Home ຂ່າວການເມືອງ ກະຊວງ ພບ ສະເໜີ ຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ

ກະຊວງ ພບ ສະເໜີ ຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ

0

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ກໍລະກົດ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ (ສ້າງໃໝ່) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ພິຈາລະນາ.

ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນໃຫ້ຮູ້ວ່າ: ປັດຈຸບັນ ສປປ ລາວ ມີແຫຼ່ງຜະລິດໄຟຟ້າທັງໝົດ 90 ແຫ່ງ, ມີກໍາລັງຕິດຕັ້ງທັງໝົດ 10.956,14 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 56.027,07 ລ້ານກິໂລວັດໂມງຕໍ່ປີ, ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ພັດທະນາພື້ນຖານໂຄງລ່າງ, ສ້າງວຽກເຮັດງານທໍາໃຫ້ແກ່ຊຸມຊົນ, ທ້ອງຖິ່ນ ແລະ ສັງຄົມໄດ້ຫຼາຍພໍສົມຄວນ.

ໄລຍະຜ່ານມາ, ການຄຸ້ມຄອງດ້ານຄວາມປອດໄພຂອງເຂື່ອນ ເລີ່ມແຕ່ຂັ້ນຕອນການສໍາຫຼວດ,ອອກແບບ, ກໍ່ສ້າງ ແລະ ດໍາເນີນການ ຍັງບໍ່ທັນມີກົດໝາຍໃດເພື່ອມາຄຸ້ມຄອງເປັນອັນສະເພາະ, ສ່ວນຫຼາຍຈະເນັ້ນໃສ່ແຕ່ເຕັກນິກຂອງການກໍ່ສ້າງ, ບໍ່ໄດ້ເນັ້ນສະເພາະຄວາມປອດໄພຂອງການພັດທະນາ ແລະ ການນໍາໃຊ້ເຂື່ອນ, ຜ່ານມາແມ່ນອີງໃສ່ກົດໝາຍວ່າດ້ວຍໄຟຟ້າ, ກົດໝາຍດ້ານສິ່ງແວດລ້ອມ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ແຕ່ສັງເກດວ່າ ມີເນື້ອໃນບໍ່ຄົບຖ້ວນ, ບໍ່ຈະແຈ້ງ, ບໍ່ຮັດກຸມ. ສະນັ້ນ ຈຶ່ງມີຄວາມຫຍຸ້ງຍາກໃນການຄຸ້ມຄອງ ເຮັດໃຫ້ຜູ້ລົງທຶນສວຍໃຊ້ຊ່ອງວ່າງ ມີລັກສະນະລະເມີດ ຫຼື ເມີນເສີຍ, ບໍ່ເອົາໃຈໃສ່ຕໍ່ມາດຕະການຮັກສາຄວາມປອດໄພຂອງເຂື່ອນ ຈຶ່ງເປັນສາເຫດເຮັດໃຫ້ເຂື່ອນຂະໜາດນ້ອຍແຕກພັງຢູ່ແຂວງຊຽງຂວາງໄລຍະຜ່ານມາ ແລະ ທີ່ຮ້າຍແຮງກວ່ານັ້ນ ແມ່ນການແຕກພັງຂອງຄູກັນນໍ້າດີ D ຂອງໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍ ທີ່ເກີດຂຶ້ນໃນປີ 2018, ຈາກເຫດການດັ່ງກ່າວ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ດໍາເນີນການສໍາຫຼວດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1815/ຫສນຍ, 10 ພະຈິກ 2019 ເປັນຕົ້ນ ບັນດາເຂື່ອນໄຟຟ້າຂະໜາດນ້ອຍ-ໃຫຍ່ທີ່ຢູ່ໃນໄລຍະການກໍ່ສ້າງ ແລະ ດໍາເນີນງານ ເພື່ອໃຫ້ປະຕິບັດຕາມມາດຕະຖານເຕັກນິກຂອງການອອກແບບໃຫ້ມີຄວາມປອດໄພ ແລະ ໝັ້ນຄົງ. ສະນັ້ນເຫັນໄດ້ຄວາມສໍາຄັນດັ່ງກ່າວ ພັກ-ລັດ ຈຶ່ງໄດ້້ຊີ້ນໍາໃຫ້ສ້າງກົດໝາຍຂຶ້ນ ເພື່ອຄຸ້ມຄອງວຽກງານຄວາມປອດໄພຂອງເຂື່ອນ ແລະ ອະນຸມັດໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສ້າງຕັ້ງກົມຄຸ້ມຄອງຄວາມປອດໄພອຸດສາຫະກໍາພະລັງງານ ເພື່ອຄຸ້ມຄອງ, ຕິດຕາມ, ກວດກາຄວາມປອດໄພຂອງເຂື່ອນ.

