ໃນໄລຍະມີການແຜ່ລະບາດຂອງພະຍາດໂຄວິດ – 19,​ ຂະແໜງຖະແຫຼງຂ່າວ,​ວັດທະນະທຳ​ ແລະ ​ທ່ອງທ່ຽວ​ (ຖວທ)​ ແຂວງ​ບໍ​ລິ​ຄຳ​ໄຊ​ ໃນຖານະທີ່ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ ໄດ້ເອົາໃຈໃສ່ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການໂຄສະນາປະຊາສຳພັນຕອບຕ້ານ, ສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນ ໄດ້ເປັນຢ່າງດີ ແລະ ມີຜົນງານຫຼາຍດ້ານໂດຍສະເພາະແມ່ນການນຳເອົາບັນດານິຕິກຳຂອງຂັ້ນເທິງວາງອອກໃນແຕ່ລະໄລຍະມາຜັນຂະຫຍາຍ ແລະ ໂຄສະນາປະຊາສຳພັນໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ແລະ ລົງສູ່ຮາກຖານບ້ານ ເພື່ອແນໃສ່ເຮັດໃຫ້ທຸກຄົນໃນສັງຄົມຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ຜົນຮ້າຍຂອງພະຍາດໂຄວິດ-19.

ທ່ານ​ ສົນທອງ​ ວີບຸນກວ້າງ​ ຫົວໜ້າ​ພະແນກ​ ຖວທ​ ແຂວງ​ບໍ​ລິ​ຄຳ​ໄຊ​ ໃຫ້​ສຳພາດ​ວ່າ: ໃນໄລຍະ​ຜ່ານມາ​ຂະແໜງ ຖວທ ແຂວງ ໄດ້ເພີ່ມທະວີໂຄສະນາເຜີຍແຜ່ ຜ່ານສື່ມວນຊົນດ້ວຍຫຼາຍຮູບ ຫຼາຍສີ ຫຼາຍວີທີ ແລະ ແຂງແຮງຕໍ່ເນື່ອງ ຜ່ານສື່ຂອງແຂວງ, ເມືອງ ເຊັ່ນ: ວິທະຍຸ-ໂທລະພາບ, ໜັງສືພິມ, ເວັບໄຊ, ເຟສບຸກ, ໂທລະໂຄ່ງຢູ່ແຕ່ລະບ້ານ ຜະລິດລາຍການ, ການສຳພາດເປົ້າໝາຍຕ່າງໆ, ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ແລະ ພາກສ່ວນຕ່າງໆ ໃນສັງຄົມຢ່າງກວ້າງຂວາງ, ໂຄສະນາອະທິບາຍ ຊີ້ແຈງ ແລະ ຕອບຕ້ານຂ່າວປອມ, ຂ່າວລວງໄດ້ຢ່າງທັນການ. ໄດ້ຖ່າຍທອດສຽງຈາກສະຖານີວິທະຍຸ-ໂທລະພາບແຫ່ງຊາດເປັນປົກກະຕິ, ພິເສດສະຖານີວິທະຍຸແຂວງໄດ້ຈັດລາຍການສະເພາະ ເພື່ອອອກອາກາດ ໃນລາຍການບໍລິຄຳໄຊຮ່ວມໃຈຕ້ານໂຄວິດ-19 ທຸກໆວັນ ອອກທາງວິທະຍຸກະຈາຍສຽງແຂວງບໍລິຄຳໄຊ, ​ສ້າງສະປອດໂຄສະນາເປັນພາສາລາວ, ກຶມມຸ, ມົ້ງ ອອກອາກາດໃນລາຍການ ແລະ ອັບລົງເຟສບຸກຂອງສະຖານີວິທະຍຸກະສຽງແຂວງບໍລິຄຳໄຊ ແລະ ສົ່ງໃຫ້ ຫ້ອງການ ຖວທ ເມືອງ 7 ເມືອງ ແລະ ບ້ານ. ພ້ອມນັ້ນ ຍັງໄດ້ມີການນຳໃຊ້ລົດຂະຫຍາຍສຽງອອກໂຄສະນາປະຊາສຳພັນຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຢູ່ແຕ່ລະຈຸດທີ່ສຳຄັນຕື່ມອີກ,​ ສ່ວນໜ່ວຍງານໜັງສືພິມ ກໍໄດ້ເຄື່ອນໄຫວເຮັດໜ້າທີ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທາງດ້ານສື່ສິ່ງພິມ ກໍຄື ໜັງສືພິມບໍລິຄຳໄຊ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ໄລຍະທີ່ມີການລະບາດຈົນເຖິງປັດຈຸບັນ,​ ວຽກງານເວັບໄຊ ແລະ ສຳເນົາຟີມ: ໄດ້ເກັບກຳຂ່າວການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາສະຖານທີ່ຕ່າງເພື່ອອັບໂຫຼດລົງທາງເວັບໄຊເປັນປະຈຳ.

