Home ຂ່າວກິລາ ພິທີຖະແຫຼງຂ່າວການແຂ່ງຂັນບານເຕະ ຊິງຂັນ ສຕລ-ລາວຟອດ 2022

ພິທີຖະແຫຼງຂ່າວການແຂ່ງຂັນບານເຕະ ຊິງຂັນ ສຕລ-ລາວຟອດ 2022

0

ໃນຕອນບ່າຍຂອງວັນທີ 27 ມີນາ 2022 ທີ່ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງຂ່າວ ການແຂ່ງຂັນບານເຕະ ຊິງຂັນ ສຕລ-ລາວຟອດ 2022 (LFF – Lao Ford Cup 2022) ຂຶ້ນ. ເປັນກຽດເຂົ້າຮ່ວມໃນພິທີມີທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ໄຊຊະນະ ທອງຄຳຈັນ ຫົວຫນ້າອະນຸກຳມະການຕະຫລາດ ແລະ ສື່ມວນຊົນ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ກັນຍາ ແກ້ວມະນີ ເລເຂາທິການສະຫະພັນບານເຕະແຫ່ງຊາດລາວ, ທ່ານ ເວນ ແມັກອິນທ໊ອສ (Wayne McIntosh, Managing Director – Automotive, Sales) ຜູ້ບໍລິຫານຈັດການທົ່ວໄປ ບໍລິສັດ Lao Ford City ກໍ່ໄດ້ເຂົ້າມາຮ່ວມ. ນອກຈາກນັ້ນຍັງມີບັນດາແຂກ, ສື່ມວນຊົນ ແລະ ຕາງໜ້າຈາກສະໂມສອນ ກິລາບານເຕະ ກໍໄດ້ເຂົ້າມາຮ່ວມ.

ຈຸດປະສົງຂອງພິທີຖະແຫຼງຂ່າວແມ່ນເພື່ອແນະນໍາຜູ້ໃຫ້ການສະໜັບສະໜູນຫຼັກໃນການແຂ່ງຂັນບານເຕະຊິງຂັນ ສຕລ-ລາວຟອດ 2022 (LFF – Lao Ford Cup 2022) ແລະ ຈັບສະຫຼາກເພື່ອຊອກຫາຄູ່ການແຂ່ງຂັນ.

ເປັນກຽດຂຶ້ນກ່າວເປີດພິທີຖະແຫຼງຂ່າວໂດຍແມ່ນທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ຈາກນັ້ນທ່ານ ເວນ ແມັກອິນທ໊ອສ (Wayne McIntosh, Managing Director – Automotive, Sales) ຜູ້ບໍລິຫານຈັດການທົ່ວໄປ ບໍລິສັດ Lao Ford City ກໍ່ໄດ້ຂຶ້ນກ່າວຈຸດປະສົງຂອງການສະໜັບສະໜູນການແຂ່ງຂັນ.

ໃນພິທີຖະແຫຼງຂ່າວຍັງໄດ້ມີການເຊັນສັນຍາຮ່ວມມືກັນລະຫວ່າງ ສະຫະພັນບານເຕະແຫ່ງຊາດລາວ ແລະ ບໍລິສັດ Lao Ford ເຊິ່ງໃນປີນີ້ ບໍລິສັດ Lao Ford City ຈະເປັນຜູ້ໃຫ້ການສະໜັບ ສະໜູນຫຼັກການແຂ່ງຂັນບານເຕະ ຊິງຂັນ ສຕລ-ລາວຟອດ 2022 (LFF –Lao Ford Cup 2022) ເປັນມູນຄ່າຈໍານວນ 35,000 ໂດລາ.

ຕໍ່ມາກໍ່ໄດ້ມີການຈົກສະຫຼາກເພື່ອຊອກຫາຄູ່ແຂ່ງຂັນ ສໍາລັບການແຂ່ງຂັນໃນປີນີ້ມີທັງໝົດ 7 ສະໂມສອນຈາກການແຂ່ງຂັນບານເຕະເປບຊີລາວລີກ 1 ເຂົ້າຮ່ວມຄື:

1. ສະໂມສອນ ກິລາບານເຕະ ກອງທັບ

2. ສະໂມສອນ ກິລາບານເຕະ ຫລວງພະບາງ

3. ສະໂມສອນ ກິລາບານເຕະ ຈໍາປາສັກ

4. ສະໂມສອນ ກິລາບານເຕະ ເອສະຣາ

5. ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ

6. ສະໂມສອນ ກິລາບານເຕະ ຊ້າງນ້ອຍ

7. ສະໂມສອນ ກິລາບານເຕະ ວຽງຈັນ

ສ່ວນສະໜາມການແຂ່ງຂັນແມ່ນມີ 4 ສະໜາມ ຄື: ສະໜາມກິລາແຫ່ງຊາດຫຼັກ 16, ສະໜາມກິລາ ກອງທັບ, ສະໜາມກິລາແຂວງຫຼວງພະບາງ ແລະ ສະໜາມກິລາແຂວງຈໍາປາສັກ, ສະໂມສອນທີ່ບໍ່ມີສະໜາມເປັນຂອງຕົນເອງຫາກຈັບສະຫຼາກພົບກັບສະໂມສອນທີ່ມີສະໜາມແຂ່ງຂັນຂອງຕົນເອງ, ນັດດັ່ງກ່າວຈະແຂ່ງຂັນຢູ່ສະໜາມຂອງສະໂມສອນທີ່ມີສະໜາມເປັນຂອງຕົນເອງ.

ສະໂມສອນທີ່ບໍ່ມີສະໜາມເປັນຂອງຕົນເອງຫາກຈັບສະຫຼາກພົບກັນເອງແມ່ນແຂ່ງຂັນຢູ່ທີ່ສະໜາມຫຼັກ 16 ຕາມຜົນການຈັບສະຫຼາກ.

ໃນກໍລະນີສະໂມສອນທີ່ມີສະໜາມແຂ່ງຂັນເປັນຂອງຕົນເອງຈັບສະຫຼາກພົບກັນແມ່ນໃຫ້ແຂ່ງຂັນຕາມຜົນຂອງການຈັບສະຫຼາກ.

ຜົນການຈັບສະຫລາກຈັບຄູ່ ລາຍການ ແຂ່ງຂັນບານເຕະຊິງຂັນ ສຕລ ລາວຟອດ 2022

+ ວັນພຸດ 03/08/2022

– ຫຼວງພະບາງ ພົບ ມາສເຕີ້ ເຊເວັ້ນ ແຂ່ງຂັນຢູ່ທີ່ສະຫນາມກິລາແຂວງຫຼວງພະບາງ

– ວຽງຈັນ ພົບ ເອສະຣາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16

– ກອງທັບ ພົບ ຊ້າງນ້ອຍ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5

ສ່ວນ ຈຳປາສັກ ແມ່ນຖືກຈັບສະຫລາກຜ່ານເຂົ້າຮອບຮອງຊະນະເລີດ, ຮອບຮອງຊະນະເລີດ ແມ່ນຈະແຂ່ງຂັນວັນພະຫັດ 25/08/2022 ແລະ ນັດຊີງຊະນະເລີດ ແມ່ນຈະແຂ່ງຂັນວັນອາທິດ 28/08/2022.

#LFFLaoFordCup2022#Laofootball

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version