Home ຂ່າວຕ່າງປະເທດ ເອີຣົບ ຜະເຊີນກັບຫິມະຕົກໜັກ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 6ຄົນ

ເອີຣົບ ຜະເຊີນກັບຫິມະຕົກໜັກ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 6ຄົນ

0

ສຳນັກຂ່າວເອເອຟພີ ວັນທີ 7 ມັງກອນນີ້ ຫິມະຕົກໜັກ ແລະ ສະພາບອາກາດໜາວແຮງ ສົ່ງຜົນໃຫ້ການເດີນທາງທົ່ວທະວີບເອີຣົບ ຢຸດສະງັກ ໂດຍມີລາຍງານ ຜູ້ເສຍຊີວິດ ຢ່າງໜ້ອຍ 6ຄົນ ຈາກອຸບັດເຫດທີ່ ກ່ຽວຂ້ອງກັບ ສະພາບອາກາດ ທີ່ຮ້າຍແຮງ.ຈາກນັ້ນ ທ່ານ ຟີລິບ ທາບາໂຣ, ລັດຖະມົນຕີ ຄົມມະນາຄົມຝຣັ່ງ ຮຽກຮ້ອງ ໃຫ້ປະຊາຊົນ ພະຍາຍາມ ຫລີກ ລ້ຽງ ການເດີນທາງ ເທິງຖະໜົນ ໃຫ້ຫລາຍທີ່ສຸດ ເທົ່າທີ່ ຈະເປັນໄປໄດ້ ແລະ ຊຸກຍູ້ໃຫ້ເຮັດວຽກ ຢູ່ເຮືອນ.ຂະນະທີ່ ການບໍລິການລົດໄຟ ຫລາຍຂະບວນ ຖືກຍົກເລີກ ໃນບາງສ່ວນຂອງຝຣັ່ງ ລວມທັງ ສະໜາມບິນສາກົນ ປາຣີ- ຊາລ ເດີໂກລ ຈະຍົກເລີກ ຖ້ຽວບິນ 40%ເປັນເວລາ ຫລາຍຊົ່ວໂມງ ເພື່ອໃຫ້ ເຈົ້າໜ້າທີ່ ສາມາດ ເກັບກວດຫິມະ ອອກຈາກທາງແລ່ນ(ຣັນແວ). ສ່ວນ ສະໜາມບິນສາກົນ ປາຣີ ອໍລີ ວາງແຜນຍົກເລີກ 1 ໃນ 4 ຂອງສະໜາມບິນທັງໝົດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version