Home ຂ່າວພາຍໃນ ກອງປະຊຸມ ຄັ້ງທີ II ລະຫວ່າງ ຄະນະວິຊາການປະສົມຊາຍແດນ ລາວ-ຫວຽດນາມ

ກອງປະຊຸມ ຄັ້ງທີ II ລະຫວ່າງ ຄະນະວິຊາການປະສົມຊາຍແດນ ລາວ-ຫວຽດນາມ

0

ໃນລະຫວ່າງວັນທີ 26-29 ກໍລະກົດ 2022 ທີ່ ເມືອງແປກ, ແຂວງຊຽງຂວາງ ໄດ້ຈັດກອງປະຊຸມ ຄັ້ງທີ II ລະຫວ່າງ ຄະນະວິຊາການປະສົມຊາຍແດນ ລາວ-ຫວຽດນາມ ເຊິ່ງຝ່າຍລາວນຳໂດຍທ່ານ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ສປປ ລາວ ແລະ ຝ່າຍຫວຽດນາມ ນຳໂດຍທ່ານ ຫງ້ວຽນ ແອ໋ງ ຢຸ້ງ ຮອງປະທານຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ສສ ຫວຽດນາມ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ຂອງສອງປະເທດ ແລະ ແຂວງຊຽງຂວາງ.

ກອງປະຊຸມ ໄດ້ສັງເກດຕີລາຄາຄືນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະ 6 ເດືອນ ຕົ້ນປີ 2022 ໂດຍສະເພາະແມ່ນ ການຮ່ວມກັນລົງສໍາຫລວດກວດກາ ແລະ ບູລະນະບັນດາຫລັກໝາຍຊາຍແດນທີ່ເປ່ເພ, ການເຊາະເຈື່ອນຂອງຕາຝັ່ງ, ການເປີດ ແລະ ຍົກລະ ດັບດ່ານຊາຍແດນ ລາວ-ຫວຽດນາມ, ການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະ ແຕ່ງງານບໍ່ຖືກລະບຽບຕາມບໍລິເວນຊາຍແດນຂອງສອງປະເທດ ເຊິ່ງເຫັນວ່າ ການປະຕິບັດວຽກງານ ໄດ້ຮັບໝາກຜົນມີປະສິດທິພາບດີສົມຄວນ; ສອງຝ່າຍ ໄດ້ເຮັດໜ້າທີ່ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ, ເຮັດໃຫ້ບໍລິເວນຊາຍແດນມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີໂດຍພື້ນຖານ. ເຈົ້າໜ້າທີ່ຊາຍແດນນັບແຕ່ສູນກາງຫາທ້ອງຖິ່ນ ໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າ ແລະ ເປັນຜົນງານອັນໃຫຍ່ຫລວງເຂົ້າ ໃນການສະເຫລີມສະຫລອງປີແຫ່ງສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ(1962-2022), ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ(1977-2022).

ພ້ອມດຽວກັນນີ້, ຄະນະວິຊາການທັງສອງຝ່າຍ ກໍໄດ້ຮ່ວມກັນປຶກສາຫາລື ວາງທິດທາງແຜນການຮ່ວມມືການຈັດຕັ້ງປະຕິບັດວຽກງານຊາຍແດນໃນ 6 ເດືອນທ້າຍປີ 2022 ໂດຍສືບຕໍ່ລົງສໍາຫລວດ ແລະ ບູລະນະສ້ອມແປງຫລັກໝາຍຊາຍແດນທີ່ເປ່ເພ ໃຫ້ຄືນສູ່ສະພາບເດີມ, ນໍາສະເໜີລັດຖະບານທັງສອງປະ ເທດພິຈາລະນາຍົກລະດັບດ່ານຊາຍແດນ, ສົ່ງເສີມການຮ່ວມມືພັດທະນາເສດຖະກິດ ຂອງສອງຝ່າຍໃນບໍລິເວນຊາຍແດນ. ນອກຈາກນັ້ນ, ກໍຍັງໄດ້ປຶກສາຫາລືກ່ຽວກັບແຜນການກະກຽມ ກອງປະຊຸມເຜີຍແຜ່ນິຕິກໍາທີ່ສໍາຄັນເປັນຕົ້ນແມ່ນ ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ 2016 ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ອານຸສັນຍາ ວ່າດ້ວຍເສັ້ນຊາຍແດນ ແລະ ຫລັກໝາຍຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ບັນດາເຖົ້າແກ່ແນວໂຮມ, ນາຍ ບ້ານ ແລະ ປະຊາຊົນລຽບຊາຍແດນສອງຟາກ ລາວ-ຫວຽດນາມ ໃຫ້ຮັບຮູ້ຈະແຈ້ງ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບວຽກງານຊາຍແດນ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ເຊິ່ງກອງປະຊຸມດັ່ງກ່າວຄາດວ່າຈະໄດ້ຈັດຂຶ້ນໃນ ເດືອນຕຸລາ ປີ 2022, ທີ່ ແຂວງເຫງະອານ, ສສ ຫວຽດນາມ.

ກອງປະຊຸມ ຄັ້ງນີ້ໄດ້ຈັດຂຶ້ນ ໃນທ່າມກາງບັນຍາກາດອັນສະຫງ່າລາສີ ແຫ່ງສາຍພົວພັນມິດຕະ ພາບ, ຄວາມສາມາຄີແບບພິເສດ, ຖານເພື່ອນມິດສະຫາຍອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ພ້ອມທັງຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ລວງກ້ວາງຢ່າງບໍ່ຢຸດຢັ້ງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version