Home ຂ່າວຕ່າງປະເທດ ຕ້ອນຮັບການຢ້ຽມຢາມຂອງ ຄະນະຜູ້ແທນສະມາຄົມມິດຕະພາບ ເພື່ອການຮ່ວມມືວັດທະນະທຳອິນເດຍ

ຕ້ອນຮັບການຢ້ຽມຢາມຂອງ ຄະນະຜູ້ແທນສະມາຄົມມິດຕະພາບ ເພື່ອການຮ່ວມມືວັດທະນະທຳອິນເດຍ

0

ໃນວັນທີ 6 ກໍລະກົດ 2022, ທີ່ ຫ້ອງຮັບແຂກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ມີພິທີຕ້ອນຮັບການເຂົ້າຢ້ຽມຢາມ ພົບປະ ທ່ານ ວັນສີ ກົວມົວ, ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ນຳໂດຍທ່ານ Biyay Kumar Padhihari, ເລຂາທິການ ສະມາຄົມມິດຕະພາບ ເພື່ອການຮ່ວມມືວັດທະນະທຳອິນເດຍ ພ້ອມດ້ວຍຄະນະ.

ຄະນະດັ່ງກ່າວແມ່ນໄດ້ເດີນທາງຢ້ຽມຢາມ ສປປ ລາວ ໄລຍະວັນທີ 02-06 ກໍລະກົດ 2022 ນີ້ ໄດ້ຖືໂອກາດດັ່ງກ່າວ ເຂົ້າຢ້ຽມຢາມການນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ຈຸດປະສົງການຢ້ຽມຢາມ ພົບປະຄັ້ງນີ້ ເພື່ອເປັນການເສີມສ້າງສາຍພົວພັນມິດຕະພາບ ແລະ ແລກປ່ຽນດ້ານວັດທະນະທຳອັນດີງາມຂອງ ລາວ-ອິນ ທັງເປັນການຖອດຖອນບົດຮຽນ ແລະ ແລກປ່ຽນການຢ້ຽມສອງຝ່າຍອີກດ້ວຍ.

#Medialaos MMD

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version