Home ຂ່າວການເມືອງ ງານໂຮມຊຸມນຸມ ສະເຫລີມສະຫລອງ 2 ວັນ ປະຫວັດສາດ ລາວ-ຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ

ງານໂຮມຊຸມນຸມ ສະເຫລີມສະຫລອງ 2 ວັນ ປະຫວັດສາດ ລາວ-ຫວຽດນາມ ທີ່ນະຄອນຫລວງຮ່າໂນ້ຍ

0

ຕອນເຊົ້າວັນທີ 18 ກໍລະກົດ 2022 ນີ້, ການນຳພັກ-ລັດ ສສ ຫວຽດ ນາມ ໄດ້ຈັດພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ກໍຄື ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ(18/7/1977-18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ (5/9/1962-5/9/2022) ຂຶ້ນທີ່ນະຄອນຫລວງຮ່າໂນຍ້, ສສ ຫວຽດ ນາມ ໂດຍມີ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະຫາຍ ຫງວຽນ ຊວນ ຟຸກ ກຳມະການກົມການ ເມືອງສູນກາງພັກ, ປະທານປະເທດ ສສ ຫວຽດນາມ, ສະຫາຍ ເລືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫງຊາດ ຫວຽດນາມ, ພ້ອມນັ້ນ ຍັງມີສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ມີຕາງໜ້າທະຫານອາສາສະໝັກນັກຮົບເກົ່າ ແລະ ຊ່ຽວຊານທະຫານຫວຽດ ນາມ ທີ່ໄດ້ຊ່ວຍເຫລືອໃນການປະຕິວັດລາວ, ນັກສຶກສາລາວທີ່ກຳລັງສຶກສາຢູ່ ສສ ຫວຽດນາມ ແລະ ຊາວຫນຸ່ມ-ເຍົາວະຊົນ ລາວ-ຫວຽດນາມ ເຂົ້າຮ່ວມ.

ການຈັດງານໂຮມຊຸມນຸມຄັ້ງນີ້, ກໍເພື່ອສ່ອງແສງໃຫ້ເຫັນ ສອງຊາດລາວ-ຫວຽດ ນາມ, ຫວຽດນາມ-ລາວ ພວກເຮົາ ໄດ້ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຮ່ວມສຸກຮ່ວມທຸກໃນອຸດົມການ ແລະ ຢືນຢູ່ຂຸມຄອງດຽວກັນ ເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍແບ່ງປັນກັນກິນ, ເລືອດຂອງນັກຮົບປະຕິວັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ໄຫລອາບຍ້ອມຜືນແຜ່ນດິນຂອງສອງຊາດ ເປັນເວລາອັນແສນຍາວນານ ແລະ ດ້ວຍຄວາມທໍລະຫົດອົດທົນ ເພື່ອຕໍ່ສູ້ກັບພວກຈັກກະພັດຜູ້ຮຸກຮານ ທັງແບບເກົ່າ ແລະ ແບບໃໝ່ ສາມາດຍາດເອົາເອກະລາດ ອິດສະລະພາບ ແລະ ປົດປ່ອຍປະເທດຊາດໄດ້ຢ່າງມີໄຊ, ມາໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສອງຊາດລາວ-ຫວຽດນາມ ກໍຍັງສືບຕໍ່ສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນຢ່າງຮອບ ດ້ານ ແລະ ມີປະສິດທິຜົນ ອັນເຮັດໃຫ້ປະເທດຊາດ ແລະ ປະຊາຊົນ ທັງສອງພວກເຮົາມີຄວາມຈະເລີນຮັ່ງມີ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ.

ການມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ຂອງ ສະຫາຍ ບຸນທອງ ຈິດມະນີ ພ້ອມດ້ວຍຄະນະ ໃນຄັ້ງນີ້. ແມ່ນຢູ່ໃນໄລຍະທີ່ ສອງພັກ, ສອງລັດ ລາວ-ຫວຽດນາມ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງແຕ່ລະພັກ ໃນທ່າມ ກາງບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ ໃນການຈັດຕັ້ງກິດຈະກຳຕ່າງໆ ເພື່ອສະຫລອງປີສາມັກຄີມິດຕະພາບ ກໍຄື ສອງວັນປະຫວັດສາດ ຂອງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດ ແໜ້ນສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມມາເປັນເວລາຍາວນານນັ້ນ ໃຫ້ກ້າວເຂົ້າສູ່ລະດັບໃໝ່ທີ່ສູງກວ່າເກົ່າເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ຫລັງຈາກນັ້ນ, ການນໍາພັກ-ລັດ ລາວ ແລະ ຫວຽດນາມ ກໍໄດ້ເຂົ້າຮ່ວມພິທີເປີດການສະ ແດງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ.

ໃນໄລຍະການຢ້ຽມຢາມ ແລະ ເຂົ້າຮ່ວມພິທີໂຮມຊຸມນຸມ, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຍັງໄດ້ພົບປະສອງຝ່າຍ ຢ່າງເປັນທາງການກັບ ສະຫາຍ ນາງ ຫວໍທິແອ້ງຊວັນ ກຳມະການສູນກາງພັກ, ຮອງປະທານປະເທດ ຫວຽດນາມ; ເຂົ້າຢ້ຽມຂໍ່ານັບການນຳຂັ້ນສູງສຸດຂອງ ພັກ, ລັດ ສສ ຫວຽດນາມ ຄື: ສະຫາຍ ຫງວຽນ ຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ; ສະຫາຍ ຫງວຽນ ຊວັນ ຟຸກ ກຳມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ; ສະຫາຍ ຟາມ ມິງ ຈິງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເວື້ອງ ດິງເຫວະ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມ. ພ້ອມນັ້ນຄະນະຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ການນໍາສະມະຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ອີກດ້ວຍ.

ພາບ: ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version