Home ຂ່າວການເມືອງ ສສຊ ພິຈາລະນາຮ່າງກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສະບັບປັບປຸງ)

ສສຊ ພິຈາລະນາຮ່າງກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສະບັບປັບປຸງ)

0

ຮ່າງກົດໝາຍ ວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ(ສະບັບປັບປຸງ) ໄດ້ຖືກສະເໜີໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX, ໃນວັນທີ 29 ມິຖຸນານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສະເໜີຕໍ່ທີ່ປະຊຸມວ່າ: ຄວາມຈຳເປັນໃນການປັບປຸງກົດໝາຍວິສາຫະກິດຂະໜາດນ້ອຍ ແລະ ກາງ ຂຽນຫຍໍ້: ວນກ ຂຽນຫຍໍ້ເປັນພາສາອັງກິດ SME ແມ່ນມີບົດບາດຢ່າງຕັ້ງໜ້າຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນຕົ້ນແມ່ນການຜະລິດສິນຄ້າ, ການດຳເນີນການຄ້າ ແລະ ການບໍລິການ, ຊ່ວຍສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ກໍຄື ການສ້າງປະຖົມປັດໄຈໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ ປະກອບສ່ວນໃຫ້ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ອີງຕາມຜົນການສຳຫຼວດເສດຖະກິດທົ່ວປະເທດ ປີ 2020, ຈຳນວນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ກວມເອົາ 99,8% ຈາກການລົງສຳຫຼວດຕົວຈິງຫົວໜ່ວຍທຸລະກິດ ຈໍານວນ 133.997 ຫົວໜ່ວຍ. ໃນນີ້, ຈຸນລະວິສາຫະກິດ ແມ່ນກວມເອົາ 94%. ນອກນີ້ ວຽກງານສົ່ງເສີມ SME ຍັງຖືກບັນຈຸເຂົ້າໃນວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ (2021-2023).

ຜ່ານການຄົ້ນຄວ້າ ແລະ ວິໄຈຂໍ້ມູນຕ່າງໆທີ່ກ່ຽວຂ້ອງ ເຫັນວ່າມີຄວາມຈຳເປັນຕ້ອງປັບປຸງກົດ ໝາຍໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດໃນຍຸກປັດຈຸບັນ ເປັນຕົ້ນຈຸນລະວິສາຫະກິດ ແມ່ນເປັນວິສາຫະກິດທີ່ກວມເອົາອັດຕາສ່ວນຫຼາຍໃນຈໍານວນວິສາຫະກິດທັງໝົດ ຢູ່ ສປປ ລາວ; ການເຄື່ອນໄຫວຂອງ ກອງທຶນສົ່ງເສີມ SME ໃນໄລຍະຜ່ານມາ ເຫັນວ່າມີຂໍ້ຈຳກັດຫຼາຍດ້ານ ເຮັດໃຫ້ກອງທຶນບໍ່ສາມາດເຕີບໃຫຍ່ຂຶ້ນໄດ້ເທົ່າທີ່ຄວນ ຊຶ່ງບັນຫາດັ່ງກ່າວຄວນໄດ້ຮັບການປັບປຸງແກ້ໄຂ ເພື່ອໃຫ້ກອງທຶນດັ່ງກ່າວມີທຶນສະສົມຫຼາຍຂຶ້ນ, ສາມາດສະໜອງທຶນໃຫ້ MSME ໄດ້ຫຼາຍ ແລະ ວ່ອງໄວຂຶ້ນກວ່າຜ່ານມາ; ວຽກງານສົ່ງເສີມ MSME ແມ່ນຕິດພັນກັບຫຼາຍກະຊວງ, ຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ຊຶ່ງເຫັນວ່າຄວນຍົກບົດບາດຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ສູງຂຶ້ນ ແລະ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ, ມາຮອດປັດຈຸບັນ, ມີພຽງແຕ່ລາວ ຍັງບໍ່ໄດ້ສ້າງຕັ້ງຄະນະກໍາມະການສົ່ງເສີມ MSME ລະດັບຊາດ ຊຶ່ງໃນໄລຍະຜ່ານມາ ສປປ ລາວ ເຄີຍມີການແຕ່ງຕັ້ງຄະນະກໍາມະການສົ່ງເສີມ SME ແລະ ຜະລິດຕະພາບແຫ່ງຊາດ ຕາມດຳລັດສະບັບເລກທີ 42/ນຍ, ລົງວັນທີ 20 ເມສາ 2004 ແຕ່ໄດ້ຖືກຍົກເລີກໄປໃນເວລາຍົກດຳລັດສະບັບດັ່ງກ່າວ ຂຶ້ນເປັນກົດໝາຍສົ່ງເສີມ SME ສະບັບປັດຈຸບັນ. ດ້ວຍເຫດນີ້ ຈຶ່ງເຫັນວ່າຄວນສ້າງຕັ້ງຄະນະກຳມະການສົ່ງເສີມ MSME ຄືນໃໝ່ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ກວ່າຜ່ານມາ.

