Home ຂ່າວພາຍໃນ ທົ່ວແຂວງຫຼວງພະບາງມີຄົນເປັນພະຍາດໄຂ້ຍຸງລາຍແລ້ວ 450 ຄົນ

ທົ່ວແຂວງຫຼວງພະບາງມີຄົນເປັນພະຍາດໄຂ້ຍຸງລາຍແລ້ວ 450 ຄົນ

0

ນັບແຕ່ເດືອນມັງກອນ ມາເຖີງປັດຈຸບັນ ທົ່ວແຂວງຫຼວງພະບາງ ມີການລາຍງານຕົວເລກການລະບາດຂອງພະຍາດໄຂ້ຍຸງລາຍແລ້ວທຸກເມືອງ ເຊີ່ງມີຕົວເລກສະສົມ 450 ກໍລະນີ ແຕ່ບໍ່ມີການລາຍງານກໍລະນີເສຍຊີວິດ, ສຳລັບເມືອງທີ່ມີຈຳນວນຜູ້ຕິດເຊື້ອ ຫຼາຍກວ່າໝູ່ແມ່ນ ນະຄອນ ຫຼວງພະບາງ ມີ 161 ຄົນ, ຮອງລົງມາແມ່ນເມືອງນານ 140 ຄົນ, ເມືອງຊຽງເງີນ 54 ຄົນ, ເມືອງປາກອູ 27 ຄົນ, ເມືອງນ້ຳບາກ 22 ຄົນ. ດຣ ນາງ ຄຳພູ ຈັນທະວົງ ຮອງຫົວໜ້າພະແນກສາທາ ລະນະສຸກແຂວງ ໄດ້ໃຫ້ສຳພາດວ່າ: ປັດຈຸບັນ ຄະນະນຳພະແນກສາທາລະນະສຸກ ໄດ້ແຈກຢາຍຢາຂ້າໜອນນ້ຳຍຸງລາຍ, ທັງໄດ້ຊີ້ນຳໃຫ້ບັນດາເມືອງທີ່ກຳລັງມີການລະບາດ ໃຫ້ສືບຕໍ່ຕິດຕາມກວດກາ ຂອບເຂດທີ່ກວດພົບຄົນເປັນພະຍາດໄຂ້ຍຸງລາຍຢ່າງໃກ້ສິດ ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນເປັນເຈົ້າການປະຕິບັດຕາມຫລັກການ 5ປ ໃຫ້ເຂັ້ມງວດ ເປັນຕົ້ນ: ປິດຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, ປ່ຽນນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້-ນ້ຳຮອງຕີນຕູ, ຖ້ານຮອງຈອກນ້ຳ, ປ່ອຍປາຫາງນົກຍຸງ ເພື່ອກິນໜອນນ້ຳ, ປັບປຸງການອະນາໄມສິ່ງແວດລ້ອມ ອ້ອມເຮືອນບໍ່ໃຫ້ມີກະໂປະ-ກະປ໋ອງ-ຢາງຕີນລົດເກົ່າ ທີ່ມີນ້ຳຂັງ ແລະປະຕິບັດໃຫ້ເປັນນິໄສປະຈຳທຸກອາທິດ ຖ້າເປັນໄຂ້ໃຫ້ໄປພົບແພດໝໍດ່ວນ.

ດຣ ນາງ ຄຳພູ ຈັນທະວົງ ໃຫ້ຮູ້ຕື່ມວ່າ: ນັບແຕ່ໄດ້ກວດພົບມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ມາຮອດປັດຈຸບັນ ເຖີງວ່າຈະບໍ່ມີການລາຍງານຕົວເລກຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ແຕ່ໄດ້ກວດພົບຜູ້ຕິດເຊື້ອທີ່ມີອາການຮຸນແຮງເຖີງ 5 ກໍ ລະນີ ເຊີ່ງແພດ-ໝໍ ໄດ້ເອົາໃຈໃສ່ຕິດຕາມອາການຢ່າງໃກ້ສິດ ແລະເຮັດໃຫ້ຄົນເຈັບມີອາການດີຂື້ນເປັນປົກກະຕິ. ສະເພາະວັນທີ່ 1 ສີງຫາ 2022 ມີການລາຍງານຕົວເລກຜູ້ຕິດເຊື້ອໃໝ່ 28 ກໍລະນີ ໃນນັ້ນ ນະຄອນ ຫຼວງພະບາງ 15 ກໍລະນີ, ເມືອງນານ 8 ກໍລະນີ, ເມືອງປາກອູ 2 ກໍລະນີ, ເມືອງຈອມເພັດ, ເມືອງງອຍ ແລະເມືອງໂພນໄຊ ເມືອງລະ 1 ກໍລະນີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version