Home ຂ່າວພາຍໃນ ບໍລິສັດ ລົດໄຟລາວ-ຈີນ ໄດ້ແຈ້ງ ຈະເພີ່ມຖ້ຽວລົດໄຟ EMU ຖ້ຽວc86/5 ຈາກນະຄອນຫລວງວຽງຈັນ ໄປສະຖານີ ເມືອງໄຊ ໃນລະຫວ່າງ ວັນທີ 28-31...

ບໍລິສັດ ລົດໄຟລາວ-ຈີນ ໄດ້ແຈ້ງ ຈະເພີ່ມຖ້ຽວລົດໄຟ EMU ຖ້ຽວc86/5 ຈາກນະຄອນຫລວງວຽງຈັນ ໄປສະຖານີ ເມືອງໄຊ ໃນລະຫວ່າງ ວັນທີ 28-31 ກໍລະກົດນີ້.

0

ເນື່ອງຈາກປະລິມານຜູ້ໂດຍສານທີ່ຕ້ອງການຊື້ປີ້ເດີນທາງໃນໄລຍະນີ້ມີເປັນຈຳນວນຫລວງຫຼາຍ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ເຫັນເຖິງຄວາມສຳຄັນຕໍ່ການບໍລິການຕໍ່ທຸກໆທ່ານ, ເພື່ອສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຈິງໃຈຂອງພວກເຮົາ, ພວກເຮົາໄດ້ເຮັດແບບສອບຖາມເຖິງຄວາມຄິດເຫັນຂອງທຸກໆທ່ານເຖິງຮູບແບບການຊື້ປີ້ ແລະ ການບໍລິການ, ຜ່ານການສັງລວມເຖິງຄຳຄິດເຫັນຈຳນວນຫຼາຍ ສົມທົບກັບເງື່ອນໄຂທີ່ພວກເຮົາມີໃນປະຈຸບັນ, ຜ່ານການຄົ້ນຄ້ວາ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຈິ່ງໄດ້ຕົກລົງເພີ່ມຂະບວນລົດໄຟ EMU ຖ້ຽວ C86/5 ແລ່ນຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີເມືອງໄຊ ໄປ-ກັບ 1 ຄູ່ ໃນລະຫວ່າງວັນທີ 28-29 ກໍລະກົດ 2022 ແລະ ປັບລົດໄຟ EMU ຖ້ຽວ C84/3 ທີ່ນໍາໃຊ້ຢຸ່ໃນປະຈຸ ບັນໃຫ້ເປັນລົດໄຟ EMU ສອງຂະບວນຕໍ່ໃສ່ກັນ ແລະ ເພີ່ມຖ້ຽວ C92/1 ທີ່ເປັນລົດໄຟ EMU ສອງຂະບວນຕໍ່ໃສ່ກັນອີກຂະບວນໜຶ່ງ ແລ່ນຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພະບາງ ໄປ-ກັບທັງໝົດ 2 ຄູ່ໃນລະຫວ່າງວັນທີ 30-31 ກໍລະກົດ 2022, ເພື່ອຕອບສະຫນອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານໃນສ່ວນໃຫຍ່. ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຂໍສະແດງຄວາມຂອບໃຈຕໍ່ບັນດາຜູ້ໂດຍສານ, ນັກທ່ອງທ່ຽວທຸກທ່ານທີ່ໃຫ້ການສະໜັບສະໜູນ ແລະ ນຳໃຊ້ການບໍລິການທາງລົດໄຟຂອງພວກເຮົາຕະຫຼອດມາ.

ພ້ອມກັນນັ້ນ ກໍຂໍຊີ້ແຈງມາຍັງບັນດາທ່ານໃນບາງຄໍາເຫັນຂອງຜູ້ໂດຍສານຈຳນວນໜຶ່ງວ່າ ເປັນຫຍັງພວກເຮົາບໍ່ແລ່ນລົດໄຟໂດຍສານໃນຍາມກາງຄືນ. ຕໍ່ກັບບັນຫາດັ່ງກ່າວ ໂດຍອີງຕາມລະບຽບການທາງດ້ານຄວາມປອດໄພ ແລະ ທາງດ້ານເຕັກນິກ, ລົດໄຟທີ່ແລ່ນຂົນສົ່ງຜູ້ໂດຍສານໃນຍາມກາງເວັນແລ້ວ ແມ່ນຈະຕ້ອງໄດ້ມີການກວດກາສ້ອມແປງລະບົບຄືນທັງໝົດ ເພື່ອຮັບປະກັນຄວາມປອດໄພ ກ່ອນອອກເດີນທາງຂົນສົ່ງຜູ້ໂດຍສານໃນມື້ຕໍ່ໄປ ເນື່ອງຈາກພວກເຮົາຕ້ອງຄຳນຶງເຖິງຄວາມປອດໄພຂອງຜູ້ໂດຍສານເປັນຫລັກ. ດັ່ງນັ້ນ ການຄົ້ນຄວ້າໃນການເພີ່ມຖ້ຽວລົດໄຟ ແມ່ນບົນພື້ນຖານຮັບປະກັນທາງດ້ານລະບຽບການທາງດ້ານເຕັກນິກ-ຄວາມປອດໄພ ແລະ ອີງໃສ່ຂີດຄວາມສາມາດສູງສຸດ ເພື່ອມາເພີ່ມ ຫຼື ຕໍ່ຖ້ຽວຂະບວນລົດໄຟ. ສະນັ້ນ, ຕໍ່ກັບຄຳເຫັນຂອງບາງພາກສ່ວນແມ່ນຍັງບໍ່ສາມາດຕອບສະໜອງໄດ້. ພວກເຮົາຍິນດີຮັບຟັງທຸກຄິດເຫັນ ແລະ ຄໍາແນະນຳທີ່ໄປໃນທາງສ້າງສັນຂອງທຸກໆທ່ານ. ພວກເຮົາຈະສືບຕໍ່ຊຸກຍູ້ເພື່ອພັດທະນາການບໍລິການຂາຍປີ້ ແລະ ຈະບໍ່ຢຸດຢັ້ງທີ່ຈະປັບປຸງຂອດການບໍລິການຜູ້ໂດຍສານຂອງພວກເຮົາໃຫ້ດີຂຶ້ນເລື້ອຍໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ທຸກໆທ່ານ.

ຂໍຂອບໃຈທີ່ທ່ານນຳໃຊ້ບໍລິການລົດໄຟລາວ-ຈີນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version