Home ຂ່າວຕ່າງປະເທດ ຍຸດທະສາດການສ້າງ ແລະ ປັບປຸງລັດແຫ່ງກົດໝາຍຮອດປີ 2030

ຍຸດທະສາດການສ້າງ ແລະ ປັບປຸງລັດແຫ່ງກົດໝາຍຮອດປີ 2030

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 6 ກໍລະກົດ ຜ່ານມາ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງ “ຍຸດທະສາດການສ້າງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບຮອດປີ 2030, ກຳນົດທິດຮອດປີ 2045”, ໄດ້ເຮັດວຽກກັບຄະນະຮັບຜິດຊອບວຽກງານພັກອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບເນື້ອໃນຂອງແຜນຮ່າງ.

ຂ່າວລະບຸວ່າ: ທ່ານ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ອົງການໄອຍະການສືບຕໍ່ປ່ຽນແປງໃໝ່ ການ ເຄື່ອນໄຫວ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບດ້ານຕຸລາການ ກໍຄືການສ້າງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມໃຫ້ສົມບູນແບບ. ທ່ານຮຽກຮ້ອງໃຫ້ສືບຕໍ່ຄົ້ນຄວ້າຢ່າງລະອຽດ, ແໜ້ນແຟ້ນບາງບັນຫາໃຫຍ່ ກ່ຽວຂ້ອງເຖິງພາລະໜ້າທີ່, ສິດອຳນາດໃນກົງຈັກລັດ ຊຶ່ງໄດ້ກຳນົດໃນລັດ ຖະທຳມະນູນ, ບັນດາບັນຫາກ່ຽວຂ້ອງເຖິງການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການໄອຍະການປະຊາຊົນ ທີ່ຍັງມີຄວາມເຫັນແຕກຕ່າງກັນ, ຊັ່ງຊາວິທີການຄັດເລືອກເພື່ອໃຫ້ຄະນະຊີ້ນຳສືບຕໍ່ປຶກສາຫາລື ແລະ ພິຈາລະນາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version