Home ຂ່າວການເມືອງ ທ່ານ ​ລມ​ຕ ຖວ​ທ ຕ້ອນ​ຮັບ ເອກ​ອັກ​ຄະ​ລັດຖະ​ທູດສະ​ຫ​ະ​ພັນເຢຍ​ລະ​ມັນ

ທ່ານ ​ລມ​ຕ ຖວ​ທ ຕ້ອນ​ຮັບ ເອກ​ອັກ​ຄະ​ລັດຖະ​ທູດສະ​ຫ​ະ​ພັນເຢຍ​ລະ​ມັນ

0

ທ່ານ ນາງ ສວນ​ສະ​ຫວັນ ວິ​ຍະ​ເກດ ລັດ​ຖະ​ມົນ​ຕີ ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ (ຖວ​ທ) ໄດ້ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຂໍ່າ​ນັບ ຂອງທ່ານ ນາງ ອັນ​ເນັດ​ເທີ ຄະ​ໂນບລັອກ (Mrs Annette Knobloch) ​ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ແ​ຫ່ງ​ສາ​ທາ​ລະ​ນະ​ລັດ ສະ​ຫ​ະ​ພັນເຢຍ​ລະ​ມັນ ປະ​ຈຳ ສ​ປ​ປ ​ລາວ ໃນ​ວັນທີ 7 ກໍ​ລະ​ກົດ ​ນີ້​ ທີ່​ກະ​ຊວງ ຖວ​ທ ເພື່ອ​ແຈ້ງ​ໃຫ້​ທ່ານລັດ​ຖະ​ມົນ​ຕີ ກະ​ຊວງ ຖວ​ທ ໄດ້​ຮັບຊາບ​ກ່ຽວ​ກັບການ​ບູ​ລະ​ນະ​ຮູບ​ແຕ້ມ ຢູ່​ວັດ​ສີ​ສະ​ເກດ.

ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານລັດ​ຖະ​ມົນ​ຕີ​ ກໍ​ໄດ້​ກ່າວ​ສະ​ແດງ​ການ​ຕ້ອນ​ຮັບ ພ້ອມ​ທັງສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີ​ລາ​ສູງ ຕໍ່ທ່ານເອ​ກອັກ​ຄະ​ລັດ​​ຖະ​ທູດ ທີ່​ໄດ້​ມາ​ຢ້ຽມ​ຂໍ່າ​ນັບ​ໃນ​ຄັ້ງ​ນີ້ ​ເພື່ອເປັນ​ການ​ຮັດ​ແໜ້ນ​ສາຍ​ພົວ​ມິດ​ຕະ​ພາບ ແລະ ຄວາມ​ສາ​ມັກ​ຄີ ລະ​ຫວ່າງ ສ​ປ​ປ ລາວ ແລະ ສະ​ຫ​ະ​ພັນເຢຍ​ລະ​ມັນ, ພ້ອມ​ທັງ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບການ​ບູ​ລະ​ນະ​ຮູບ​ແຕ້ມ ຢູ່​ວັດ​ສີ​ສະ​ເກດ ແລະ ຂໍ​​​ຮຽນ​ເຊີນ​ທ່ານ ລມ​ຕ ​ເຂົ້າ​ຮ່ວມພິ​ທີ​ເປີດ​ປຶ້ມ​ຮູບ​ແຕ້ມ ທີ່ວັດ​ສີ​ສະ​ເກດ ແລະ ທັງ​ສອງ​ຝ່າຍ​ຍັງ​ໄດ້​ປຶກ​ສາ​ຫາ​ລື​ໃນ​ການ​ຮ່ວມ​ມື​ໃນ​ຕໍ່​ໜ້າ ​ໂດຍ​ສະ​ເພາະ​ລັດ​ຖະ​ບານ​ເຢຍ​ລະ​ມັນ​ຈະສືບ​ຕໍ່ຊ່ວຍ​ເຫຼືອ​​ຮູບ​ແຕ້ມ​ວັດ​ເກົ່າ​ແກ່​ຢູ່​ແຂວງຫຼວງ​ພະ​ບາງ, ລວມ​ທັງ​ການ​ເກັບ​ກຳ​ຂໍ້​ມູນ​ຕຶກ​ອາ​ຄານ​ເກົ່າ​ແກ່​ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ ແລະ ແຂວງຄຳ​ມ່ວນ.

ໃນ​ໂອ​ກາດນີ້​, ທ່ານລັດ​ຖະ​ມົນ​ຕີກະ​ຊວງ ຖວ​ທ ກໍ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ທ່ານເອ​ກອັກ​ຄະ​ລັດ​​ຖະ​ທູດທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ຄັ້ງ​ນີ້ ແລະ ຫວັງ​ຢ່າງ​ຍິ່ງວ່າ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຕື່ມ​ອີກ ແລະ ທ່ານເອ​ກອັກ​ຄະ​ລັດ​​ຖະ​ທູດ ​ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ທ່ານລັດ​ຖະ​ມົນ​ຕີ ກະ​ຊວງ ຖວ​ທ ທີ່​ໄດ້​ໃຫ້​ການ​ຕ້ອມ​ຮັບ​ອັນ​ອົບ​ອຸ່ນໃນ​ຄັ້ງ​ນີ້.

(ຂ່າວ-ພາບ: ບຸນ​ອູ້ມ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version