Home ຂ່າວໜ້າໜຶ່ງ ແມ່ຍິງແຂວງອຸດົມໄຊ ສ້າງຂະບວນການອອກແຮງງານຕ້ອນຮັບວັນສຳຄັນຂອງຊາດ

ແມ່ຍິງແຂວງອຸດົມໄຊ ສ້າງຂະບວນການອອກແຮງງານຕ້ອນຮັບວັນສຳຄັນຂອງຊາດ

0

ສະຫະພັນແມ່ຍິງແຂວງອຸດົມໄຊ ໄດ້ຈັດກິດຈະກຳສ້າງຂະບວນການອອກແຮງງານລວມ ເພື່ອຂໍ່ານັບຮັບຕ້ອນວັນບຸນສຳຄັນຂອງແຂວງ ແລະ ຂອງຊາດ ຂຶ້ນ ໃນວັນທີ 1 ກໍລະກົດ ຜ່ານມາ, ນຳພາໂດຍ ທ່ານ ນາງ ວັນທອງ ນິດສະດີ ປະທານສະຫະພັນແມ່ຍິງແຂວງ, ມີຄະນະຮາກຖານ, ຄະນະໜ່ວຍອ້ອມຂ້າງພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມ.

ການອອກແຮງງານຄັ້ງນີ້, ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງແຂວງອຸດົມໄຊຄົບຮອບ 60 ປີ, ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບແຂວງອຸດົມໄຊ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ (ວັນທີ 20 ກໍລະກົດ 1955–20 ກໍລະກົດ 2022) ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.

ໂດຍມີສະຫະພັນແມ່ຍິງຮາກຖານ ປກສ, ປກຊ, ພະແນກກະສິກຳ ແລະ ປ່າໄມ້, ພະແນກການເງິນ, ໂຮງຮຽນສາທາລະນະສຸກ, ໂຮງຮຽນເຕັກນິກວິຊາຊີບແບບປະສົມ, ພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ, ຖວທ ແຂວງ ແລະ ໂຮງຮຽນມັດທະຍົມສົມບູນເມືອງໄຊ ຊຶ່ງການອະນາໄມຄັ້ງນີ້ມີເກັບຂີ້ເຫຍື້ອ, ຖາງຫຍ້າ, ອະນາໄມ ໃນບໍລິເວນສະໜາມກິລາໃຫ້ມີຄວາມສະອາດງາມຕາ.

ຂ່າວ-ພາບ: ແສງອາທິດ

#Medialaos MMD

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version