Home ຂ່າວພາຍໃນ ແຂວງບໍ່ແກ້ວ ຮ່ວມມືກັບແຂວງເຊີນລາພັດທະນາຂົງເຂດວັດທະນະທໍາສັງຄົມ

ແຂວງບໍ່ແກ້ວ ຮ່ວມມືກັບແຂວງເຊີນລາພັດທະນາຂົງເຂດວັດທະນະທໍາສັງຄົມ

0

ແຂວງບໍ່ແກ້ວ ສປປ ລາວ ກັບ ແຂວງເຊິນລາ ສສ ຫວຽດນາມ (ແຂວງແຮກສ່ຽວ) ໄດ້ເລີ່ມມີການຮ່ວມມືໃຫ້ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນປີ 1983; ໃນໄລຍະປີ 2011-2015 ການພົວພັນຮ່ວມມືຂອງສອງແຂວງແມ່ນມີຜົນສຳເລັດຫຼາຍດ້ານເປັນຕົ້ນ: ດ້ານການເມືອງ, ດ້ານການປ້ອງກັນຄວາມສະຫງົບ, ດ້ານການພັດທະນາຊັບພະຍາກອນມະນຸດ ແລະ ການຊ່ວຍເຫຼືອດ້ານອື່ນໆ; ສະແດງອອກໃນການພົວພັນຂອງຄະນະນຳຂັ້ນສູງທັງສອງແຂວງ ໄດ້ມີການພົບປະຢ້ຽມຢາມແລກປ່ຽນບົດຮຽນເປັນປົກ ກະຕິ ເຮັດໃຫ້ມີຄວາມເຂົ້າອົກເຂົ້າໃຈກັນດີ ແລະ ມີບົດບັນທຶກຮ່ວມມືຊ່ວຍເຫຼືອເພື່ອພັດທະນາແຂວງແຮກສ່ຽວໃຫ້ມີການພັດທະນາຕາມນະໂຍບາຍຂອງສອງພັກ-ສອງລັດ ລາວ-ຫວຽດນາມ. ສະເພາະຂົງເຂດວັດທະນະທໍາ-ສັງຄົມ ໃນໄລຍະ 10 ປີ (2011-2020) ພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວ ໄດ້ຮ່ວມມືດ້ານການກໍ່ສ້າງຊັບພະຍາກອນມະນຸດຕາມບົດບັນທຶກສັນຍາທີ່ໄດ້ເຊັນຮ່ວມກັນກັບບັນດາໂຮງຮຽນ ແລະ ບັນດາແຂວງ ສສ ຫວຽດນາມ ດ້ວຍທຶນແລກປ່ຽນ ແລະ ຮູບການທຶນສ່ວນຕົວແຕ່ ປີ 2011-2015 ແຂວງບໍ່ແກ້ວ ສົ່ງນັກຮຽນໄປຮຽນຢູ່ ສສ ຫວຽດນາມ ຈຳນວນ 137 ຄົນ ຍິງ 51 ຄົນ; ປີ 2015-2018 ແຂວງບໍ່ແກ້ວໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ ໃນການກໍ່ສ້າງໂຮງຮຽນວິຊາຊີບ ມີມູນຄ່າ 86.181.379.000 ດົງ (ສະກຸນເງິນຫວຽດນາມ);ໃນນັ້ນ, ທຶນສົມທົບລັດຖະບານລາວແມ່ນ 8.977.000.000 ດົງ ຊຶ່ງໃນປີ 2016 ຈັດສັນທຶນຈຳນວນ 500 ລ້ານດົງ ເພື່ອກະກຽມໂຄງການ, ປີ 2017 ໄດ້ຈັດສັນທຶນຈຳນວນ 10 ຕື້ດົງ ເພື່ອຈັດຕັ້ງປະຕິບັດໂຄງການກໍ່ສ້າງສະໂມສອນຈຳນວນ 1 ຫຼັງ ບັນຈຸໄດ້ 400 ຄົນ, ກໍ່ສ້າງຫໍພັກນັກຮຽນທັງໝົດ ສອງຊັ້ນ 4 ຫຼັງ ບັນຈຸໄດ້ 432 ຕຽງນອນ, ລະບົບສາທາລະນຸປະໂພກປະກອບມີ: ລະບົບນໍ້າ, ທາງຍ່າງ, ເດີ່ນກິລາ, ເຮັດຮົ້ວເຫຼັກໜາມ. ກໍ່ສ້າງຫ້ອງອາຫານຄູ-ອາຈານ ແລະ ນັກຮຽນກິນນອນ (ໂຄງການເພີ່ມເຕີມ).

