Home ບຸນປະເພນີ ບຸນຫໍ່ເຂົ້າປະດັບດີນຢູ່ ເມືອງມໍລະດົກໂລກຫຼວງພະບາງ ຈະໄດ້ຈັດ ຊ່ວງເຮືອຂື້ນອີກຄັ້ງພາຍຫຼັງງົດຈັດງານໄປ 2 ປີ

ບຸນຫໍ່ເຂົ້າປະດັບດີນຢູ່ ເມືອງມໍລະດົກໂລກຫຼວງພະບາງ ຈະໄດ້ຈັດ ຊ່ວງເຮືອຂື້ນອີກຄັ້ງພາຍຫຼັງງົດຈັດງານໄປ 2 ປີ

0

ບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນ 9 ທີ່ ນະຄອນ ຫຼວງພະບາງ ເປັນປະເພນີທີ່ຕິດພັນກັບຄວາມເຊື່ອຖືຂອງຊາວພຸດ ມາແຕ່ດົນນານ, ນອກຈາກຈະມີການຈັດບຸນປະເພນີທາງສາສະໜາ ໄດ້ຈັດໃຫ້ມີງານຊ່ວງເຮືອທີ່ຍິ່ງຄານໃນມື້ແຮມ 14 ຄໍ່າເດືອນເກົ້າ ເຊີ່ງຈັດຂື້ນເປັນການຊົມເຊີຍຜົນສຳເລັດ ໃນການເກັບກ່ຽວຜົນຜະລິດ ໃນຕົ້ນລະດູການ.

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ການຊ່ວງເຮືອປະຈຳປີ 2022 ນີ້, ຄາດຄະເນຈະມີເຮືອຊ່ວງເຂົ້າຮ່ວມປະມານ 35 ລໍາ, ໃນນີ້ ເປັນເຮືອປະເພນີ 25 ລໍາ, ເຮືອກິລາ ຫຼື ເຮືອສູດ 10 ລໍາ, ມາຈາກບັນດາບ້ານ ພາຍໃນນະຄອນຫຼວງພະບາງ, ເມືອງຊຽງເງິນ, ເມືອງຈອມເພັດ, ເມືອງປາກອູ, ເມືອງພູຄູນ, ນອກຈາກນັ້ນ ຄະນະກຳມະການໄດ້ເຊີນຄະນະຮັບຜິດຊອບເຮືອຊ່ວງຈາກ ແຂວງໄຊຍະບູລີ ແລະ ນະຄອນຫຼວງວຽງຈັນ ສົ່ງເຮືອເຂົ້າມາຮ່ວມແຂ່ງຂັນອີກ ເພື່ອໃຫ້ມີບັນຍາກາດອັນເບີດບານມ່ວນຊື່ນ ດືງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຮ່ວມງານ ແລະ ທ່ອງທ່ຽວແຂວງຫຼວງພະບາງ ພາຍຫຼັງພະຍາດໂຄວິດ 19 ຜ່ອນຄາຍລົງ.

ສໍາລັບລາຍການເຄື່ອນໄຫວບຸນ ຄະນະຮັບຜິດຊອບ ໄດ້ກໍານົດເອົາແຕ່ວັນທີ 20 – 26 ສິງຫາ 2022 ໃນນັ້ນ ວັນທີ 16 ຫາ 26 ສິງຫາ 2022 ຈະມີງານເປີດຕະຫຼາດນັດ ວາງສະແດງສິນຄ້າຢູ່ເດີ່ນທາດຫຼວງ, ວັນເສົາ ວັນທີ 20 ສິງຫາ, 2022 ຈະມີການຊ່ວງເຮືອທີ່ບ້ານຫາດຮ່ຽນ, ວັນພຸດ ວັນທີ 24 ສິງຫາ, 2022 ຈະມີການຊ່ວງເຮືອທີ່ຍິ່ງດົງ ບ້ານສັງຄະໂລກ, ວັນພະຫັດ ວັນທີ 25 ສິງຫາ 2022 ເລີ້ມແຕ່ຕອນເຊົ້າ ຫາຕອນບ່າຍ ຈະມີການໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ຕາມເສັ້ນທາງສີສະຫວ່າງວົງ ແຕ່ສີແຍກສວນລາດແລງ ຫາ ສາມແຍກພະແນກໂຍທາທິການ ແລະ ຂົນສົ່ງແຂວງ.

ຕອນບ່າຍ ເລີ້ມແຕ່ເວລາ 13 ໂມງ 00 ຈັດການແຂ່ງຂັນກິລາເຮືອແຈັສກີ ຢູ່ນໍ້າຂອງເຂດດອນຊາຍມຸງຄຸນ, ມື້ແຮມ 14 ຄໍ່າເດືອນ 9 ກົງກັບ ວັນສຸກ ວັນທີ 26 ສິງຫາ 2022 ເລີ້ມແຕ່ເວລາ 5 ໂມງ 30 ຈະມີການໃສ່ບາດຕາມວັດວາອາຣາມ ພໍເຖີງເວລາ 9 ໂມງ 00 ຈະມີເປີດພິທີງານບຸນຊ່ວງເຮືອຢ່າງເປັນທາງການ ແລະດຳເນີນການແຂ່ງຂັນຕາມຕາຕະລາງຄາດຄູ່ຈົນຈົບລາຍການ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version