Home ຂ່າວໜ້າໜຶ່ງ ປກສ ເມືອງທ່າປາງທອງ ລົງເຜີຍແຜ່ເອກະສານ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ

ປກສ ເມືອງທ່າປາງທອງ ລົງເຜີຍແຜ່ເອກະສານ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ

0

ໃນຕອນເຊົ້າຂອງວັນທີ 1 ມີຖຸນາ 2022 ຜ່ານມານີ້ ຢູ່ທີ່ບ້ານ ດອນຂາວ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມບັນດາເອກະສານ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂຶ້ນ ແລະ ພ້ອມທັງສຶກສາອົບຮົມກຸ່ມເປົ້າເສບຢາເສບຕິດ ເຊິງນຳໂດຍ ທ່ານ ພັທ ຈັນທະວີ ໄຊຍະຈັກ ຮອງຫົວໜ້າກອງບັນຊາການ ປກສ ເມືອງທ່າປາງທອງ, ທ່ານ ກອງມະນີ ອິນທິລາດ ເລຂາຄະນະພັກຮາກຖານ ກຸ່ມບ້ານທີ 9 ( ທ່າພີ່ ) ມີປກສ ກຸ່ມ 9 , ການຈັດຕັ້ງຂັ້ນບ້ານ ຜູ້ປົກຄອງ ແລະ ເປົ້າໝາຍຜູ້ເສບຢາເສບຕິດຈຳວນ 39 ຄົນ.

ໃນການລົງເຜີຍແຜ່ຄັ້ງນີ້ ກໍ່ໄດ້ຍົກໃຫ້ເຫັນ ກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ບັນຫາຢາເສບຕິດ ແມ່ນໄດ້ມີການແຜ່ລະບາດຢ່າງຮ້າຍແຮງ ນັບແຕ່ຕົວເມືອງໃຫຍ່ ຮອດເຂດຊົນນະບົດຫ່າງໄກສອກຫຼີກ, ເຂົ້າເຖິງທຸກຊັ້ນຄົນໃນທົ່ວສັງຄົມ ນັບແຕ່ນັກຮຽນ-ນັກສຶກສາ, ພໍ່ຄ້າຊາວຂາຍ, ກຳມະກອນ, ຜູ້ວ່າງງານ, ຕະຫຼອດຮອດພະນັກງານ-ລັດຖະກອນຈຳນວນໜຶ່ງ ນອກຈາກນັ້ນ ຢາເສບຕິດຍັງສົ່ງຜົນກະທົບຕໍ່ສຸຂະພາບ ແລະ ຊີວິດຂອງຊາວໜຸ່ມຮຸ່ນສືບທອດ ເປັນສາເຫດພາໃຫ້ເກີດປະກົດການຫຍໍ້ທໍ້ ແລະ ບັນຫາອາຊະຍາກຳປະເພດຕ່າງໆ, ເປັນການກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ, ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ໃນໄລຍະຜ່ານມາເຖິງແມ່ນວ່າລັດຖະບານ ໄດ້ສຸມໃສ່ຫຼາຍມາດຕະການແກ້ໄຂບັນຫາຢາເສບຕິດກໍ່ຕາມ ແຕ່ບັນຫາດັ່ງກ່າວ, ກໍ່ຍັງຈະສືບຕໍ່ເພີ່ມທະວີຄວາມຮຸນແຮງ ແລະ ແຜ່ລະບາດເປັນວົງກວ້າງ, ດ້ວຍເຫດນັ້ນລັດຖະບານ ຈຶ່ງຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກງານບູລິມະສິດຈຳເປັນ, ຮີບດ່ວນ ຍົກໃຫ້ເປັນວາລະແຫ່ງຊາດ ເພື່ອສຸມທຸກກຳລັງແຮງສັງລວມ ເຂົ້າໃສ່ການແກ້ໄຂບັນຫາສໍາຄັນຂອງຊາດເວົ້າລວມເວົ້າສະເພາກໍຄືເມືອງທ່າປາງທອງ ພ້ອມກັນນີ້ ທ່ານ ພັທ ຈັນທະວີ ໄຊຍະຈັກ ຮອງຫົວໜ້າກອງບັນຊາການ ປກສ ເມືອງທ່າປາງທອງ ກໍ່ໄດ້ ຜ່ານແຜນການຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດຢູ່ເມືອງທ່າປາງທອງ ວ່າ : ສຳລັບເມືອງທ່າປາງທອງ ກໍ່ເປັນເມືອງໜຶ່ງ ທີ່ໄດ້ຮັບຜົນກະທົບຈາກບັນຫາຢາເສບຕິດ, ຍ້ອນສະພາບຈຸດພິເສດຂອງບ້ານຫ່າງໄກຊອກຫຼີກ ເຊິ່ງເປັນສາເຫດເຮັດໃຫ້ກຸ່ມຄົນບໍ່ດີຈຳນວນຫນຶ່ງ ສວຍໃຊ້ໂອກາດ ຄ້າຂາຍຢາເສບຕິດ ແລະ ສິ່ງຜິດກົດໝາຍປະເພດຕ່າງໆ ເຂົ້າມາບ້ານດັ່ງກ່າວດ້ວຍຫຼາຍຮູບການ; ຕໍ່ກັບບັນຫາດັ່ງກ່າວ ຄະນະພັກແຕ່ລະຂັ້ນພາຍໃນເມືອງ ແມ່ນໄດ້ເອົາໃຈໃສ່ແກ້ໄຂ ດ້ວຍຫຼາຍຮູບການ, ຫຼາຍວິທີການຢ່າງຕໍ່ເນື່ອງ ແລະ ມີຈຸດສຸມ ເຊິ່ງເຮັດໃຫ້ຫຼາຍພາກສ່ວນໃນທົ່ວສັງຄົມ ໄດ້ມີຄວາມຕື່ນຕົວເຂົ້າຮ່ວມປະກອບສ່ວນ ໃນການແກ້ໄຂບັນຫາຢາເສບຕິດດ້ວຍຄວາມເປັນເຈົ້າການ, ແຕ່ກໍ່ຍັງມີຈຳນວນຫນຶ່ງ ຍັງບໍ່ທັນໄດ້ເຂົ້າໃຈຢ່າງເລິກເຊິ່ງ ໃນການເຂົ້າຮ່ວມແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງ.

ສໍາລັບທິດທາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ກໍ່ແມ່ນເລັ່ງໃສ່ການໂຄສະນາເຜີຍແຜ່ບັນດາເອກະສານຕ່າງໆ ແລະ ສຶກສາອົບຮົມເປົ້າໝາຍຜູ້ເສບຢາ ໂດຍກົງ ພ້ອມທັງຜູ້ກ່ຽວຂ້ອງກັບຢາເສບຕິດ ໃຫ້ທົ່ວເຖິງ ໂດຍສະເພາະກໍ່ແມ່ນໃນກຸ່ມຊາວໜຸ່ມ-ໄວໜຸ່ມ ແລະ ເປົ້າໝາຍອື່ນໆ, ເອົາໃຈໃສ່ສະກັດກັ້ນການຄ້າຂາຍຢາເສບຕິດ ດ້ວຍຮູບການຕ່າງໆ, ຂຶ້ນແຜນສືບຄົ້ນຫາເປົ້າໝາຍ, ຈັບກຸມຄຸມຂັງ ແລະດໍາເນີນຄະດີຕາມລະບຽບກົດໝາຍຢ່າງຈິງຈັງ. ຈາກນັ້ນກໍ່ໄດ້ເຮັດບົດບັນທຶກໃນການສຶກສາອົບຮົມຄັ້ງນີ້ ກັບກຸ່ມເປົ້າໝາຍທີ່ເສບຢານຳອີກດ້ວຍ.

ຂ່າວ-ພາບ: ນັກຂ່າວວິທະຍຸກະຈາຍສຽງ ສະຫວັນນະເຂດ

#Medialaos MMD  #Savannakhet Province

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version