Home ຂ່າວການເມືອງ ສະຖານທູດລາວ ທີ່ສິງກະໂປ ສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ

ສະຖານທູດລາວ ທີ່ສິງກະໂປ ສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ

0

ໃນວັນທີ 23ກໍລະກົດ 2022 ຜ່ານມານີ້, ທ່ານ ແສງແກ້ວ ປວງປະດິດ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດສິງກະໂປ ໄດ້ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງສະ ຫະພັນແມ່ຍິງລາວ ຄົບຮອບ 67 ປີ ຂຶ້ນທີ່ເຮືອນພັກສະຖານທູດ, ໃຫ້ກຽດເຂົ້າຮ່ວມມີຫົວໜ້າຫ້ອງການ, ພະນັກງານສະຖານທູດ, ນັກຮຽນ, ນັກສຶກສາ ແລະ ພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດຢູ່ ສິງກະ ໂປ ເຂົ້າຮ່ວມ.

ທ່ານ ເອກອັກຄະລັດຖະທູດ ໄດ້ເລົ່າຄືນເຖິງມູນເຊື້ອປະຫວັດການກໍາເນີດ, ການເຕີບໃຫຍ່ຂະ ຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະ 67 ປີ ທີ່ຜ່ານມາ ເພື່ອໃຫ້ເອື້ອຍນ້ອງແມ່ຍິງລູກຫລານທີ່ເກີດໃໝ່ໃຫຍ່ລຸນ ໄດ້ສືບຕໍ່ຮໍ່າຮຽນເອົາຄຸນງາມຄວາມດີ ແລະ ຮັກສາມູນເຊື້ອອັນດີງາມໄວ້ໃຫ້ລູກຫລານສືບທອດຕໍ່ໆໄປ ໂດຍສະເພາະແມ່ນ ນັກຮຽນ, ນັກສຶກສາ ທີ່ດໍາລົງຊີວິດຢູ່ສິງກະໂປ ໃຫ້ມີຄວາມເອົາໃຈໃສ່ ແລະ ຕັ້ງໃຈສຶກສາຮໍ່າຮຽນ ເພື່ອຍາດເອົາຄວາມຮູ້ຄວາມສາມາດ ແລະ ເກັບກ່ຽວປະສົບການໃນດ້ານຕ່າາໆ ກັບຄືນເມືອພັດ ທະນາບ້ານເກີດເມືອງນອນຂອງຕົນ.

ໃນໂອກາດສຳຄັນນີ້, ທ່ານ ເອກອັກຄະລັດຖະທູດ ໄດ້ມີຄຳເຫັນໂອ້ລົມ ແລະ ສະແດງຄວາມຢື້ຢາມຖາມຂ່າວ ກັບພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດຢູ່ສິງກະໂປ, ພ້ອມທັງເຜີຍແຜ່ຂໍ້ມູນຂ່າວສານຄວາມເປັນຈິງ ກ່ຽວກັບການສ້າງສາພັດທະນາປະເທດລາວ ໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງເຖິງແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ຂອງສປປ ລາວ ເຊິ່ງຍາມໃດກໍມີຄວາມເປັນຫວ່ງເປັນໃຍຕໍ່ພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ ໃຫ້ມີຄວາມຮັກແພງບ້ານເກີດເມືອງນອນ, ມີຄວາມສາມັກຄີຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ສົ່ງເສີມອະນຸລັກຮັກສາວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ ໄວ້ໃຫ້ລູກຫລານຮຸ່ນໃໝ່ໄດ້ສືບທອດ ຕໍ່ໆກັນໄປ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version