Home ຂ່າວຕ່າງປະເທດ ເຢຍລະມັນ ແນະນຳໃຫ້ປະຊາຊົນຫຼຸດຜ່ອນການອາບນໍ້າ

ເຢຍລະມັນ ແນະນຳໃຫ້ປະຊາຊົນຫຼຸດຜ່ອນການອາບນໍ້າ

0

ຍ້ອນເສດຖະກິດທົ່ວໂລກພວມຖົດຖອຍ ແລະ ກາຍເປັນບັນຫາຊໍ້າເຮື້ອ, ກິດຈະກຳຕ່າງໆ ທາງທຸລະກິດຫຼຸດລົງ, ການຫວ່າງງານເພີ່ມຂື້ນ, ວັດຖຸດິບຂາດແຄນ, ຄວາມຫຍຸ້ງຍາກໃນການຮັບປະກັນຄວາມໝັ້ນຄົງຕ່າງໆ ແມ່ນຮ້າຍແຮງຂື້ນເລື້ອຍໆ. ນອກນີ້ເຢຍລະມັນ ຍັງຕ້ອງຮັບມືກັບວິກິດການພະລັງງານທີ່ຂາດຢ່າງໜັກ ເຊິ່ງເປັນສາເຫດໃຫ້ ນາຍົກລັດຖະມົນຕີຂອງເຢຍລະມັນອອກມາປະກາດຕໍ່ປະຊາຊົນວ່າ: ໃຫ້ພ້ອມກັນປະຢັດໃນການນຳໃຊ້ພະລັງງານທຸກຊະນິດໃຫ້ໄດ້ຫຼາຍທີ່ສຸດ ໂດຍເລີ່ມຕົ້ນດ້ວຍການຫລຸດຜ່ອນການອາບນໍ້າອຸ່ນ ກ່ອນຈະຮອດລະດູໜາວທີ່ຈະມາເຖິງນີ້ເພາະມັນຈະເປັນຊ່ວງໄລຍະເວລາທີ່ຍາກທີ່ສຸດຂອງເຢຍລະມັນ.

ແຕ່ເຖິງຢ່າງໃດກໍ່ຕາມສະຖານະການຮ້າຍແຮງທີ່ສຸດແມ່ນຍັງບໍ່ທັນມາຮອດ ເນື່ອງຈາກບັນດາບໍລິສັດພະລັງງານຕ່າງໆ ກໍາລັງຄ່ອຍໆ ປັບລາຄາຂຶ້ນ ເຮັດໃຫ້ເຢຍລະມັນຕົກຢູ່ໃນສະຖານະການທີ່ບໍ່ເຄີຍມີມາກ່ອນໃນເລື່ອງຂອງວິກິດການອາຍແກັສທໍາມະຊາດ ສ່ວນກໍລະນີທີ່ຮ້າຍແຮງທີ່ສຸດ ບາງບໍລິສັດອາດຈໍາເປັນຕ້ອງຢຸດເຊົາການຜະລິດ, ພະນັກງານຈະຖືກຍົກເລີກການຈ້າງງານ ປະຊາຊົນຈະເປັນໜີ້ ແລະ ທຸກຍາກ.

ມັນສະແດງໃຫ້ເຫັນວ່າວິກິດການຂອງເສດຖະກິດໂລກໃນຄັ້ງນີ້ມັນບໍ່ແມ່ນເກີດແຕ່ໃນ ສປປ ລາວ ເຮົາທີ່ພົບກັບບັນຫາການຂາດແຄນພະລັງງານ ແລະ ໄພເງິນເຟີ້ ມັນເປັນກັບທຸກປະເທດ.

#ຂໍ້ມູນແຫຼ່ງຂ່າວ: ຂ່າວເດັ່ນ Top News

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version