Home ຂ່າວໜ້າໜຶ່ງ ກົມງົບປະມານແຫ່ງລັດ ສະຫຼຸບວຽກງານຈຸດສຸມ 6 ເດືອນຕົ້ນປີ

ກົມງົບປະມານແຫ່ງລັດ ສະຫຼຸບວຽກງານຈຸດສຸມ 6 ເດືອນຕົ້ນປີ

0

ກົມງົບປະມານແຫ່ງລັດ ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2022 ຂຶ້ນ ເມື່ອບໍ່​ດົນ​ມາ ນີ້, ໂດຍການເປັນປະທານຂອງ ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ, ມີຕາງ​ໜ້າຈາກກົມກ່ຽວ​ຂ້ອງເຂົ້າຮ່ວມ.

ໃນກອງປະຊຸມທ່ານ ນາງ ເພັດສະໝອນ ພອນສະຫວັນ ຮອງຫົວໜ້າກົມງົບປະມານແຫ່ງລັດ ໄດ້ຜ່ານບົດ ສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງກົມງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022; ໃນຕະຫຼອດໄລຍະ 6 ເດືອນຜ່ານມາ, ກົມງົບປະມານແຫ່ງລັດໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ບັນດາສະມາຊິກພັກ, ຈັດຕັ້ງເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆໃຫ້ພະນັກງານ-ລັດຖະກອນ ຕາມແຜນການເຄື່ອນໄຫວຂອງກົມ. ໂດຍໄດ້ຖືເອົາການລົງຮ່ວມເຮັດວຽກກັບແຕ່ລະພະແນກ, ເພື່ອຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳເດືອນ ແລະ ງວດ, ອັນທີ່ພົ້ນເດັ່ນ: ວຽກວິຊາສະເພາະຄະນະກົມໄດ້ລົງເລິກໃກ້ຊິດ-ຕິດແທດ ໃນການນຳພາ-ຊີ້ນຳແຕ່ລະພະແນກໃນການຈັດຕັ້ງປະຕິບັດວຽກງານ.

ໃນກອງປະຊຸມຜູ້ເຂົ້າຮ່ວມ, ໄດ້ພ້ອມກັນປະກອບຄຳຄິດເຫັນ ແລະ ແລກປ່ຽນບົດຮຽນໃສ່ການສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງກົມງົບປະມາແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ໃຫ້ຊັດເຈນ ແລະ ລົງເລິກບັນຫາສໍາຄັນ, ເພື່ອປັບປຸງໃນຄັ້ງຕໍ່ໄປອີກດ້ວຍ.

ຂ່າວ-ພາບ: ກະ​ຊວງ​ການ​ເງິນ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version