Home ຂ່າວການເມືອງ ລັດຖະບານ ກຳລັງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

ລັດຖະບານ ກຳລັງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

0

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຊີ້ແຈງວຽກງານລັດຖະບານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ສາເຫດຄວາມຫຍຸ້ງຍາກຂອງສະພາບເສດຖະກິດໃນປະເທດເຮົາໃນ ປັດຈຸບັນນີ້, ແມ່ນເກີດຈາກ 2 ສາເຫດຫຼັກຄື: ສາເຫດນອກຕົວ ແມ່ນຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ-19 ແລະ ສະພາບວິກິດເສດຖະກິດໂລກ ທີ່ເກີດຈາກການຂວໍ້າບາດຂອງປະເທດຕາເວັນ ຕົກທາງເສດຖະກິດຕໍ່ຣັດເຊຍ. ສ່ວນສາເຫດໃນຕົວ ແມ່ນຍ້ອນຢູ່ພາຍໃນພວກເຮົາຍັງບໍ່ມີຄວາມສະດຸ້ງໄວ ໃນການແກ້ໄຂບັນຫາ ຫຼື ບໍ່ຢາກປ່ຽນແປງໄປສູ່ອັນໃໝ່. ແຕ່ແນວໃດກໍຕາມ, ລັດຖະບານ ພວມເອົາໃຈ ໃສ່ຢ່າງໃກ້ຊິດໃນການແກ້ໄຂບັນຫາຄວາມຫຍຸ້ງຍາກດັ່ງກ່າວ, ໂດຍສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດມາດ ຕະການ, ເປົ້າໝາຍ ແລະ ຄາດໝາຍ,​ ຕ່າງໆ ທີ່ໄດ້ກໍານົດໄວ້ໃນວາລະແຫ່ງຊາດ ກ່ຽວກັບການແກ້ໄຂສະ ພາບເສດຖະກິດ-ການເງິນ ບົນພື້ນຖານຢຶດໝັ້ນຫຼັກການ ເດັດຂາດ, ໂປງໃສ ແລະ ມືອາຊີບ ໃຫ້ມີປະສິດທິຜົນ. ສ່ວນ ບາງມາດຕະການຕົວຈິງໃນສະເພາະໜ້ານັ້ນ ລັດຖະບານ ໄດ້ເພີ່ມທະວີຄວາມເດັດຂາດໃນການຄຸ້ມຄອງເງິນຕາຕ່າງປະເທດ, ຮ້ານແລກປ່ຽນ ແລະ ປະຕິບັດວິໄນເຂັ້ມງວດຕໍ່ຜູ້ລະເມີດລະບຽບກົດໝາຍ.

