Home ຂ່າວການເມືອງ ກະຊວງ ຖວທ ຫວນຄືນມູນເຊື້ອປີສາມັກຄີ ລາວ-ຫວຽດນາມ

ກະຊວງ ຖວທ ຫວນຄືນມູນເຊື້ອປີສາມັກຄີ ລາວ-ຫວຽດນາມ

0

ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດພິທີປາຖະກະຖາ ປີສາມັກຄີມິດຕະພາບ ລາວ -ຫວຽດ ນາມ, ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມື ຄົບຮອບ 45 ປີ ( 18/7/1977-18/7/2022 ) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ ຫວຽດນາມ ຄົບຮອບ 60 ປີ ຂຶ້ນໃນວັນທີ 23 ມິຖຸນາ 2022 ທີ່ຫໍວັດທະນະທໍາແຫ່ງຊາດ. ໂດຍການໃຫ້ກຽດປາຖະກະຖາຂອງທ່ານ ໝູນແກ້ວ ອໍລະບູນ ອາດີດ ກຳມະການສູນກາງພັກ, ອາດີດ ລັດຖະມົນຕີກະຊວງ ຖວທ, ເຂົ້າຮ່ວມຮັບຟັງ ມີ ທ່ານ ນາງ ສວນສະຫັວນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ພ້ອມຮອງລັດຖະມົນຕີ ພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.

ໃນພິທີ ທ່ານ ໝູນແກ້ວ ອໍລະບູນ ໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນຂອງ ປີສາມັກຄີມິດຕະພາບລາວ- ຫວຽດນາມ ວັນເຊັນສັນຍາມິດຕະພາບການຮ່ວມມື ຄົບຮອບ 45 ປີ (ວັນທີ 18 ກໍລະກົດ ປີ 1977 ຫາ 18 ກໍລະກົດ ປີ 2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ຄື (ວັນທີ 5 ກັນຍາ 1962 ຫາ 5 ກັນຍາ ປ2022 ), ປະຫັວດສາດ ມູນເຊື້ອ ສາຍພົວພັນມິດຕະພາບອັນຍີ່ງໃຫຍ່ ຊຶ່ງສະແດງອອກຫຼາຍເຫດການທີ່ສຳຄັນ ທີ່ ສອງພັກ ສອງລັດ ກໍຄື ປະຊາຊົນ ສອງຊາດ ລາວ- ຫວຽດນາມ ທີ່ໄດ້ຮ່ວມສາມັກຄີກັນຕໍ່ສູ້ຕ້ານກັບຈັກກະພັດອາເມລິກາ ເພື່ອກູ້ຊາດ , ກູ້ເອກກະລາດ ຂອງສອງປະເທດໃນເມືອກ່ອນ, ສາຍພົວພັນມິດຕະພາບອັນຍີ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ – ຫວຽດນາມ ຊື່ງເປັນປັດໃຈອັນສຳຄັນ ຕັດສິນໄຊຊະນະຂອງການປະຕິວັດລາວ ແລະ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໃນ ເມືອກ່ອນ ກໍຄືການສ້າງສາພັດທະນາ ຂອງສອງປະເທດໃນປັດຈຸບັນ.

ການປະຖະກະຖາຄັ້ງນີ້ ກໍເພື່ອເປັນການໂຄສະນາ ສືກສາອົບຮົມ ໃຫ້ພະນັກງານ, ລັດຖະກອນ, ທະຫານ,ຕໍາຫຼວດ ແລະປະຊາຊົນບັນດາເຜົ່າ ໂດຍສະເພາະ ຄົນຮຸ່ນໜຸ່ມໃຫ້ມີຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ, ເລີກເຊິ່ງ, ໜັກແໜ້ນ ພ້ອມທັງເປັນການຈາລືກບຸນຄຸນ, ຕຸນງາມຄວາມດີຂອງພັກ, ລັດ ແລະ ປະຊາຊົນອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງແລະ ລໍ້າຄ່າ ໃນພາລະກິດປະຕິວັດ ແຫ່ງກ່ນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກໍຄືການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ, ເຂົ້າໃນການທ້ອນໂຮມປະເທດຫວຽດນາມ ໃຫ້ເປັນອັນໜື່ງອັນດຽວໃນເມື່ອກ່ອນ ແລະ ການປົກປັກຮັກສາ, ພັດທະນາສ້າງສາປະເທດຫວຽດນາມໃນປັດຈຸບັນ, ປະຫັວດສາດ ມູນເຊື້ອທີ່ສຳຄັນຍີ່ງໃຫຍ່ ລະຫວ່າງ ລາວ – ຫວຽດນາມ, ສືບຕໍ່ເສີມຂະຫຍາຍ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງຍາວນານ, ທັງເປັນເຈົ້າການຖະນຸຖະໜອມ ເພີ່ມພູນຄູນສ້າງມູນເຊື້ອດັ່ງກ່າວ ໃຫ້ຈະເລີນງອກງາມຍີ່ງໆຂື້ນ.

ຂ່າວ : ຍຸພິນທອງ

ພາບ: ອາພິນຍາ ສຸລິຍະວົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version