Home ຂ່າວຕ່າງປະເທດ ຍີ່ປຸ່ນ ພົບຄື່ນຄວາມຮ້ອນຢ່າງໜັກໜ່ວງ ພ້ອມກັງວົນໄຟຟ້າບໍ່ພໍໃຊ້

ຍີ່ປຸ່ນ ພົບຄື່ນຄວາມຮ້ອນຢ່າງໜັກໜ່ວງ ພ້ອມກັງວົນໄຟຟ້າບໍ່ພໍໃຊ້

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 29 ມິຖຸນາທີ່ຜ່ານມານີ້, ສຳນັກງານອຸຕຸນິຍົມວິທະຍາຂອງຍີ່ປຸ່ນ (JMA) ໄດ້ຄາດຄະເນວ່າ ອຸນຫະພູມຂອງນະຄອນຫຼວງໂຕກຽວໃນແຕ່ລະວັນຈະຍັງຄົງສູງເກີນລະດັບ 30 ອົງສາຈົນກວ່າຈະຜ່ານວັນທີ 5 ກໍລະກົດນີ້ໄປ.

ຂະນະທີ່ກະຊວງເສດຖະກິດ ການຄ້າ ແລະ ອຸດສາຫະກຳຂອງຍີ່ປຸ່ນໄດ້ເຜີຍແຜ່ຖະແຫຼງການວ່າ ກຳລັງການຜະລິດກະແສໄຟຟ້າສ່ວນເກີນສຳລັບນະຄອນຫຼວງໂຕກຽວ ແລະ ອີກ 8 ແຂວງໃກ້ຄຽງທີ່ຢູ່ໃນພາກຕາເວັນອອກອາດຈະຫຼຸດລົງເຫຼືອພຽງ 2,6% ໃນຊ່ວງບ່າຍໂມງຈົນເຖິງຕອນຄ່ຳຂອງວັນ. ທັງນີ້, ກຳລັງການຜະລິດທີ່ຕ່ຳກວ່າ 3% ໝາຍເຖິງຄວາມສ່ຽງຂອງການເກີດກະແສໄຟຟ້າດັບ ແລະ ຄວາມຈຳເປັນຕ້ອງຕັດກະແສໄຟຟ້າເປັນບາງເວລາ ລັດຖະບານຈຶ່ງກ່າວເຕືອນເລື່ອງການປະຢັດໄຟຟ້າໃຫ້ໄດ້ຫຼາຍທີ່ສຸດ ໂດຍໃຫ້ໜ່ວຍງານລັດປະຕິບັດເປັນແບບຢ່າງໃຫ້ແກ່ປະຊາຊົນ. ທາງດ້ານທ່ານນາຍົກ ລັດຖະມົນຕີຂອງຍີ່ປຸ່ນກ່າວວ່າ ລັດຖະບານພະຍາຍາມດຳເນີນການຢ່າງສຸດຄວາມສາມາດ ເພື່ອປ້ອງກັນບໍ່ໃຫ້ເກີດພາວະການຂາດແຄນກະແສໄຟຟ້າ ໂດຍກ່າວເຖິງການໃຊ້ພະລັງງານນິວເຄຼຍໃນປະເທດຕາບໃດທີ່ີຍັງຄົງມີຄວາມປອດໄພ.

ທັງນີ້, ກໍາລັງການຜະລິດກະແສໄຟຟ້າຂອງຍີ່ປຸ່ນຍັງຄົງຫຍຸ້ງຍາກຢູ່ ນັບຕັ້ງແຕ່ຜ່ານພົ້ນທໍລະນີໄພທິບັດຄັ້ງໃຫຍ່ເມື່ອເດືອນມີນາ 2011 ຊຶ່ງສົງຜົນໃຫ້ໂຮງໄຟຟ້ານິວເຄຼຍຫຼາຍແຫ່ງຍັງຄົງຕ້ອງປິດ ຊຶ່ງໜຶ່ງໃນນັ້ນຄືໂຮງໄຟຟ້າຟຸກຸຊິມະ ຂະນະທີ່ໂຮງໄຟຟ້າຖ່ານຫີນຫຼາຍແຫ່ງໃນປະເທດທີ່ໃຊ້ງານມາດົນນານຕໍ່ເນື່ອງຫຼາຍທົດສະວັດກໍຕ້ອງເລີ່ມຄ່ອຍໆຫຼຸດກຳລັງການຜະລິດລົງ ແລະ ກຽມປິດຕົວລົງເຊັ່ນດຽວກັນ ຕາມນະໂຍບາຍເປັນກາງທາງຄາບອນ ຂອງລັດຖະບານ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version