Home ຂ່າວພາຍໃນ ສສຊ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດ ສະບັບປັບປຸງ ປະກອບດ້ວຍ 9 ພາກ 7 ໝວດ 65 ມາດຕາ

ສສຊ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດ ສະບັບປັບປຸງ ປະກອບດ້ວຍ 9 ພາກ 7 ໝວດ 65 ມາດຕາ

0

ທ່ານ ສົມສັກ ແສງສັກດາ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງ 15 ແຂວງ ຈໍາປາສັກ ແລະ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລື່ອກຕັ້ງຕ່າງໆໄດ້ ພ້ອມກັນປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍ ຊັບສິນຂອງລັດ (ສະບັບປັບປຸງ). ຮ່າງກົດໝາຍສະບັບນີ້ ໄດ້ມີການປັບປຸງເນື້ອໃນທັງໝົດ 41 ມາດຕາ, ເພີ່ມເຂົ້າໃໝ່ 3 ມາດຕາ, ຕັດອອກ 12 ມາດຕາ, ສະນັ້ນ ຈຶ່ງເຮັດໃຫ້ໂຄງຮ່າງສະບັບປັບປຸງ ປະກອບດ້ວຍ 9 ພາກ, 7 ໝວດ ແລະ 65 ມາດຕາ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແນໃສ່ເຮັດໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ ຕໍ່ກອງຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ກໍລະກົດ 2022. ພາຍໃຕ້ການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໂດຍມີບັນດາທ່ານ ສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

ພາຍຫຼັງກົດໝາຍວ່າດ້ວຍຊັບສິນຂອງລັດສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະມີຜົນໄດ້ຮັບດັ່ງນີ້: 1. ເປັນບ່ອນອີງທາງດ້ານນິຕິກໍາ ທີ່ໜັກແໜ້ນໃນການເຄື່ອນ ໄຫວຂອງອົງການລັດຂັ້ນສູນກາງ, ຂັ້ນທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການເຄື່ອນໄຫວວຽກງານຄຸ້ມຄອງຊັບສິນຂອງລັດ; 2. ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ, ນິຕິບຸກຄົນ ແລະ ສາກົົນ ກ່ຽວກັບວຽກງານຄຸ້ມຄອງຊັບສິນຂອງລັດ; 3. ຮັບປະກັນການຄຸ້ມຄອງຊັບສິນຂອງລັດ ໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ, ລວມສູນ ແລະ ເປັນເອກະພາບ ລວມທັງການຈັດຕັ້ງປະຕິບັດກົດໝາຍໃຫ້ມີຄວາມເປັນເອກະພາບ, ສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຂະແໜງການທີ່ກ່ຽວຂ້ອງ; 4. ຮັບປະກັນການຄຸ້ມຄອງແຫຼ່ງລາຍຮັບຈາກຊັບສິນຂອງລັດ ຢ່າງຖືກຕ້ອງ ແລະ ລວມສູນ ເພື່ອຮັບປະກັນການປະຕິບັດການຄຸ້ມຄອງລາຍຮັບສອດຄ່ອງກັບກົດໝາຍ, ຈໍາກັດການຮົ່ວໄຫຼງົບປະມານແຫ່ງລັດ; 5. ເພີ່ມທະວີບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບວຽກງານຄຸ້ມຄອງຊັບສິນຂອງລັດຂອງບັນດາຂະແໜງການໃຫ້ສູງຂຶ້ນ ແລະ ສອດຄ່ອງກັບຄວາມເປັນຈິງ; 6. ພະນັກງານ-ລັດຖະກອນ ແລະ ພາກສ່ວນກ່ຽວຂ້ອງມີຄວາມເຂົ້າໃຈ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ສູງຂຶ້ນ; 7. ວຽກງານຄຸ້ມຄອງຊັບສິນຂອງລັດ ມີຄວາມຈະແຈ້ງກວ່າເກົ່າ ເຮັດໃຫ້ການປະຕິບັດວຽກງານມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ; ແລະ 8. ສາມາດຕິດຕາມ, ກວດກາ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບສິນຂອງລັດ ຢ່າງມີປະສິດທິຜົນ, ໂປ່ງໃສ, ຍຸຕິທໍາ ແລະ ກວດສອບໄດ້.

ຂ່າວ: ຍຸພິນທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version