Home ຂ່າວການເມືອງ ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງ ອຄ

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງ ອຄ

0

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນ ໃນວັນ 23 ມິຖຸນາ ນີ້ ທີ່ກະຊວງ ອຄ ໂດຍມີ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມເປັນສັກຂີພິຍານ ຊຶ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານບັນດາເອກະສານທີ່ກ່ຽວຂ້ອງ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງໜ້າທີ່ດັ່ງກ່າວ ຊຶ່ງເນື້ອໃນໂດຍລວມແມ່ນ ຍົກຍ້າຍ ສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງ ອຄ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ຢູ່ສໍານັກງານນາຍົກລັດຖະມົນຕີ ແລະ ແຕ່ງຕັ້ງ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ອຄ ຜູ້ໃໝ່. ຈາກນັ້ນ, ສະຫາຍ ຄຳແພງ ໄຊສົມແພງ ກໍໄດ້ກ່າວສະຫຼຸບວຽກງານໃນໄລຍະຜ່ານມາ ພ້ອມທັງກ່າວອຳລາໜ້າທີ່ ແລະ ກໍໄດ້ລົງລາຍເຊັນມອບ-ຮັບໜ້າທີ່ ກັບ ສະຫາຍ ມະໄລທອງ ກົມມະສິດ.

ໂອກາດດັ່ງກ່າວ, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນໂອ້ລົມວ່າ: ກົມການເມືອງສູນກາງພັກ ກໍຄື ລັດຖະບານ ຕີລາຄາສູງ ທີ່ເຫັນວ່າຕະຫຼອດໄລຍະສອງປີກວ່າຜ່ານມາ ເຖິງແມ່ນວ່າສະພາບທັງສາກົນ, ພາກພື້ນ ແລະ ພາຍໃນປະເທດເຮົາ ຈະມີຄວາມຫຍຸ້ງຍາກສັບສົນ ແລະ ມີສິ່ງທ້າທາຍໃຫຍ່ຫຼວງຫຼາຍດ້ານ, ແຕ່ພາຍໃຕ້ການຊີ້ນຳ-ນຳພາຂອງ ສະຫາຍ ຄຳແພງ ໄຊສົມແພງ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ອຄ ຜູ້ເກົ່າ ພ້ອມກັບບັນດາສະຫາຍຄະນະພັກ, ຄະນະນຳ ກໍຄື ບັນດາສະຫາຍພະນັກງານຫຼັກແຫຼ່ງທົ່ວກະຊວງ ອຄ ເຫັນວ່າມີຜົນສຳເລັດຫຼາຍດ້ານ ໃນການຈັດຕັ້ງປະຕິບັດວຽກງານທີ່ພັກ ແລະ ລັດຖະບານມອບໝາຍໃຫ້. ບັນດາສະຫາຍໄດ້ຮັບຮູ້ແລ້ວວ່າ ການບູລະນະການຈັດຕັ້ງ, ການສັບຊ້ອນພະນັກງານ ແມ່ນກົດເກນພາວະວິໄສ ແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ-ລັດເຮົາ ທຸກໆການຈັດຕັ້ງກໍລ້ວນແຕ່ມີການເຄື່ອນເໜັງ, ປັບປຸງໄປຕາມແຕ່ລະໄລຍະໜ້າທີ່ການເມືອງຂອງການປະຕິວັດ, ພະນັກງານ ກໍມີການສັບຊ້ອນໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ໃຫ້ແທດເໝາະກັບຄຸນສົມບັດ, ລະດັບຄວາມຮູ້-ຄວາມສາມາດ ແລະ ປະສົບການຕົວຈິງຂອງແຕ່ລະສະຫາຍ. ດັ່ງ ທ່ານ ເລນິນ ໄດ້ເວົ້າວ່າ “ສັບຊ້ອນແລ້ວ, ສັບຊ້ອນອີກ, ສັບຊ້ອນໃຫ້ແທດເໝາະກັບໜ້າທີ່ແຕ່ລະໄລຍະຂອງການປະຕິວັດ” ນີ້ສະແດງໃຫ້ເຫັນວ່າ ທຸກໆການຈັດຕັ້ງຈະບໍ່ຄົງຕົວຢູ່ບ່ອນເກົ່າ ແລະ ພະນັກງານທຸກຄົນຈະບໍ່ໄດ້ຢຸດນິ້ງຢູ່ບ່ອນເກົ່າ.

