Home ຂ່າວໜ້າໜຶ່ງ ທາງລົດໄຟ ລາວ-ຈີນ ຊ່ວຍປະເທດລາວກ້າວເຂົ້າສູ່ເສັ້ນທາງຄວາມໄວສູງ ແຫ່ງການພັດທະນາ

ທາງລົດໄຟ ລາວ-ຈີນ ຊ່ວຍປະເທດລາວກ້າວເຂົ້າສູ່ເສັ້ນທາງຄວາມໄວສູງ ແຫ່ງການພັດທະນາ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 8 ກໍລະກົດນີ້, ໂຄງການບຳບັດນ້ຳເປື້ອນໃນຮ່ອງແຊງ ນະຄອນຫລວງວຽງຈັນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາຄວາມ ເປັນໄປໄດ້ ຢ່າງເປັນທາງການ. ໂຄງການດັ່ງກ່າວມີຈຸດປະສົງເພື່ອສ້າງສວນ ສາທາລະນະສີຂຽວແຫ່ງໜຶ່ງ ທີ່ມີທີວທັດປະເພດຕ່າງໆ ຢູ່ນະຄອນຫລວງ ວຽງຈັນ ເພື່ອເຮັດໃຫ້ຊາວນະຄອນຫລວງວຽງຈັນ ແລະນັກທ່ອງທ່ຽວ ມີການສຳຜັດ ແລະຄວາມຮູ້ສຶກທີ່ມີເອກະລັກພິເສດ.

ໂຄງການບຳບັດນ້ຳເປື້ອນໃນຮ່ອງແຊງ ນະຄອນຫລວງວຽງຈັນ ເປັນໝາກຜົນຂອງການພັດທະນາຢ່າງວ່ອງໄວຂອງຕົວເມືອງ, ການສ້າງ ສວນສາທາລະນະຢູ່ໃນຕົວເມືອງ ສາມາດຍົກສູງຄຸນນະພາບຊີວິດ ການເປັນຢູ່ ແລະສຸຂະພາບຂອງຊາວເມືອງ ເຊິ່ງມີບົດບາດສຳຄັນໃນການ ພັດທະນາຕົວເມືອງ. ການສ້າງສວນສາທາລະນະສີຂຽວ ຢູ່ນະຄອນຫລວງ ວຽງຈັນ ເປັນບາດກ້າວທຳອິດທີ່ປະເທດລາວ ປັບປຸງກໍ່ສ້າງຕົວເມືອງ ໃຫ້ທັນສະໄໝ ໃນຂະນະທີ່ເສດຖະກິດແຫ່ງຊາດ ກ້າວເຂົ້າສູ່ເສັ້ນທາງ ພັດທະນາຄວາມໄວສູງໂດຍພາຍຫລັງເປີດນຳໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ.

ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງ ໄດ້ຫລຸດຕົ້ນທຶນ ການຂົນສົ່ງສິນຄ້າໜ້ອຍລົງຢ່າງຫລວງຫລາຍ, ຢາງພາລາ, ປຸ໋ຍ ແລະ ດອກໄມ້ສົດຂອງລາວທີ່ສົ່ງອອກໄປຈີນ ໄດ້ເພີ່ມຂຶ້ນຢ່າງຫລວງຫລາຍ. ໃນໄລຍະທີ່ທາງລົດໄຟ ລາວ-ຈີນ ເປີດນຳໃຊ້ເປັນເວລາພຽງ 3 ເດືອນ ເທົ່ານັ້ນ, ການໄດ້ປຽບດຸນການຄ້າກັບຈີນຂອງລາວ ກໍໄດ້ບັນລຸເຖິງ 41 ລ້ານໂດລາສະຫະລັດແລ້ວ. ໃນຂະນະທີ່ທາງລົດໄຟ ລາວ-ຈີນ ໄດ້ເລັ່ງຄວາມ ໄວການພັດທະນາການຂົນສົ່ງສິນຄ້າ, ທາງລົດໄຟດັ່ງກ່າວ ຍັງໄດ້ຊຸກຍູ້ການ ພັດທະນາຂອງຂະແໜງການທ່ອງທ່ຽວຢູ່ລຽບຕາມເສັ້ນທາງ ໂດຍໄດ້ເຮັດ ໃຫ້ການຄົມມະນາຄົມ, ໂຮງແຮມ, ສາທາລະນະສຸກ ແລະອີກຫລາຍຂະແໜງ ການໄດ້ຮັບການພັດທະນາຢ່າງວ່ອງໄວ. ຫລັງຈາກເສດຖະກິດມີການ ພັດທະນາແລ້ວ, ຊີວິດການເປັນຢູ່ຂອງປະຊາຊົນກໍມີຄວາມສຸກຫລາຍຂຶ້ນ. ພ້ອມກັນນັ້ນ ກໍມີຄວາມຮຽກຮ້ອງຕ້ອງການທີ່ສູງກວ່າເກົ່າ ຕໍ່ການ ພັດທະນາ ແລະການກໍ່ສ້າງຕົວເມືອງ. ໂຄງການບຳບັດນ້ຳເປື້ອນໃນ ຮ່ອງແຊງ ນະຄອນຫລວງວຽງຈັນ ກໍເປັນການຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການດັ່ງກ່າວ.

ຄຽງຄູ່ກັບເສດຖະກິດສັງຄົມຂອງລາວໄດ້ຮັບການພັດທະນາຢ່າງບໍ່ ຢຸດຢັ້ງ, ປະຊາຊົນລາວກໍຈະມີຄວາມຮຽກຮ້ອງຕ້ອງການຕໍ່ກັບລະດັບຊີວິດ ການເປັນຢູ່ຂອງຕົນສູງກວ່າເກົ່າ. ສະນັ້ນ, ທ້ອງຖິ່ນຕ່າງໆຂອງລາວກໍຍິນດີ ຈະເລີ່ມສ້າງສວນສາທາລະນະສີຂຽວຢູ່ໃນຕົວເມືອງໃຫ້ຫລາຍກວ່າເກົ່າ. ສ່ວນທາງລົດໄຟ ລາວ-ຈີນ ທີ່ເປັນເສັ້ນທາງຈໍລະຈອນສິນຄ້າ ທີ່ສະດວກ ທີ່ສຸດ ລະຫວ່າງ ຈີນ-ອາຊຽນ ກໍຈະສາມາດຊ່ວຍປະເທດລາວໃຫ້ມີ ການພັດທະນາດ້ານເສດຖະກິດ ແລະສ້າງຄວາມຜາສຸກໃຫ້ແກ່ຊີວິດ ການເປັນຢູ່ຂອງປະຊາຊົນ ໃນຖານະທີ່ເປັນແຮງຊ່ວຍປະເທດລາວອີກ ບາດກ້າວໜຶ່ງທີ່ຈະກ້າວເຂົ້າສູ່ເສັ້ນທາງຄວາມໄວສູງແຫ່ງການພັດທະນາ.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version