Home ຂ່າວໜ້າໜຶ່ງ ກອງປະຊຸມ ເຜີຍແຜ່ບົດຄົ້ນຄວ້າກ່ຽວກັບການສົ່ງເງິນກັບຄືນ ສປປ ລາວ

ກອງປະຊຸມ ເຜີຍແຜ່ບົດຄົ້ນຄວ້າກ່ຽວກັບການສົ່ງເງິນກັບຄືນ ສປປ ລາວ

0

ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ຮ່ວມກັບ ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດກອງປະຊຸມເຜີຍແຜ່ບົດຄົ້ນຄວ້າກ່ຽວກັບການສົ່ງເງິນກັບຄືນ ສປປ ລາວ ໃນວັນທີ 29 ມິຖຸນາ ນີ້ ທີ່ ນະຄອນຫຼວງວຽງຈັນ. ໂດຍເປັນປະທານ ຮ່ວມ ຂອງ ທ່ານ ສິດທິຣົດ ຣາຊະພົນ ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ (ກະຊວງ ຜທ) ແລະ ທ່ານ ນາງ ຊາຣີນ ທູລາດາຣ ຫົວໜ້າອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຂໍ້ສະຫຼຸບ ແລະ ຂໍ້ສະເໜີດ້ານນະໂຍບາຍບົດຄົ້ນຄວ້າ ລວມເຖິງແຜນວຽກບຸລິມະສິດ ກ່ຽວກັບການສົ່ງເງິນຄືນປະເທດ ແລະ ແຜນການໃນຕໍ່ໜ້າ, ການລາຍງານເຖິງຜົນໄດ້ຮັບຈາກການສົ່ງເງິນກັບປະເທດຂອງແຮງງານລາວ, ການສົ່ງເງິນກັບປະເທດຂອງແຮງງານເປັນການປະກອບ ສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກຂອງຄອບຄົວ ໂດຍສະເພາະຄອບຄົວທີ່ໄດ້ຮັບເງິນທີ່ຖືກສົ່ງມາໃຫ້ເປັນແຫຼ່ງລາຍໄດ້ຫຼັກ.

ທ່ານ ທະນົງຊາຍ ສຸກຄຳທັດ ຮອງຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະ ນາ ກ່າວວ່າ: ການໂອນເງິນຄືນກັບມາປະເທດ ຂອງບຸກຄົນ ຫຼື ແຮງງານ ທີ່ໄປເຮັດວຽກຢູ່ຕ່າງປະເທດແມ່ນປັດໄຈສໍາຄັນອັນໜຶ່ງທີ່ຊ່ວຍເຮັດໃຫ້ເສດຖະກິດຂອງໂລກ ແລະ ພາກພື້ນ ລວມທັງ ສປປ ລາວ ມີການຂະຫຍາຍຕົວ ຊຶ່ງການໂອນເງິນກັບຄືນປະເທດແມ່ນມີທ່າອ່ຽງທີ່ສູງເພີ່ມຂຶ້ນ ແລະ ເປັນການປະກອບສ່ວນໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ໃນແຕ່ລະປີ, ແຮງງານລາວໄດ້ສົ່ງເງິນກັບປະເທດເຖິງ 412 ລ້ານໂດລາ ຄິດໄລ່ເປັນ 2,3% ຂອງ GDP ປະເທດລາວ.

ທ່ານກ່າວຕື່ມວ່າ: ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ມີຄວາມມຸ່ງໝັ້ນໃນການຊ່ວຍເຫຼືອລັດຖະບານລາວໃນການບັນລຸເປົ້າໝາຍ ເພື່ອການພັດທະນາທີ່ຍືນຍົງ ຊຶ່ງວຽກງານການເຄື່ອນຍ້າຍຖິ່ນຖານໃນກຳນົດການ ປີ 2030 ແມ່ນເປົ້າໝາຍທີ 10.7 ທີ່ເປັນວຽກງານຫຼຸດຜ່ອນຄວາມບໍ່ເທົ່າທຽມໃນລະຫວ່າງບັນດາປະເທດ ເປັນວຽກງານທີ່ອຳນວຍຄວາມສະດວກການເຄື່ອນຍ້າຍຜູ້ຄົນຢ່າງຖືກກົດໝາຍ, ປອດໄພ, ປົກກະຕິ ແລະ ມີຄວາມຮັບຜິດຊອບ ລວມທັງຜ່ານການປະຕິບັດງານຂອງນະໂຍບາຍການເຄື່ອນຍ້າຍຢ່າງເປັນລະບຽບ ແລະ ຢ່າງເປັນແບບແຜນ.

ຂ່າວ-ພາບ: ສຳນານ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version