Home ຂ່າວໜ້າໜຶ່ງ ຮອງນາຍົກ ຊີ້ນຳການພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ

ຮອງນາຍົກ ຊີ້ນຳການພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ

0

ໃນວັນທີ 22 ມິຖຸນາ ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ໄດ້ເປັນປະທານກອງປະຊຸມ ພົບປະປຶກສາຫາລືກັບຜູ້ພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໂດຍຜ່ານລະບົບກອງປະຊຸມທາງໄກ (Video Conference) ໂດຍມີຜູ້ຕາງໜ້າກະຊວງ, ອົງການປົກຄອງແຂວງ ແລະ ພະແນກການກ່ຽວຂ້ອງຂອງແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະຮັບຜິດຊອບພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ເຂົ້າຮ່ວມ.

ການປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ກ່ຽວກັບຄວາມຄືບໜ້າ ໃນການພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ກໍຄືຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດຜົນກອງປະຊຸມ ຄັ້ງວັນທີ 29 ພຶດສະພາ 2022 ທີ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ຈາກຜູ້ພັດທະນາເຂດດັ່ງກ່າວ, ພ້ອມກັນນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳຄິດເຫັນ ຕໍ່ຂົງເຂດວຽກງານ ທີ່ຕິດພັນກັບຄວາມຮັບຜິດຊອບ ຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໂດຍສະເພາະການປະຕິບັດກົດໝາຍ ແລະ ລະບຽບການ ໃນການພັດທະນາເຂດ ຂອງຜູ້ພັດທະນາ ແລະ ຜູ້ລົງທຶນ, ການຄຸ້ມຄອງເຂດ, ການກຳນົດຂອບເຂດໂຄງການຄືນໃໝ່, ການລ້ອມຮົ້ວອ້ອມເຂດ, ການອະນຸມັດການລົງທຶນ, ການຜັນຂະຫຍາຍການຈັດຕັ້ງປະຕິບັດເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ ແລະ ບໍ່ຫານ ສປ ຈີນ, ການຄຸ້ມຄອງ ແລະ ສົ່ງເສີມແຮງງານລາວ; ການນຳເຂົ້າທຶນ ແລະ ນຳໃຊ້ເງິນຕາຕ່າງປະເທດ, ການເກັບພັນທະອາກອນ ແລະ ການນຳເຂົ້າ-ສົ່ງອອກສິນຄ້າ, ການຄຸ້ມຄອງແຮງງານຕ່າງປະເທດ ແລະ ການສ້າງໂຄງການທີ່ມີສ່ວນຮ່ວມກັບປະຊາຊົນ, ການອະນຸມັດປຸກສ້າງຢູ່ພາຍໃນເຂດ, ການລຶບລ້າງປ້າຍໂຄສະນາ ແລະ ທະບຽນພາຫະນະທີ່ບໍ່ຖືກຕ້ອງ, ກວດກາຄືນ ການນຳໃຊ້ລະບົບໂທລະຄົມມະນາຄົມ, ການຄຸ້ມຄອງທີ່ດິນ ແລະ ສິ່ງແວດລ້ອມ, ການອອກແບບ ແລະ ຈັດສັນຜັງເມືອງ, ການສະເໜີລົງທຶນກິດຈະການໂຮງຮຽນ, ໂຮງໝໍ ແລະ ອື່ນໆ.

ໃນໂອກາດນີ້, ທ່ານປະທານກອງປະຊຸມໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ກະຊວງກ່ຽວຂ້ອງ ແຕ່ງຕັ້ງພະນັກງານ ຂະແໜງການຂອງຕົນ ລົງສົມທົບກັບທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ຈັັດຕັ້ງປະຕິບັດວຽກງານທີ່ຢູ່ໃນຄວາມຮັບຜິດຊອບຕົນ ໃຫ້ມີຜົນສຳເລັດເປັນກ້າວໆ; ໃຫ້ຂະແໜງການກ່ຽວຂ້ອງ ຄົ້ນຄວ້າ ແລະ ປະຕິບັດນະໂຍບາຍຕ່າງໆ ຕໍ່ການພັດທະນາເຂດໃຫ້ແທດ ເໝາະກັບສະພາບເງື່ອນໄຂຕົວຈິງຕື່ມ; ໃຫ້ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ເປັນໃຈກາງ ຕິດຕາມ, ກວດກາ ແລະ ຊຸກຍູ້ການພັດທະນາເຂດ ໃຫ້ສາມາດດຳເນີນໄປຕາມແຜນການທີ່ກຳນົດໄວ້; ໃຫ້ຜູ້ພັດທະນາ ສືບຕໍ່ພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ມີຄວາມຄືບໜ້າໄວກວ່າເກົ່າ ໃຫ້ກາຍເປັນຕົວເມືອງໃໝ່, ເປັນເຂດທີ່ໜ້າຢູ່, ໜ້າທ່ອງທ່ຽວ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເປັນບ່ອນສ້າງວຽກເຮັດງານທຳ, ເປັນຖານເກັບລາຍຮັບທີ່ສຳຄັນ ເຂົ້າງົບປະມານແຫ່ງລັດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໂດຍລວມຂອງປະເທດ ກໍຄືແຂວງຫຼວງນໍ້າທາ ໃຫ້ມີການພັດທະນາຫຼາຍຂຶ້ນກວ່າເກົ່າ; ໃຫ້ຜູ້ພັດທະນາສືບຕໍ່ສະໜັບສະໜູນ, ອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການແກ້ໄຂບັນຫາຄົງຄ້າງຕ່າງໆ ທີ່ໄດ້ປຶກສາຫາລືກັນ ໃນກອງປະຊຸມຄັ້ງວັນທີ 29 ພຶດສະພາ 2022 ທີ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມໃຫ້ສຳເລັດເປັນກ້າວໆ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version