ສໍາລັບ ສະຫາຍ ມະໄລທອງ ກົມມະສິດ ກໍແມ່ນພະນັກງານຂັ້ນຍຸດທະສາດຂອງພັກ, ລັດ ເຄີຍຊີ້ນໍາບັນຊາຜ່ານຫຼາຍຂົງເຂດ ແລະ ມີຜົນສໍາເລັດຫຼາຍດ້ານ ແລະ ສິ່ງສໍາຄັນແມ່ນເປັນຜູ້ທີ່ຍັງໜຸ່ມແໜ້ນຫ້າວຫັນໃນການເຮັດວຽກງານທີ່ໜັກໜ່ວງທີ່ພັກ ແລະ ລັດຖະບານມອບໝາຍໃຫ້. ການເຂົ້າມາຮັບໜ້າທີ່ຂອງສະຫາຍຈະມີຜົນສໍາເລັດ ຫຼື ບໍ່ ແມ່ນຄວາມຕັດສິນໃຈຂອງສະຫາຍເອງ ຕິດພັນກັບການອູ້ມຊູ, ສະໜັບສະໜູນ, ຊ່ວຍເຫຼືອຈາກໝູ່ຄະນະກໍຄືພະນັກງງານຫຼັກແຫຼ່ງທົ່ວກະຊວງ ອຸດສາຫະ ກຳ ແລະ ການຄ້າ. ໃນນີ້, ສໍາຄັນທີ່ສຸດແມ່ນຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນຕ້ອງສູງ, ແບບແຜນວິທີເຮັດວຽກຕ້ອງລວມສູນ, ຄົບຖ້ວນຕາມຫຼັກການນໍາພາຂອງພັກ, ບໍ່ຫຼີກ ແລະ ບໍ່ໂຍນຄວາມຮັບຜິດຊອບ, ໜ້າວຽກທີ່ສໍາຄັນຕ້ອງເອກະພາບພາຍໃນໝູ່ຄະນະ ທັງຕິດຕາມກວດກາປະເມີນຜົນເປັນແຕ່ລະໄລຍະ ເພື່ອພ້ອມກັນແບກຫາບໜ້າທີ່ອັນໜັກໜ່ວງ ທີ່ພັກ-ລັດມອບໝາຍໃຫ້.

ເພື່ອເຮັດສໍາເລັດໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍໄດ້ຕາງໜ້າກົມການເມືອງ ກໍຄື ລັດຖະບານ ສະເໜີໃຫ້ສະຫາຍລັດຖະມົນຕີຜູ້ໃໝ່ ກໍຄື ພະນັກງານ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງທົ່ວກະຊວງ ອຄ ໃຫ້ເອົາໃຈໃສ່ບາງບັນຫາ ຊຶ່ງກ່ອນອື່ນໝົດແມ່ນວຽກພັກ ເປັນຕົ້ນແມ່ນ ຄະນະພັກ-ຄະນະນໍາ ຕ້ອງຮັກສາຄວາມສາມັກຄີເປັນເອກະພາບ, ປະຕິບັດແບບ ແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະມອບໃຫ້ບຸກຄົນຮັບຜິດ ຊອບຢ່າງຈະແຈ້ງ. ຕ້ອງພ້ອມກັນຮໍ່າຮຽນນໍາວຽກຕົວຈິງ, ຮຽນນໍາໝູ່ຄະນະ, ຮຽນນໍາມະຫາຊົນ, ຈິງໃຈຊ່ວຍເຫຼືອ, ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ, ຕ້ານທັດສະນະແນວຄິດໃນຕົວ ຫຼື ໂຍນຄວາມຮັບຜິດຊອບໃຫ້ກັນ, ໃສ່ຮ້າຍປ້າຍສີສິ່ງທີ່ບໍ່ດີແບບຊະຊາຍ. ພ້ອມນັ້ນ, ບັນ¬ດາສະຫາຍ ຈະຕ້ອງໄດ້ຊ່ວຍ ແລະ ໃຫ້ການຮ່ວມມືສະໜັບສະໜູນ ສະຫາຍລັດຖະມົນຕີຜູ້ໃໝ່ທີ່ຈະເປັນໃຈກາງນຳພາ-ຊີ້ນຳ ຮັບຜິດຊອບຕໍ່ໜ້າທີ່ການເມືອງອັນໜັກໜ່ວງ ໃນນາມເປັນເລຂາຄະນະພັກ, ກໍຄືລັດຖະມົນຕີຜູ້ໃໝ່. ສຳລັບວຽກງານວິິຊາສະເພາະ ແມ່ນມອບໃຫ້ສະຫາຍລັດຖະມົນຕີຜູ້ໃໝ່ ແລະ ພະນັກງານຫຼັກແຫ່ງທົ່ວກະຊວງ ພ້ອມຈິດພ້ອມໃຈກັນຈັດຕັ້ງປະຕິບັດຕາມພາລະບົດບາດສິດ, ໜ້າທີ່ຂອງກະຊວງອຸດສາຫະກຳການຄ້າ ແລະ ຕາມການນຳພາຊີ້ນຳ ຂອງພັກ ແລະ ລັດຖະບານ ເພື່ອພ້ອມກັນແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນ ແລະ ຜ່ານບັນຫາຫຍຸ້ງຍາກໄປພ້ອມກັນ ຊຶ່ງໄລຍະຜ່ານມາ ພັກ, ກໍຄືລັດຖະບານ ທີ່ໄດ້ພະຍາຍາມລະດົມຄວາມຄິດຄວາມເຫັນ, ມີຄວາມຕັດສິນໃຈສູງໃນການປັບປຸງປ່ຽນແປງ, ແກ້ໄຂບັນຫາລວມຂອງຊາດ ເພື່ອຈະເຮັດໃຫ້ພວກເຮົາສາມາດປະຄັບປະຄອງເສດຖະກິດຂອງປະເທດ ບໍ່ໃຫ້ຕົກເຂົ້າສູ່ວິກິດທີ່ໜັກ ໜ່ວງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ

ພາຍຫຼັງການໂອ້ລົມ, ສະຫາຍ ມະໄລທອງ ກົມມະສິດ ກໍໄດ້ກ່າວຮັບ ແລະ ໄດ້ມີຄໍາເຫັນບາງຕອນສຳຄັນວວ່າ: ຂໍຮັບເອົາທຸກຄໍາເຫັນຊີ້ນໍາ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສຸມສະຕິປັນຍາ, ເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຕາມທິດຊີ້ນໍາ ທີ່ໄດ້ຮັບໃນຄັ້ງນີ້.

(ຂ່າວ-ພາບ: ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version