Home ທ່ອງທ່ຽວ ນັກທ່ອງທ່ຽວຕ່າງປະເທດ ເດີນທາງເຂົ້າມາທ່ອງທ່ຽວ ສປປ ລາວ ນັບມື້ນັບເພີ່ມຂຶ້ນ

ນັກທ່ອງທ່ຽວຕ່າງປະເທດ ເດີນທາງເຂົ້າມາທ່ອງທ່ຽວ ສປປ ລາວ ນັບມື້ນັບເພີ່ມຂຶ້ນ

0

ພາຍຫລັງທີ່ ສປປ ລາວ ເປີດປະເທດ (ເປີດຮັບນັກທ່ອງທ່ຽວຕ່າງປເທດເຂົ້າມາ) ແລະ ຜ່ອນຜັນບາງມາດຕະການ ປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງເຂົ້າມາທ່ອງທ່ຽວ ຢູ່ສະຖານທີ່ທ່ອງທ່ຽວຕ່າງໆ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ນັກທ່ອງທ່ຽວຕ່າງປະເທດ ກໍໄດ້ຫລັງໄຫລກັນເຂົ້າມາ ທ່ອງທ່ຽວ ສປປ ລາວ ນັບມື້ນັບຫລາຍຂຶ້ນ.

ໃນວັນທີ 16 ກໍລະກົດ 2022 ຜ່ານມາ, ສື່ມວນຊົນນັກຂ່າວສຳນັກຂ່າວສານປະ ເທດລາວ ໄດ້ສຳພາດບັນດານັກທ່ອງທ່ຽວຈາກ ປະເທດໄທ ທີ່ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ວ່າ: ຕົນເອງຮູ້ສຶກດີໃຈ ແລະ ພາກພູມໃຈ ທີ່ໄດ້ເດີນທາງເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ເຊິ່ງເປັນປະເທດທີ່ອຸດົມສົມບູນໄປດ້ວຍ ຊັບພະຍາກອນທຳມະຊາດ, ມີແຫລງທ່ອງທ່ຽວທາງທຳມະຊາດທີ່ສວຍສົດງົດງາມ ເຕັມໄປດ້ວຍພູຜາປາໄມ້, ພ້ອມນັ້ນ ຍັງມີແຫລງທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທຳທີ່ສວຍງາມ, ມີພາສາປາກເວົ້າທີ່ຄ້າຍຄືກັນ ເຮັດໃຫ້ສື່ສານກັນເຂົ້າໃຈ, ເດີນທາງໄປທາງໃດກໍມີຄວາມສະດວກສະບາຍ ໄດ້ມາທ່ຽວແລ້ວຮູ້ສຶກຜ່ອນຄ້າຍ, ຮູ້ສຶກປອດໄພ. ພ້ອມກັນນີ້, ການໃຫ້ບໍລິການຢູ່ບັນດາສະຖານທີ່ທ່ອງທ່ຽວ ແມ່ນມີຄວາມສະດວກສະບາຍ, ບໍລິການດີ ສ້າງຄວາມປະທັບໃຈ ມາແລ້ວຢາກມາອີກ.

ບັນດານັກທ່ອງທ່ຽວທີ່ເດີນທາງເຂົ້າມາ ສປປ ລາວ ສ່ວນໃຫຍ່ຈະທ່ອງທ່ຽວຢູ່ນະ ຄອນຫລວງວຽງຈັນ ຕາມສະຖານທີ່ຕ່າງໆ ເປັນຕົ້ນ ພະທາດຫລວງວຽງຈັນ, ປະຕູໄຊ, ແຄມຂອງ, ວັດວາອາຮາມ ແລະ ສະຖານທີ່ອື່ນໆ ຈາກນັ້ນກໍຈະເດີນທາງໄປ ທ່ອງທ່ຽວຢູ່ເມືອງວັງວຽງ ແຂວງວຽງຈັນ, ຫລວງພະບາງ, ອຸດົມໄຊ ໂດຍເດີນທາງຜ່ານ ລົດໄຟລາວ-ຈີນ.

ຂະນະດຽວກັນ, ນັກທ່ອງທ່ຽວໄທ ຍັງໃຫ້ຮູ້ວ່າ: ການເດີນທາງໂດຍໃຊ້ບໍລິການລົດບາງຄັ້ງ ຍັງມີຄວາມຫຍຸ້ງຍາກ ເຊັ່ນ: ລົດຮັບສົ່ງບໍ່ພຽງພໍ່, ການຈອງປີ້ລົດໄຟລາວ-ຈີນ ຍັງມີຄວາມຫຍຸ້ງຍາກ ເນື່ອງຈາກວ່າຕ້ອງມີບັນຊີທະນາຄານລາວ ຈຶ່ງສາມາດຈອງປີ້ລ່ວງໜ້າໄດ້, ນັກທ່ອງທ່ຽວບາງທ່ານ ກໍໄດ້ຊື້ຜ່ານນາຍໜ້າ ເຮັດໃຫ້ປີ້ລົດໄຟ ມີລາຄາແພງຂຶ້ນ.

ຂ່າວ: ກິດຕາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version