Home ຂ່າວຕ່າງປະເທດ ອີຢູ ແລະ ອິນເດຍ ສໍາເລັດການເຈລະຈາການຄ້າຮອບທຳອິດ

ອີຢູ ແລະ ອິນເດຍ ສໍາເລັດການເຈລະຈາການຄ້າຮອບທຳອິດ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງບໍ່ດົນມານີ້, ຢູ່ ນິວເດລີ, ອິນເດຍ ແລະ ສະ ຫະພາບເອີຣົບ (EU) ໄດ້ສຳເລັດການເຈລະຈາຮອບທຳອິດ ພາຍຫຼັງຖືກຢຸດສະງັກມາເປັນເວລາ 9 ປີ ກ່ຽວກັບຂໍ້ຕົກລົງການຄ້າ ແລະ ການລົງທຶນສອງຝ່າຍ, ລວມທັງຄຳແນະນຳທາງດ້ານພູມສາດ (GI).

ຂ່າວລະບຸວ່າ: ການເຈລະຈາຮອບຕ່າງໆທີ່ດຳເນີນໃນໜຶ່ງອາທິດຜ່ານມາ ແມ່ນໄດ້ຈັດຂຶ້ນຕາມຮູບ ແບບເຊິ່ງໜ້າສົມທົບກັບແບບທາງໄກ. ໃນການເຈລະຈາຮອບນີ້, ສອງຝ່າຍໄດ້ຈັດກອງປະຊຸມວິຊາການທັງໝົດ 52 ວາລະ ກ່ຽວກັບ 18 ຂົງເຂດນະໂຍບາຍທີ່ກ່ຽວຂ້ອງເຖິງສັນຍາການຄ້າເສລີ (FTA) ແລະ 7 ວາລະປະຊຸມກ່ຽວກັບການອາລັກຂາການລົງທຶນ ແລະ ຄຳແນະນຳທາງດ້ານພູມສາດ.

ວົງເງິນການຄ້າສອງຝ່າຍລະຫວ່າງ ອິນເດຍ ແລະ ອີຢູ ບັນລຸ 116,36 ຕື້ໂດລາ ໃນໄລຍະ 2021 – 2022 ອີຢູ ແມ່ນຄູ່ຮ່ວມມືສຳຄັນອັນດັບສອງຂອງອິນເດຍ ຊຶ່ງຖັດຈາກອາເມຣິກາ ແລະ ແມ່ນຕະຫຼາດທີສອງຂອງບັນດາຜະລິດຕະພັນສົ່ງອອກຂອງ ອິນເດຍ. ຄາດວ່າ, ການເຈລະຈາຮອບທີ 2 ຈະຈັດຂຶ້ນໃນເດືອນ ກັນຍາ 2022 ຢູ່ ບຣຸກແຊນ, ປະເທດ ແບຣນຊິກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version