ມາຮອດປັດຈຸບັນໂຄງການກໍ່ສ້າງໂຮງຮຽນວິຊາຊີບ ແຂວງບໍ່ແກ້ວ ໄລຍະ II ສາມາດຈັດຕັ້ງປະຕິບັດໄດ້ 65,33% ຂອງໜ້າວຽກທັງໝົດ; ປີ 2019-2020 ສສ ຫວຽດນາມ ໄດ້ໃຫ້ທຶນຊ່ວຍເຫຼືອທາງດ້ານການກໍ່ສ້າງອາຄານຮຽນ ໂຮງຮຽນມັດທະຍົມຕອນຕົ້ນນ້ຳຍາວ ເມືອງຜາອຸດົມ ມີມູນຄ່າການກໍ່ສ້າງທັງໝົດ 931 ລ້ານກີບ, ກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມຕອນຕົ້ນ ຈຽງຕອງ ເມືອງປາກທາ ມີມູນຄ່າທັງໝົດ 875 ລ້ານກີບ, ຮັບທຶນຊ່ວຍເຫຼືອກໍ່ສ້າງໂຮງຮຽນອະນຸບານບ້ານພິບຸນທອງ ເມືອງຫ້ວຍຊາຍ ມູນຄ່າ 100.000 ໂດລາ, ຊ່ວຍເຫຼືອກໍ່ສ້າງໂຮງຮຽນອະນຸບານ ບ້ານປາງທອງ ເມືອງຜາອຸດົມ ມູນຄ່າ 100.000 ໂດລາ; ດ້ານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ແລກປ່ຽນບົດຮຽນການນໍາໃຊ້ສື່ອອນລາຍທີ່ທັນສະໄໝກ່ຽວກັບສື່ມວນຊົນ, ຍົກລະດັບທາງດ້ານເຕັກນິກວິຊາການກ່ຽວກັບການນຳໃຊ້ກຣາບຟິກຕັດຕໍ່ພາບ ແລະ ສຽງ, ຝຶກອົບຮົມການຂຽນຂ່າວ, ບົດສັ້ນ ແລະ ການສ້າງສາລະຄະດີ, ແລກປ່ຽນວັດທະນະທໍາ, ສິລະປະການສະແດງ ແລະ ວິຈິດສິນ ກັບ ສສ ຫວຽດນາມ, ບໍາລຸງໄລຍະສັ້ນ ແລະ ຝຶກອົບຮົມບຸກຄະລາກອນວັດທະນະທໍາທາງດ້ານການຄຸ້ມຄອງວັດທະນະທໍາ, ການສົ່ງເສີມຜະລິດຕະພັນວັດທະນະທໍາ ແລະ ທາງດ້ານເຕັກນິກວິຊາການຕ່າງໆຢ່າງຕໍ່ເນື່ອງ, ຈັດການວາງສະແດງມູນເຊື້ອລາວ-ຫວຽດນາມ ໃນວັນສໍາຄັນຂອງຊາດ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ, ຈັັດກອງປະຊຸມພົບປະແລກປຽນບົດຮຽນ ກ່ຽວກັບການຄຸ້ມຄອງ, ການພັດທະນາ ແລະ ການສົ່ງເສີມວຽກງານທ່ອງທ່ຽວ ລະຫວ່າງແຂວງບໍ່ແກ້ວ ກັບ ສສ ຫວຽດນາມ, ຮ່ວມກັນສໍາຫຼວດເສັ້ນທາງການທ່ອງທ່ຽວ ແລະ ຜະລິດຕະພັນການທ່ອງທ່ຽວ ເພື່ອສຶກສາຂໍ້ມູນ ແລະ ກຳນົດເປັນລາຍການການທ່ອງທ່ຽວເຊື່ອມໂຍງ ລາວ-ຫວຽດນາມ, ຮ່ວມກັນສ້າງເສັ້ນທາງການທ່ອງທ່ຽວເຊື່ອມໂຍງ ລະຫວ່າງ ແຂວງບໍ່ແກ້ວ ກັບ ບັນດາແຂວງພາກເໜືອຂອງ ສສ ຫວຽດນາມ, ສົ່ງເສີມໃຫ້ມີການແລກປ່ຽນຂໍ້ມູນຂ່າວສານການທ່ອງທ່ຽວຮ່ວມກັນເພື່ອໂຄສະນາ ແລະ ເຜີຍແຜ່ຂໍ້ມູນການທ່ອງທ່ຽວ ຊຶ່ງກັນ ແລະ ກັນ, ຈັດກິດຈະກຳສົ່ງເສີມການທ່ອງທ່ຽວຮ່ວມກັນ ໂດຍຕິດພັນກັບວິຖີຊີວິດຂອງຊົນເຜົ່າເຊັ່ນ: ຮ່ວມກັນຈັດງານເທດສະການທ່ອງທ່ຽວ, ງານວາງສະແດງສິນຄ້າ, ງານບຸນປະເພນີ ແລະ ກິດຈະກຳອື່ນໆ; ປີ 2017 ລັດຖະບານຫວຽດນາມ ໃຫ້ທຶນຊ່ວຍເຫຼືອຈຳນວນເງິນທັງໝົດ 112,921 ຕື້ດົງ ສ້າງສະຖານີວິທະຍຸ-ໂທລະພາບ ແຂວງບໍ່ແກ້ວ ມາຮອດປັດຈຸບັນແມ່ນສຳເລັດແລ້ວ 95 % ຂອງໜ້າວຽກທັງໝົດປະກອບມີ: ເຮືອນຕິດຕັ້ງເຄື່ອງຈັກກະຈາຍ, ຫໍພັກຂອງພະນັກງານເຕັກນິກ, ຫ້ອງການເຮັດວຽກ, ເຮືອນຕັ້ງເຄື່ອງຈັກໝໍ້ແປງໄຟຟ້າ, ບ່ອນຈອດລົດ, ປ້ອມຍາມ, ເຮືອນຕັ້ງຈັກສູບນ້ຳ… ນອກຈາກນັ້ນ, ຍັງໄດ້ໃຫ້ທຶນຝຶກອົບຮົມຍົກລະດັບບຸກຄະລາກອນໄລຍະສັ້ນໃຫ້ພະນັກງານວິຊາການວິທະຍຸ-ໂທລະພາບຈຳນວນໜຶ່ງຢູ່ ສສ ຫວຽດ ນາມ; ໃນປີດຽວກັນ ໄດ້ເຊັນສັນຍາຮ່ວມກັນກັບບັນດາໂຮງຮຽນ ແລະ ບັນດາແຂວງ ສສ ຫວຽດນາມ ເພື່ອຂໍທຶນກໍ່ສ້າງຊັບພະຍາກອນມະນຸດດ້ວຍທຶນລັດຖະບານ, ທຶນແຮກສ່ຽວ ແລະ ຮູບທຶນສ່ວນຕົວຄື: ປີໜຶ່ງ ບໍ່ຫຼຸດ 30 ຄົນຕໍ່ປີ, ແຂວງບໍ່ແກ້ວໄດ້ຮັບທຶນຊ່ວຍເຫຼືອ ການກໍ່ສ້າງຊັບພະຍາກອນມະນຸດຈາກແຂວງເຊິນລາ ຈຳນວນ 20 ທຶນ, ໃນລະດັບຊັ້ນສູງ-ປະລິນຍາຕີ, ທຶນເຊື່ອມຕໍ່ລະດັບຊັ້ນສູງ-ປະລິນຍາຕີ-ປະລິນຍາໂທ ຈຳນວນ 5 ທຶນ ແລະ ໄດ້ຮັບຈາກກົງສູນ ສສ ຫວຽດນາມ ປະຈຳຫຼວງພະບາງຈຳນວນ ລະດັບປະລິນຍາໂທ ຈຳນວນ 1 ທຶນ ແລະ ບຳລຸງພາສາຫວຽດ ໄລຍະ 9 ເດືອນ ໃຫ້ພະນັກງານອ້ອມຂ້າງແຂວງບໍ່ແກ້ວ ຈຳນວນ 15 ທຶນ; ສໍາລັບການຮ່ວມມືກັບພະແນກແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຕິບັດງານພິເສດຂັ້ນແຂວງບໍ່ແກ້ວ ໄດ້ຮ່ວມມືກັບ ສສ ຫວຽດນາມ ຊອກຫາ-ຂຸດຄົ້ນອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ໃນ ສປປ ລາວ ຊຶ່ງເປັນນະໂຍບາຍອັນສຳຄັນຂອງ ລັດຖະບານ ສສ ຫວຽດນາມ ເພື່ອເຮັດໃຫ້ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດໄດ້ຮັບຄວາມອົບອຸ່ນເພິ່ງພໍໃຈຈາກການໄດ້ຮັບອັດຖິລູກຫຼານຂອງຕົນເອງກັບຄືນສູ່ພູມລຳເນົາເດີມ.

ຜ່ານການພັວພັນຮ່ວມມື ຕາມບົດບັນທຶກລະຫວ່າງ ແຂວງບໍ່ແກ້ວ ສປປ ລາວ ແລະ ແຂວງ ເຊີນລາ (ແຂວງແຮກສ່ຽວ) ແຂວງໃກ້ຄຽງ ກໍຄື ລັດຖະບານ ສສ ຫວຽດນາມ ແຕ່ລະໂຄງການລ້ວນແຕ່ມີຜົນສໍາເລັດ ມີໝາກຜົນອັນດີ ເປັນການປະກອບສ່ວນພັດທະນາຂົງເຂດວັດທະນະທໍາ-ສັງຄົມ ພາຍໃນແຂວງບໍ່ແກ້ວ ໃຫ້ມີໂສມໜ້າໃໝ່ ນັບມື້ນັບກ້າວໜ້າຂຶ້ນເລື້ອຍໆ.

ໂດຍ: ວັນໄຊ ຕະວິນຍານ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version