Home ທຸລະກິດ ໜ່ວຍແພດ “ຂະບວນລົດໄຟສັນຕິພາບ”ກອງທັບປົດປ່ອຍປະຊາຊົນຈີນເດີນທາງຮອດລາວແລ້ວ.

ໜ່ວຍແພດ “ຂະບວນລົດໄຟສັນຕິພາບ”ກອງທັບປົດປ່ອຍປະຊາຊົນຈີນເດີນທາງຮອດລາວແລ້ວ.

0

ໜ່ວຍແພດເສນາຮັກແລະໜ່ວຍພະລາທິການ “ຂະບວນລົດໄຟສັນຕິພາບ” ຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ເດີນທາງຮອດສະຖານີລົດໄຟບໍ່ເຕັນໃນຕອນເຊົ້າຂອງວັນທີ 19 ກໍລະກົດນີ້ ແລະພວມເດີນທາງມຸ່ງໜ້າມາສູ່ນະຄອນຫຼວງວຽງຈັນດວ້ຍລົດໄຟລາວ-ຈີນໂດຍຜ່ານສະຖານີນະຄອນຫຼວງວຽງຈັນ ເພື່ອຮ່ວມກັບກອງທັບປະຊາຊົນລາວ ຈັດການຝຶກຊ້ອມຮ່ວມກ່ຽວກັບການຊ່ວຍເຫຼືອທາງການແພດດ້ານມະນຸດສະທຳ ກໍຄືກິດຈະກຳການບໍລິການທາງການແພດ “ຂະບວນລົດໄຟສັນຕິພາບ 2022” ໃນລະຫວ່າງວັນທີ 19 ຫາ 29 ກໍລະກົດນີ້.

“ຂະບວນລົດໄຟສັນຕິພາບ 2022” ຄັ້ງນີ້, ມີຫົວຂໍ້ວ່າ “ການຊ່ວຍເຫຼືອທາງການແພດດ້ານມະນຸດສະທຳເພື່ອກູ້ໄພພິບັດລົມໄຕ້ຝຸ່ນ”. ພາຍຫຼັງການຝຶກຊ້ອມນີ້ສິ້ນສຸດລົງແລ້ວ, ໜ່ວຍແພດ “ຂະບວນລົດໄຟສັນຕິພາບ” ຍັງຈະໃຫ້ການບໍລິການດ້ານການແພດເປັນເວລາ 2 ວັນຢູ່ໂຮງໝໍ 103. ນີ້ເປັນຄັ້ງທີ 4 ແລ້ວທີ່ກອງທັບປົດປ່ອຍປະຊາຊົນຈີນ ສົ່ງໜ່ວຍແພດ “ຂະບວນລົດໄຟສັນຕິພາບ” ມາບໍລິການຢູ່ລາວ ແລະຄັ້ງນີ້ໄດ້ສົ່ງໜ່ວຍແພດເສນາຮັກແລະໜ່ວຍພະລາທິການທັງໝົດ 149 ຄົນມາປະຕິບັດໜ້າທີ່ຮ່ວມກັບຝ່າຍລາວ.

ຕາມຂ່າວແຈ້ງວ່າ, ກິດຈະກຳຄັ້ງນີ້ເປັນການເສີມຂະຫຍາຍແລະສືບຕໍ່ເນື່ອງໃນພາລະກິດຮວ່ມກັນລະຫວ່າງສອງກອງທັບລາວແລະຈີນໃນ“ຂະບວນລົດໄຟສັນຕິພາບ” ປີ 2017 ແລະ ປີ 2019.

ຂ່າວ: CRI-FM93

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version