Home ຂ່າວພາຍໃນ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ຊຸກຍູ້ວຽກງານຢູ່ແຂວງເຊກອງ

ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ຊຸກຍູ້ວຽກງານຢູ່ແຂວງເຊກອງ

0

ໃນວັນທີ 29 ກໍລະກົດຜ່ານມາ ທ່ານ ສົມກຽດ ພະສີ ຮອງລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ວຽກງານຈຸດສຸມ ແລະ ພົ້ນເດັ່ນທີ່ລັດຖະບານໄດ້ມີທິດຊີ້ນໍາ ແລະ ຕົກລົງທີ່ຕິດພັນກັບທ້ອງຖິ່ນ ຢູ່ແຂວງເຊກອງ ໂດຍມີທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ທ່ານເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ໂອກາດນີ້, ທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ພ້ອມຄະນະ ກໍ່ໄດ້ຮັບຟັງລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022; ການຈັດຕັ້ງປະຕິບັດວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ແລະ ການເຄື່ອນໄຫວວຽກງານຂອງຫ້ອງວ່າການແຂວງເຊກອງ ເຊິ່ງມີຫຼາຍດ້ານທີ່ພົ້ນເດັ່ນຄື: ແຂວງເຊກອງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເສດຖະກິດ-ສັງຄົມຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນພັດທະນາດີຂຶ້ນ, ບັນຫາປະກົດການຫຍໍ້ທໍ້ໃນສັງຄົມໄດ້ຮັບການແກ້ໄຂ ແລະ ຫຼຸດໜ້ອຍຖອຍລົງເປັນກ້າວໆ.

ຫຼັງຈາກນັ້ນ ຍັງໄດ້ມີການປະກອບຄໍາຄິດຄໍາເຫັນ ໂດຍສະເພາະກົນໄກການປະສານງານລະຫວ່າງ ຫສນຍ ກັບ ອົງການປົກຄອງທ້ອງຖິ່ນ ເພື່ອປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ຄົ້ນຄວ້າວິທີການແກ້ໄຂທີ່ເໝາະສົມ ແນໃສ່ປັບປຸງ ແລະ ພັດທະນາວຽກງານເສນາທິການ, ການບໍລິການຮັບໃຊ້ຂັ້ນເທິງ ແລະ ປະຊາຊົນພາຍໃນແຂວງໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນສູງຂຶ້ນ.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ນັກຂ່າວແຂວງເຊກອງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version