ຫົວໜ້າພະແນກ​ ຖວທ ແຂວງບໍລິຄຳໄຊ ໃຫ້​ຮູ້​ຕື່ມ​ວ່າ​: ຢ່າງໃດ​ກໍຕາມ,​ ເຖິງຈະມີການໂຄສະນາ ແລະ ເຜີຍເອກະສານໃນການປ້ອງກັນ ຕ້ານ ແລະ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນຂົງເຂດ ຖວທ ແຂວງ ຫຼາຍເທົ່າໃດກໍຍັງມີຂ່າວປອມມາເຮັດໃຫ້ການໂຄສະນາຊວນເຊື້ອບິດເບືື່ອນໄປຈາກຄວາມເປັນຈິງ. ການໂຄສະນາຍັງບໍ່ທັນເຂົ້າເຖິງປະຊາຊົນຈຳນວນໜຶ່ງຍ້ອນເຂົາເຈົ້າຍັງດຳລົງຊີວິດຕິດພັນກັບທຳມະຊາດ.

ສຳລັບ​ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າເພື່ອເຮັດວຽກງານປ້ອງກັນ, ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນຂົງເຂດ ຖວທ ແຂວງບໍລິຄໍາໄຊ ໄດ້ຮັບຜົນສໍາເລັດ ແລະ ໄປຕາມແຜນການທີ່ວາງໄວ້ຈະໄດ້ສືບຕໍ່ປະຕິບັດໂດຍມອບໃຫ້ບັນດາຂະແໜງການ, ສື່ມວນຊົນ 3 ສື່ຂອງແຂວງ ນໍາເອົາເນື້ອໃນແຈ້ງການແນະນໍາໄປຜັນຂະຫຍາຍອອກສູ່ວຽກງານຕົວຈິງຢ່າງລະອຽດ ກວ້າງຂວາງ ດ້ວຍການແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງລະອຽດ ພ້ອມທັງລາຍງານໃຫ້ຂັ້ນເທິງຮັບຊາບໃນແຕ່ລະໄລຍະ,​ ເພີ່ມທະວີດ້ວຍການໂຄສະນາປະຊາສຳພັນໃຫ້ປະຊາຊົນຮັບຮູ້ເຖິງຜົນຮ້າຍຂອງພະຍາດໂຄວິດ-19, ປະຕິບັດມາດຕະການປ້ອງກັນ ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ສັງຄົມຮັບຮູ້ຢ່າງທົ່ວເຖິງ, ໂຄສະນາປະຊາສຳພັນ ຫຼາຍຮູບແບບເພື່ອເຊີນຊວນປະຊາຊົນທົ່ວແຂວງໃຫ້ອອກໄປຮັບການສັກວັນຊິນຕາມແຈ້ງການຂອງພະແນກສາທາລະນະສຸກໃນແຕ່ລະໄລຍະ.

ຂ່າວ-ພາບ ບຸນອູ້ມ

LEAVE A REPLY

Please enter your comment!
Please enter your name here