Home ຂ່າວພາຍໃນ ຍົກລະດັບຄວາມຮູ້ວຽກງານຈັດຕັ້ງທົ່ວຂະແໜງການ ຖວທ ຂັ້ນທ້ອງຖິ່ນ

ຍົກລະດັບຄວາມຮູ້ວຽກງານຈັດຕັ້ງທົ່ວຂະແໜງການ ຖວທ ຂັ້ນທ້ອງຖິ່ນ

0

ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ໄດ້ຈັດຊຸດ ຝຶກອົບຮົມຍົກລະດັບຄວາມຮູ້ ວຽກງານຈັດຕັ້ງທົ່ວຂະແໜງການ ຖວທ ຂັ້ນທ້ອງຖິ່ນ ຂຶ້ນໃນລະຫວ່າງວັນທີ 27-28 ກໍລະກົດ 2022 ແນໃສ່ເຮັດໃຫ້ສຳມະນາກອນເຂົ້າໃຈ, ກຳ ແໜ້ນລະບຽບຫລັກການກ່ຽວກັບການຈັດຕັ້ງ ແລະ ພະນັກງານ; ທັງເປັນການຍົກລະດັບຄວາມຮັບຜິດຊອບສູງຂຶ້ນຕໍ່ກັບວຽກງານການຈັດຕັ້ງ ແລະ ພະນັກງານ, ສ້າງໃຫ້ເປັນລະ ບົບ ແລະ ມີຄວາມເຂັ້ມແຂງ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ວຽກງານການຈັດຕັ້ງ ແລະ ພະນັກງານເປັນວຽກງານໜຶ່ງທີ່ສໍາຄັນ ຂອງລັດຖະບານ ໂດຍສະເພາະ ໃນຂະແໜງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ທີ່ຈະຕ້ອງໄດ້ເອົາໃຈໃສ່ ແລະ ຍົກລະດັບຄວາມຮູ້ຄວາມສາມາດທາງ ດ້ານລະບຽບຫລັກການຕ່າງໆ ລວມທັງນິຕິກໍາທີ່ກ່ຽວຂ້ອງ ເຊິ່ງການຊຸດຝຶກອົບຮົມຄັ້ງນີ້, ຈະເຮັດໃຫ້ສຳມະນາກອນ ມີຄວາມເຂົ້າໃຈ, ຄວາມຮູ້, ຄວາມສາມາດທາງດ້ານວິຊາການ ຈັດຕັ້ງ ເເລະ ພະນັກງານ ໃຫ້ມີຄວາມເຂັ້ມແຂງ ເຮັດໃຫ້ວຽກງານຈັດຕັ້ງ ແລະ ພະນັກ ງານເປັນເອກະພາບ, ເປັນລະບົບ ແລະ ນັບມື້ໃຫ້ເຂັ້ມແຂງ ເຊິ່ງປັດຈຸບັນ ຄວາມຕ້ອງການ ແລະ ການພັດທະນາຊັບພະຍາກອນມະນຸດ ນັບມື້ນັບກວ້າງອອກ ແລະ ມີການແຂ່ງຂັນກັນຢ່າງຕໍ່ເນື່ອງ, ບັນດານິຕິກຳຕ່າງໆກໍໄດ້ມີການປັບປຸງແກ້ໄຂ ໃຫ້ແທດເໝາະກັບຍຸກປັດ ຈຸບັນ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານໃຫ້ຄ່ອງຕົວ ແລະ ມີປະສິດທິຜົນຂຶ້ນ.

ຊຸດຝຶກອົບຮົມໃນຄັ້ງນີ້, ສຳມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບການເພີ່ມທະວີວຽກງານປ້ອງກັນພັກ-ພະນັກງານ ໃນໄລຍະໃໝ່; ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແລະ ຄໍາແນະນໍາການຈັດຕັ້ງປະຕິບັດກົດໝາຍ; ການສອບເສັງລັດຖະກອນໃໝ່; ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ ແນະນຳວິທີການລາຍງານສະພາບການຄຸ້ມຄອງລັດຖະກອນປະຈຳປີ ເພື່ອເປັນຂໍ້ມູນໃນການສ້າງແຜນຄວາມຕ້ອງການລັດຖະກອນໃໝ່; ການພັດທະນາພະນັກງານ-ລັດຖະກອນ; ວິທີການເກັບກໍາ ແລະ ສ້າງແຜນພັດທະນາບຸກຄະລາກອນພາຍໃນຂະແໜງການ; ວຽກງານປັບປຸງກົງຈັກການຈັດຕັ້ງ, ການແຕ່ງຕັ້ງ, ສັບຊ້ອນ ແລະ ຍົກຍ້າຍ; ການຮັບ, ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ-ລັດຖະກອນ; ແນະນຳວິທີການຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງພະແນກ ຖວທ ແຂວງ/ນະຄອນຫລວງ; ການປະຕິບັດນະໂຍບາຍພັກການອຸດໜູນບຳນານ.

ຂ່າວ: ກິດຕາ

ພາບ:ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version