Home ຂ່າວໜ້າໜຶ່ງ ກອງປະຊຸມປຶກສາຫາລື ການກະກຽມສະເຫຼີມສະລອງ ປີສາມັກຄີມິດຕະພາບລາວ – ຫວຽດນາມ ຢູ່ແຂວງຜົ້ງສາລີ ປະຈຳປີ 2022

ກອງປະຊຸມປຶກສາຫາລື ການກະກຽມສະເຫຼີມສະລອງ ປີສາມັກຄີມິດຕະພາບລາວ – ຫວຽດນາມ ຢູ່ແຂວງຜົ້ງສາລີ ປະຈຳປີ 2022

0

ເພື່ອເຮັດໃຫ້ການກະກຽມສະເຫຼີມສະຫຼອງ ສອງວັນປະຫວັດສາດ ລາວ-ຫວຽດນາມ ຢູ່ຂັ້ນແຂວງ, ເມືອງ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ ແລະ ສອດຄ່ອງກັບເນື້ອໃນຄໍາສັ່ງແນະນໍາ ແລະ ແຜນການຈັດຕັ້ງປະຕິບັດ ຂອງຄະນະຊີ້ນໍາລະດັບຊາດ ແລະ ຂອງແຂວງວາງອອກ ໃຫ້ປະກົດຜົນເປັນຈິງນັ້ນ. ໃນຕອນເຊົ້າຂອງວັນທີ 14 ມີຖຸນາ 2022 ນີ້, ຢູ່ຫ້ອງປະຊຸມຊັ້ນ 5 ຂອງຕຶກຫ້ອງວ່າການແຂວງ ໄດ້ຈັດໃຫ້ມີກອງປະຊຸມປຶກສາຫາລື ການກະກຽມສະເຫຼີມສະລອງປີສາມັກຄີມິດຕະພາບລາວ – ຫວຽດນາມ ຢູ່ແຂວງຜົ້ງສາລີ ປະຈຳປີ 2022 ຂຶ້ນຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ບົວທອງ ອູ່ແສງຄຳ ຮອງເລຂາພັກແຂວງ, ປະທານຄະນະຮັບຜິດຊອບຊີ້ນຳກະກຽມສະເຫຼີມສະຫຼອງ ‘’ປີສາມັກຄີມິດຕະພາບ ລາວ-ຫວຽດນາມ’’ ຂັ້ນແຂວງ, ມີບັນດາທ່ານກຳມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາ, ຮອງເລຂາພັກເມືອງ 07 ເມືອງ ແລະ ບັນດາພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.

ໃນກອງປະຊຸມທ່ານ ຄຳເພັດ ຈິດປັນຍາ ຫົວໜ້າພະແນກການຕ່າງປະເທດແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງວສະບັບເລກທີ 233/ຄພຂ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ – ຫວຽດນາມ ປີ 2022, ຜ່ານຂໍ້ຕົກລົງຂອງຄະນະຊີ້ນຳຂັ້ນແຂວງສະບັບເລກທີ 346/ຄຊຂ ວ່າດ້ວຍການແຕ່ງຕັ້ງຄະນະຊ່ວຍວຽກຄະນະຊີ້ນຳຂັ້ນແຂວງເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ – ຫວຽດ ນາມ ປີ 2022. ຈາກນັ້ນທ່ານ ຄຳເພັດ ອິນທະພອນ ຮອງຫົວໜ້າພະແນກການຕ່າງປະເທດແຂວງ ໄດ້ຮ່າງແຜນການຈັດຕັ້ງປະຕິບັດການສະເຫຼີມສະຫຼອງ “ ປີສາມັກຄີມິດຕະພາບ ລາວ – ຫວຽດນາມ 2022 ” ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977 – 18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 60 ປີ (5/9/1962 – 5/9/2022) ໃນໄລຍະແຕ່ນີ້ເຖິງເດືອນ ທັນວາ ປີ 2022. ເຊີ່ງໃນເບື້ອງຕົ້ນໄດ້ເປັນເອກະພາບກັນ ກະກຽມການສະເຫຼີມສະຫຼອງວັນດັ່ງກ່າວ: ເປັນຕົ້ນແມ່ນກະກຽມເນື້ອໃນທີ່ກ່ຽວ ຂ້ອງ ກັບ 2 ວັນປະຫວັດສາດ ລາວ-ຫວຽດນາມ, ການແລກປ່ຽນຄະນະຜູ້ແທນຂັ້ນແຂວງ ຫຼື ຂະແໜງການ ຂອງແຂວງຜົ້ງສາລີ ກັບບັນດາແຂວງມິດຕະພາບ, ແຂວງແຮກສ່ຽວ ແຫ່ງ ສສ ຫວຽດນາມ ຕາມເນື້ອໃນບົດບັນທຶທີ່ໄດ້ເຊັນກັນ, ຈັດພິທີປາຖະກະຖາມູນເຊື້ອຂັ້ນແຂວງ, ສ້າງຂະບວນການກິລາ, ວັນນະຄະດີ ແລະ ຍ້ອງຍໍ ທີ່ຕິດພັນກັບສອງວັນປະຫວັດສາດ, ແລກປ່ຽນສານອວຍພອນຂອງການນໍາທຸກຂັ້ນ, ເພີ່ມທະວີສົ່ງເສີມການຄ້າ-ການລົງທຶນ ແລະ ຖາມ-ຕອບ ວິທະຍາສາດການພົວພັນຮ່ວມມື ລາວ-ຫວຽດນາມ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃນການກະກຽມດ້ານຕ່າງໆທີ່ກ່ຽວຂ້ອງກັບໜ້າທີ່ຮັບຜິດຊອບຂອງຂົງເຂດຕົນເອງ ຢ່າງກົງໄປກົງມາ ທັງນີ້ກໍ່ເພື່ອແນ່ໃສ່ຮັບປະການໃນການສະເຫຼີມສະຫຼອງປີສາມັກຄີມີດຕະພາບ ລາວ – ຫວຽດນາມໄດ້ດຳເນີນໄປຕາມເປົ້າໝາຍ ແລະ ບັນລຸຢ່າງຈົບງາມ.

ໂອກາດນີ້, ທ່ານປະທານກອງປະຊຸມຍັງໄດ້ແໜ້ນໜັກ ແລະ ຮຽກຮ້ອງມາຍັງຄະນະຮັບຜິດຊອບທຸກຂັ້ນ ກໍ່ຄືບັນດາພະແນກການ ແລະ ເມືອງ ທີ່ໄດ້ຮັບການມອບໝາຍແຕ່ລະໜ້າວຽກໃນຄັ້ງນີ້ ນຳໄປຜັນຂະຫຍາຍຢູ່ຂະແໜງການຂອງຕົນພ້ອມທັງຊີ້ນຳໆພາການຈັດຕັ້ງປະຕິບັດບັດໜ້າວຽກທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງໃຫ້ມີຄວາມສຳເລັດຕາມແຕ່ລະໄລຍະແຕ່ນີ້ເຖິງເດືອນທັນວາ ປີ 2022.

ຂ່າວ-ພາບ: ນັກຂ່າວ ແຂວງຜົ້ງສາລີ

#Medialaos MMD #Phongsaly Province

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version