Home ຂ່າວຕ່າງປະເທດ ເສດຖະກິດດີຈິຕອນຂອງຈີນມີຂະໜາດໃຫຍ່ກວ່າ 45 ລ້ານໆຢວນ

ເສດຖະກິດດີຈິຕອນຂອງຈີນມີຂະໜາດໃຫຍ່ກວ່າ 45 ລ້ານໆຢວນ

0

ຂ່າວສານຊີອາໄອລາຍງານ ເມື່ອປີຫຼັງໆມານີ້ເສດຖະກິດດີຈິຕອນຂອງຈີນພັດທະນາໄປຢ່າງວ່ອງໄວ ຂຶ້ນມາຢູ່ທີ່ອັນດັບທີ 2 ຂອງໂລກຕິດຕໍ່ກັນຫຼາຍປີ. ອີງຕາມສະຖິຕິລະບຸວ່າ ນັບຕັ້ງແຕ່ປີ 2012 ເຖິງປີ 2021 ທີ່ຜ່ານມາ ຂະໜາດເສດຖະກິດດີຈິຕອນຂອງຈີນເພີ່ມຂຶ້ນຈາກ 11 ລ້ານໆຢວນມາເປັນ 45 ລ້ານໆຢວນ ຊຶ່ງອັດຕາສ່ວນເສດຖະກິດດີຈິຕອນໃນໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນຈາກ 21,6% ສູງເຖິງ 39,8%.

ຂະນະທີ່ການກໍ່ສ້າງສາທາລະນະປະໂຫຍດຮູບແບບໃໝ່ ທຸລະກິດດີຈິຕອນກໍພັດທະນາໄປຢ່າງວ່ອງໄວ ນັບເຖິງທ້າຍເດືອນພຶດສະພາໃນປີນີ້ ຈີນໄດ້ສ້າງລະບົບສາທາລະນະປະໂຫຍດເຄືອຂ່າຍທີ່ມີຂະ ໜາດໃຫຍ່ທີ່ສຸດ ແລະ ລະດັບແຖວໜ້າທົ່ວໂລກ ສະຖານີຖານລະບົບ 5G ມີເຖິງ 1.700.000 ແຫ່ງ ຈຳນວນຜູ້ໃຊ້ໂທລະສັບມືຖື 5G ມີເກີນ 420 ລ້ານຄົນ ເມື່ອປີ 2021 ມູນຄ່າເພີ່ມຂອງອຸດສາຫະກຳການຜະລິດອີເລັກໂຕຼນິກເພີ່ມຂຶ້ນ 15,7% ເມື່ອທຽບກັບປີ 2020 ໂດຍອັດຕາການເພີ່ມຖືວ່າເປັນສະຖິຕິສູງທີ່ສຸດໃນໄລຍະ 10 ປີທີ່ຜ່ານມາ ລາຍໄດ້ຈາກທຸລະກິດຊອບແວ ແລະ ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານເພີ່ມຂຶ້ນ 17,7% ສ່ວນລາຍໄດ້ຈາກວິສາຫະກິດທາງອິນເຕີເນັດ ແລະ ການບໍລິການທີ່ກ່ຽວຂ້ອງເພີ່ມຂຶ້ນ 16,9%.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version