ໂຄງປະກອບຂອງ (ຮ່າງ) ກົດໝາຍສະບັບປັດຈຸບັນ, ສະບັບເລກທີ 11/ສພຊ, ລົງວັນທີ 21 ທັນວາ 2011 ມີທັງໝົດ XI ພາກ ແລະ 55 ມາດຕາ, ຮ່າງກົດໝາຍ ທີ່ປັບປຸງໃໝ່ນີ້ ປະກອບດ້ວຍ XI ພາກ, 5 ໝວດ ແລະ 72 ມາດຕາ. ພ້ອມນີ້ ກໍໄດ້ປ່ຽນຊື່ກົດໝາຍ ຈາກ: “ກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ” ເປັນ “ກົດໝາຍວ່າດ້ວຍການສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍໄດ້ເພີ່ມຈຸນລະວິສາຫະກິດເຂົ້າຕື່ມ. ການປັບປຸງເນື້ອໃນແມ່ນໄດ້ຕັດອອກ ຈຳນວນ 6 ມາດຕາ, ປັບປຸງເນື້ອໃນ 30 ມາດຕາ ແລະ ສ້າງໃໝ່ 23 ມາດຕາ. ມາດຕາທີ່ໄດ້ຕັດອອກ ແມ່ນເພື່ອໃຫ້ສອດຄ່ອງກັບຫຼັກການໂດຍລວມຂອງການສ້າງ ແລະ ປັບປຸງກົດ ໝາຍໃນປັດຈຸບັນ ຄື: ກຳນົດກ່ຽວກັບ ການປະສານສົມທົບ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງ ແມ່ນໃຫ້ກໍານົດຢູ່ມາດຕາກ່ຽວກັບ ສິດ ແລະ ໜ້າທີ່ ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ສິດ ແລະ ໜ້າທີ່ ຂອງກະຊວງ, ຂະແໜງການທີ່ກ່ຽວຂ້ອງຢູ່ພາກການຄຸ້ມຄອງວຽກງານການສົ່ງເສີມ ຈວນກ (ພາກທີ VIII). ກຳນົດກ່ຽວກັບການກວດກາ ການຈັດຕັ້ງປະຕິບັດ ວຽກງານສົ່ງເສີມ MSME ຊຶ່ງໄດ້ກຳນົດຢູ່ນິຕິກໍາອຶ່ນແລ້ວ. ມາດຕາ ທີ່ໄດ້ປັບປຸງ ຈໍານວນ 30 ມາດຕາ ຊຶ່ງການປັບປຸງເນື້ອໃນມາດຕາດັ່ງກ່າວເຫຼົ່ານີ້ ແມ່ນປັບປຸງໃຫ້ສອດຄ່ອງກັບສະພາບຕົວຈິງໃນປັດຈຸບັນ ໂດຍຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດ ໃນໄລຍະ 10 ປີຜ່ານມາ ເຊັ່ນ: ໄດ້ປັບປຸງນິຍາມ: ກົດໝາຍ ສະບັບປັດຈຸບັນໄດ້ກຳນົດ “ວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນຫົວໜ່ວຍທຸລະກິດທີ່ໄດ້ຂຶ້ນທະບຽນວິສາຫະກິດ ແລະ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ” ສະບັບປັບປຸງ ໄດ້ກໍານົດ “ແມ່ນຫົວໜ່ວຍທຸລະກິດ ທີ່ໄດ້ສ້າງຕັ້ງ ແລະ ເຄື່ອນໄຫວຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ” ຊຶ່ງໝາຍວ່າ ກວມເອົາທັງຫົວໜ່ວຍທຸລະກິດທີ່ນອນໃນເງື່ອນໄຂ ຕ້ອງຂຶ້ນທະບຽນວິສາຫະກິດ ແລະ ຫົວໜ່ວຍທຸລະກິດ ທີ່ບໍ່ຈໍາເປັນຕ້ອງຂຶ້ນທະບຽນວິສຫາະກິດ ຕາມທີ່ກຳນົດໃນກົດໝາຍວ່າດ້ວຍ ວິສາຫະກິດ ແລະ ລະບຽບການທີ່ກ່ຽວຂ້ອງ; ປັບປຸງ ມາດຕາ 13 ເຖິງ 26 ເປັນເນື້ອໃນທີ່ສໍາຄັນຂອງກົດໝາຍສະບັບນີ້ ໂດຍໄດ້ກໍານົດກ່ຽວກັບນະໂຍບາຍສົ່ງເສີມ MSME ຊຶ່ງກົດໝາຍສະບັບປັດຈຸບັນ ໄດ້ກໍານົດເປັນລັກສະນະລວມ ບໍ່ໄດ້ກໍານົດຈະແຈ້ງເຮັດໃຫ້ເວລາຈັດຕັ້ງປະຕິບັດຕົວຈິງ ພົບຂໍ້ຫຍຸ້ງຍາກ, ພ້ອມນີ້ ກໍເຫັນວ່າມີບາງນະໂຍບາຍ ຄວນກໍານົດເຂົ້າເພີ່ມຕື່ມ. ການປັບປຸງຄັ້ງນີ້ ຈຶ່ງໄດ້ປັບປຸງໃຫ້ລະອຽດ ໂດຍໄດ້ກຳນົດຈະແຈ້ງ ໃຫ້ເຫັນໄດ້ໃນແຕ່ລະນະໂຍບາຍຈັດຕັ້ງປະຕິບັດຄືແນວໃດ ຊຶ່ງຈະເຮັດໃຫ້ສາມາດຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດໄດ້ໃນແຕ່ລະໄລຍະ; ປັບປຸງມາດຕາ ທີ່ຕິດພັນກັບກອງທຶນສົ່ງເສີມ SME ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານ (ສະບັບປັບປຸງ ບາງມາດຕາ) ທີ່ປັບປຸງໃນປີ 2021 ແລະ ດໍາລັດວ່າດ້ວຍກອງທຶນສົ່ງເສີມ SME ທີ່ປະກາດໃຊ້ ໃນປີ 2019 ໂດຍການນຳເອົາເນື້ອໃນທີ່ສໍາຄັນຂອງດໍາລັດວ່າດ້ວຍກອງທຶນສົ່ງເສີມ SME ເຂົ້າໃນກົດ ໝາຍ ເພື່ອເຮັດໃຫ້ກອງທຶນສາມາດເຄື່ອນໄຫວໄດ້ຢ່າງມີປະສິດທິພາບ, ແນໃສ່ຮັບປະກັນຄວາມຍືນຍົງຂອງກອງທຶນ ເຊັ່ນ: ແຫຼ່ງທຶນຂອງກອງທຶນ, ການຄຸ້ມຄອງລາຍຮັບ-ລາຍຈ່າຍ ຂອງກອງທຶນ ເປັນຕົ້ນ ປັບປຸງມາດຕາ ທີ່ກຳນົດກ່ຽວກັບ ສິດ ແລະ ໜ້າທີ່ ຂອງພາກສ່ວນຮັບຜິດຊອບວຽກງານສົ່ງເສີມ MSME ໂດຍໄດ້ປັບປຸງໃຫ້ມີຄວາມລະອຽດ ແລະ ແທດເໝາະກັບໜ້າທີ່ຄວາມຮັບຜິດຊອບຕົວຈິງຂອງແຕ່ລະພາກສ່ວນ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານສົ່ງເສີມ MSME ສາມາດຈັດຕັ້ງປະຕິບັດໄດ້ນັບແຕ່ສູນກາງຮອດທ້ອງຖິ່ນ.

ຂ່າວ-ພາບ: ແສງຈັນ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version