Home ຂ່າວຕ່າງປະເທດ ອັດຕາເງິນເຟີ້ ສ.ເກົາຫລີ ອາດເພີ່ມຂຶ້ນເຖິງ6%

ອັດຕາເງິນເຟີ້ ສ.ເກົາຫລີ ອາດເພີ່ມຂຶ້ນເຖິງ6%

0

ຕາມ​ຂ່າວ​ຈາກ ​ເຊ​ອຸນ,​ເມື່ອ​ບໍ່​ດົນ​ມາ​ນີ້, ອັດຕາ​ ເງິນ​ເຟີ້​ຂອງ ສ.​ເກົາຫ​ລີ ອາດ​ເພີ່ມ​ຂຶ້ນ 6%​ໃນ​ໄລຍະ​ເດືອນ ມິຖຸນາ​ ເຖິງ​ເດືອນ​ສິງຫາ​ນີ້ ຍ້ອນ​ໄດ້​ຮັບ​ ຜົນ​ກະທົບ ​ຈາກ​ລາຄາ​ ນ້ຳມັນ,ອາຫານ ​ແລະ​ ສິນຄ້າ​ຕ່າງໆ ​​ແພງ​ຂຶ້ນ ​ທົ່ວ​ໂລກ ພາຍຫລັງ ທ່ານ Chu Gyeong-ho, ລັດຖະມົນຕີ ກະຊວງ ການເງິນ ສ.​ເກົາຫລີ ​ເປີດ​ເຜີຍ ຜ່ານ​ທາງ ​ໂທລະພາບ​ວ່າ: ລາຄາ ນ້ໍາມັນ ທົ່ວໂລກ ທີ່​ຫລຸດ​ລົງ ​ໃນ​ໄລຍະ​ນີ້ ອາດຈະຊ່ວຍໃຫ້ ອັດຕາ ເງິນເຟີ້ ຂອງເກົາຫລີ ຢຸດການ ເພີ່ມຂຶ້ນ​ ໄດ້​ຊົ່ວຄາວ ​ເພາະ​ປັດ​ໄຈ ​ພາຍ​ນອກ ​ເປັນ​ປັດ​ໄຈ​ຫລັກ ທີ່​ເຮັດ​ໃຫ້​ ດັດ​ຊະ​ນີ ລາຄາ ​ຜູ້​ບໍລິ​ໂພ​ກ ​ເພີ່ມ​ຂຶ້ນ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄາດ​ວ່າ ອັດຕາ​ເງິນ​ເຟີ້ ​ຈະ​ສືບ​ຕໍ່ ​ເພີ່ມ​ຂຶ້ນ​ອີກ​ ໄລຍະໜຶ່ງ. ລັດຖະບານ ​ໄດ້​ເອົາ​ໃຈ​ໃສ່ ​ເປັນ​ຢ່າງ​ດີ ​ຕໍ່​ການ​ຮັກສາ ​ສະຖຽນ​ ລະ​ພາບ​ ຂອງ​ລາຄາ​ ຜູ້​ບໍລິ​ໂພ​ກ ທີ່​ຜັນ​ຜວນ ມີ​ສະຖຽນ​ ລະ​ພາບ ແລະ​ ຈະ​ໃຊ້​ມາດ​ ຕະ​ການ​ ທັງ​ຫມົດ ​ທີ່​ເປັນ​ໄປ​ໄດ້​ ເພື່ອ​ຮັກ​ສາ​ ໄພ​ເງິນ​ເຟີ້​ ພາຍ​ໃຕ້​ ການ​ຄວບ​ຄຸມ​ໄດ້. ອັດຕາເງິນເຟີ້ ໃນເດືອນມິຖຸນາ ຫາເດືອນສິງຫາ ສາມາດ ສູງເຖິງ 6% ເພີ່ມຂຶ້ນຈາກ 5,4% ຕໍ່ປີ ໃນເດືອນພຶດສະພາ ຊຶ່ງ​ເປັນອັດຕາ ທີ່ສູງທີ່ສຸດ ໃນຮອບເກືອບ 14 ປີ ແລະ ເພີ່ມຂຶ້ນຈາກ 4,8%ໃນເດືອນເມສາ. ກ່ອນ​ໜ້າ​ນີ້ ກະຊວງ​ການ​ເງິນ​ ໄດ້​ດັດ​ແປງ​ ຄາດ​ຄະ​ເນ​ ໄພ​ເງິນ​ເຟີ້ ​ໃນ​ປີ 2022 ​ເປັນ 4,7% ​ເຊິ່ງສູງ​ສຸດ​ ໃນ​ຮອບ 14 ປີ, ຈາກ​ການ ​ຄາດ​ຄະ​ເນ​ ໃນ​ເດືອນ​ທັນວາ​ ປີ​ນີ້ ​ຈະ​ຢູ່​ລະດັບ 2,2%./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version