ປັດຈຸບັນທະນາຄານແຫ່ງ ສປປ ລາວ ກໍາລັງຫັນເອົາຮ້ານແລກປ່ຽນເງິນຕາທັງໝົດ ໃຫ້ເຂົ້າສັງກັດທະນາຄານທຸລະກິດ ເພື່ອໃຫ້ອັດຕາການແລກປ່ຽນ ສອດຄ່ອງຕາມອັດຕາຊີ້ນໍາຂອງທະນາຄານແຫ່ງ ສປປ ລາວ, ນອກນີ້ ລັດຖະບານ ໄດ້ອອກພັນທະບັດຈໍາໜ່າຍແກ່ສັງຄົມ ເພື່ອດຶງດູດແຫຼ່ງທຶນສະກຸນເງິນກີບຈາກສັງຄົມເຂົ້າສູ່ທະນາຄານ, ຈາກການອອກພັນທະບັດດັ່ງກ່າວ ໄດ້ເຮັດໃຫ້ອັດຕາແລກປ່ຽນປັບລົງເລື້ອຍໆ. ສ່ວນການແກ້ໄຂ ວິກິດນໍ້າມັນເຊື້ອໄຟນັ້ນ, ລັດຖະບານໄດ້ປັບໂຄງສ້າງລາຄານໍ້າມັນ ຕາມຂອບເຂດທີ່ຄະນະປະຈໍາສະພາແຫ່ງ ຊາດໄດ້ອະນຸມັດ ໂດຍໄດ້ປັບຈາກອາກອນຊົມໃຊ້ຈາກ 11% ມາເປັນຂອບອັດຕາຈັດຕັ້ງປະຕິບັດຕົວຈິງແຕ່ 0-11%, ສ່ວນແອັດຊັງທຳມະດາຈາກ 16% ມາເປັນຂອບຈັດຕັ້ງປະຕິບັດຕົວຈິງແຕ່ 0-16% ຊຶ່ງຄະນະປະຈຳສະພາແຫ່ງຊາດ ໄດ້ຕົກລົງໃຫ້ລັດຖະບານກຳນົດເອົາເອງໃນຂອບດັ່ງກ່າວ, ພ້ອມທັງໄດ້ໃຫ້ສິນເຊື່ອ ແກ່ບໍລິສັດນໍ້າມັນເຊື້ອໄຟລາວ ເພື່ອເປັນຕົວແທນຂອງບັນດາບໍລິສັດນຳເຂົ້ານ້ຳມັນ ເພື່ອຈັດຊື້ນໍ້າມັນມາສະໜອງໃຫ້ສັງຄົມ ແລະ ມອບໃຫ້ 4 ບໍລິສັດໃຫ້ເປັນຕົວແທນນໍາເຂົ້ານໍ້າມັນ ເປັນຜູ້ຄຸ້ມຄອງການຈັດຊື້ນໍ້າມັນເຊື້ອໄຟ ເພື່ອມາສະໜອງໃຫ້ແກ່ສັງຄົມ ເຖິງວ່າ ຈະບໍ່ປົກະຄືຜ່ານມາ ແຕ່ກໍຈະຜ່ອນຄາຍລົງ. ນອກນີ້, ລັດຖະບານ ມີແຜນຊອກວິທີທາງອື່ນໃນການຈັດຫານໍ້າມັນເຊື້ອໄຟ ເພື່ອສະໜອງໃຫ້ສັງຄົມໃນໄລຍະຍາວ. ສ່ວນລາຄານໍ້າມັນເຊື້ອໄຟແມ່ນຈະໃຫ້ເປັນໄປຕາມລາຄານໍ້າມັນໃນຕະຫຼາດໂລກ.

ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ຕື່ມວ່າ: ລັດຖະບານຈະຖອດຖອນບົດຮຽນ ເພື່ອປັບໂຄງສ້າງການນໍາເຂົ້າສິນຄ້າປະເພດຕ່າງໆ ເພື່ອຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ, ໂດຍຈະກໍານົດຕາມຄວາມເປັນຈິງວ່າ ສິນຄ້າປະເພດໃດທີ່ພວກເຮົາມີ ຫຼື ຜະລິດໄດ້ ແມ່ນອາດໂຈະການນໍາເຂົ້າ. ນອກນີ້, ລັດຖະບານ ຈະສືບຕໍ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆຂອງພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ ທີ່ມີພຶດຕິກໍາສວຍໃຊ້ໜ້າທີ່ຕຳແໜ່ງ ສວຍໂອກາດໃນສະພາບທີ່ປະເທດຊາດພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດດັ່ງໃນປັດຈຸບັນນີ້ ແລະ ຢຶນຢັນຈະເປີດໃຈຮັບຟັງຄໍາຕໍານິຕິສົ່ງຂ່າວຢ່າງຈິງໃຈ ກົງໄປ ກົງມາ, ສ້າງສັນ ທີ່ເປັນປະໂຫຍດຈາກສັງຄົມ ເພື່ອເປັນພື້ນຖານໃນການປັບປຸງລະບົບການເຮັດວຽກຂອງລັດຖະບານໃຫ້ດີກວ່າເກົ່າໃນຕໍ່ໜ້າ.

ທ່ານນາຍົກຍັງຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງບໍລິໂພກຂໍ້ມູນ-ຂ່າວສານຈາກສື່ສັງຄົມອອນລາຍຢ່າງມີສະຕິ, ຕ້ອງມີການກັ່ນຕອງ ເບິ່ງເຫດ ແລະ ຜົນກ່ອນຈະແຊຂໍ້ມູນຂ່າວສານດັ່ງກ່າວນັ້ນ ແລະ ຂໍຮຽກຮ້ອງໃຫ້ຢຸດຕິການປ່ອຍຂ່າວບິດເບືອນ, ທັບຖົມໂຈມຕີ, ບິດເບືອນຂໍ້ມູນຄວາມຈິງ ສ້າງຄວາມແຕກຕື່ນໃຫ້ແກ່ສັງຄົມ ຂໍໃຫ້ຢຸດຕິພຶດຕິກຳດັ່ງກ່າວ.​

ຂ່າວ: ຄ.​ຄຳປະເສີດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version