊ ປະມານ 12 ກິໂລແມັດ ມີເສັນທາງຄົມມະນາຄົມເຂົ້າເຖິງທັງສອງລະດູ ແຕ່ເປັນເສັ້ນທາງດິນແດງ ໃນລະດູຝົນການ ໄປ-ມາ, ຫາ-ສູ່ ຂ້ອນຂ້າງລຳບາກ. ບ້ານຜາວີ ເປັນບ້ານຊົນເຜົ່າກຶມມຸ ກວມ 100%, ມີ 40 ຫລັງ ຄາເຮືອນ, ມີປະຊາກອນ 200 ກວ່າຄົນ, ປະຊາຊົນສ່ວນຫຼາຍມີອາຊີບເຮັດໄຮ່, ເຮັດ ສວນ, ປູກເຂົ້າ, ສາລີ, ໝາກຖົ່ວ, ໝາກໄມ້ໃຫ້ໝາກ ແລະ ອື່ນໆ.

ຕາມການເລົ່າຂານຂອງເຖົ້າແກ່ຕໍ່ໆກັນມາກ່ຽວກັບປະຫວັດຂອງບ້ານໃຫ້ຮູ້ວ່າ: ໃນເມື່ອກ່ອນມີຜາຫີນຄ້າຍກັບຮູບວີປົກຢູ່ເທິງໜ້າຜາ ຕອນນັ້ນ ຜາຫີນດັ່ງກ່າວມີຮູເຂົ້າໄປໃນ ແລະໃນຮູນັ້ນ ມີເງິນ-ຄໍາ ຈຳ ນວນຫຼວງຫຼາຍ ບົ່ມຊ້ອນຢູ່ໃນຜາຫີນ. ມາເຖິງປີ 1964 ເນື່ອງຈາກວ່າ ສະພາບແວດລ້ອມ ດິນຟ້າອາກາດມີການປ່ຽນ ແປງ ແລະ ເກີດມີຟ້າຜ່າໃສ່ຜາຫີນ ແລະ ເຮັດໃຫ້ຮູດັ່ງກ່າວຍຸບຕົວລົງ-ສູນຫາຍໄປ. ໄລຍະນັ້ນ ບ້ານຜາວີ ມີຊື່ບ້ານວ່າ: ບ້ານກຸງຣັງ ຕໍ່ມາຈິ່ງໄດ້ປ່ຽນຊື່ມາເປັນ ບ້ານຜາວີ ເບື້ອງຕົ້ນເຂົາເຈົ້າເອີ້ນວ່າ: ເຂດຜາວີ, ຕາແສງຜາວີ ເນື່ອງຈາກວ່າ ເຂດນີ້ບໍ່ມີບ້ານໃດຊື່ ບ້ານຜາວີ ຈາກນັ້ນ ການນຳເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຈິ່ງໄດ້ຄົ້ນຄວ້າປ່ຽນຊື່ບ້ານ ຈາກ ບ້ານກຸງຣັງ ມາເປັນ ບ້ານຜາວີ ໃນປີ 2000 ມາ ເຖິງປະຈຸບັນ.

ບ້ານຜາວີ, ເມືອງຫລາ, ແຂວງອຸດົມໄຊ ຍັງມີທ່າແຮງທາງດ້ານການທ່ອງທ່ຽວ ນອນຢູ່ໃນແຜນພັດທະນາການທ່ອງທ່ຽວຂອງແຂວງ ແລະເມືອງ, ມີກິດຈະກຳການຍ່າງປ່າ ແລະ ເຮືອນພັກແຮມ ຫລື (ໂຮມສະເຕ) ທີ່ເປັນກິດຈະກຳການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ. ບ້ານຜາວີ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊົນເຜົ່າກຶມມຸ, ບໍລິເວນອ້ອມບ້ານ ມີປ່າໄມ້ໃຫຍ່ປົກຄຸມ, ມີທີວທັດທຳມະຊາດທີ່ສວຍສົດງົດງາມ.

ນອກນີ້ ບ້ານຜາວີ ຍັງມີນໍ້າຕົກຕາດ ຫ້ວຍໄຄ້ ເຊີ່ງເປັນນ້ຳຕົກທີສວຍງາມ. ລັກສະນະຂອງຕາດເປັນຫີນຜາ,ມີ ນ້ຳຕົກສອງພັກ, ກ້ວາງ 3 ແມັດ, ສູງປະມານ 5 ຫາ 6 ແມັດ, ມີລັກສະນະເປັນອ່າງນ້ໍາ ເໝາະແກ່ການລອຍຫລິ້ນ. ປະຈຸບັນ ນ້ຳຕົກຕາດຫ້ວຍໄຄ້ ຍັງບໍ່ໄດ້ຮັບການພັດ ທະນາໃຫ້ເປັນແຫຼ່ງທ່ອງທ່ຽວທີ່ສົມບູນ ແຕ່ນັກທ່ອງທ່ຽວສາມາດເຂົ້າໄປທ່ຽວຊົມໄດ້ ໂດຍຜ່ານຄະນະຮັບຜິດຊອບຂັ້ນເມືອງ ແລະ ບ້ານ ເພື່ອອຳນວຍຄວາມສະດວກການໄປທ່ຽວຊົມ. ໃນຕໍ່ໜ້າ ນ້ຳຕົກຕາດຫ້ວຍໄຄ້, ບ້ານຜາວີ, ເມືອງຫລາ ສາມາດເປັນທ່າແຮງ ດຶງດູດນັກທ່ອງ ທ່ຽວ ເຂົ້າໄປທ່ອງທ່ຽວ ແລະນັກທຸລະ ກິດ ເຂົ້າໄປສຳຫລວດຄວາມເປັນໄປໄດ້ ແລະ ລົງທຶນພັດທະນາ ໃຫ້ກາຍເປັນແຫລ່ງທ່ອງທ່ຽວ.

ບົດຂ່າວ; ຮູບພາບ: ແສງອາທິດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version