Home ຂ່າວຕ່າງປະເທດ ຈີນ ຜະລິດນ້ຳມັນດິບ ຂະຫຍາຍຕົວຕໍ່ເນື່ອງ ລະດັບ 4% ຕໍ່ປີ

ຈີນ ຜະລິດນ້ຳມັນດິບ ຂະຫຍາຍຕົວຕໍ່ເນື່ອງ ລະດັບ 4% ຕໍ່ປີ

0

ຕາມຂ່າວຈາກ ຊິນຮວາ,ວັນທີ17ກໍລະກົດນີ້, ສຳນັກງານ ສະຖິຕິ ແຫ່ງຊາດຈີນ ເປີດເຜີຍ ຜົນຜະລິດ ນ້ຳມັນດິບ ຂອງຈີນ ໄລຍະ6 ເດືອນປີນີ້ ຂະຫຍາຍຕົວ ຕໍ່ເນື່ອງ ລະດັບ4% ເມື່ອທຽບໃສ່ຕໍ່ປີ ຈຳນວນ 102,88ລ້ານໂຕນ. ຂະນະດຽວກັນ ຈີນ ນຳເຂົ້າ ນ້ຳມັນດິບ 252,52 ລ້ານໂຕນ ຫລຸດລົງ 3,1% ເມື່ອທຽບ ໃນຕໍ່ປີ.ຜົນຜະລິດ ນ້ຳມັນດິບ ຂອງຈີນ ສະເພາະ ເດືອນມິຖຸນາ ເພີ່ມຂຶ້ນ3,6% ຈຳນວນ 17,19 ລ້ານໂຕນ ສ່ວນການນຳເຂົ້າ ນ້ຳມັນດິບ ຫລຸດລົງ 10,7 ຈຳນວນ 35,82 ລ້ານໂຕນ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາ​ດປາກ​ດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version