ສະມາຄົມເຂື່ອນລາວໄດ້ຮັບການສ້າງຕັ້ງຂຶ້ນ ຊຶ່ງໄດ້ເຂົ້າເປັນສະມາຊິກຂອງອົງການເຂື່ອນໃຫຍ່ສາກົນ ICOLD ເປັນປະເທດ 104 ໃນຄັ້ງວັນທີ 30 ພະຈິກ 2020, ຈຸດປະສົງຂອງການສ້າງຕັ້ງສະມາຄົມ ເພື່ອເປັນການເຕົ້າໂຮມເອົານັກວິຊາການ, ຜູ້ຊ່ຽວຊານທີ່ຊົງຄຸນວຸດທິ, ນິຕິບຸກຄົນ, ການຈັດຕັ້ງ, ຜູ້ປະກອບການ, ນັກຮຽນ, ນັກສຶກສາ, ປັນຍາຊົນ ໃນສາຂາວິຊາຊີບທີ່ຕິດພັນກັບການບໍລິຫານຈັດການເຂື່ອນເຂົ້າມາເປັນສະມາຊິກຂອງສະມາຄົມ ແລະ ຈະເປັນການແລກປ່ຽນປະສົບການ, ຄວາມຮູ້, ຄວາມສາມາດ, ເຕັກໂນໂລຊີ, ຂໍ້ມູນຂ່າວສານຊຶ່ງກັນ ແລະ ກັນ, ເພື່ອເສີມສ້າງຄວາມອາດສາມາດ ໃນການບໍລິຫານ, ຈັດການ ແລະ ຄຸ້ມຄອງເຂື່ອນ ທັງພາກລັດ-ເອກະຊົນ ໃຫ້ມີຄວາມເຂັ້ມແຂງ, ກົມກຽວກັນແຕ່ລະດ້ານ.

ໂຄງປະກອບຂອງຮ່າງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນສະບັບນີ້ ປະກອບມີ 10 ພາກ, 9 ໝວດ, 72 ມາດຕາ. ພາຍຫຼັງກົດໝາຍດັ່ງກ່າວຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າ ຈະມີນິຕິກໍາທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄວາມປອດໄພຂອງເຂື່ອນ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ພົນລະເມືອງ ແລະ ການຈັດຕັ້ງ, ເຮັດໃຫ້ອົງການຈັດຕັ້ງລັດຂັ້ນສູນກາງ, ຂັ້ນທ້ອງຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເຂົ້າໃຈເຖິງຄວາມສໍາຄັນ ແລະ ມີສ່ວນຮ່ວມເຂົ້າໃນວຽກງານດັ່ງກ່າວ, ຄາດວ່າ ຈະເຮັດໃຫ້ຜູ້ພັດທະນາເຂື່ອນ ເພີ່ມທະວີຄວາມຮັບຜິດຊອບຂຶ້ນຕື່ມ.

ຫຼັງຈາກນັ້ນ ສສຊ ໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ຮ່າງກົດໝາຍດັ່ງກ່າວ ເພື່ອເຮັດໃຫ້ເນື້ອໃນຮັດກຸມຂຶ້ນ ແລະ ສາມາດຈັດຕັ້ງປະຕິບັດຕົວຈິງໄດ້.

ຂ່າວ: ນາງແສງຈັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version