Home ຂ່າວໜ້າໜຶ່ງ ຖວທ ແຂວງສາລະວັນ ເຜີ່ຍແຜ່ແຜນປັບປຸງຜະລິດຕະພັນທ່ອງທ່ຽວຕາດເລາະ-ຕາດຮັງ ສຳລັບທ້າຍ 2022 ແລະປີ2023

ຖວທ ແຂວງສາລະວັນ ເຜີ່ຍແຜ່ແຜນປັບປຸງຜະລິດຕະພັນທ່ອງທ່ຽວຕາດເລາະ-ຕາດຮັງ ສຳລັບທ້າຍ 2022 ແລະປີ2023

0

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງສາລະວັນ ລົງເຜີ່ຍແຜ່ແຜນປັບປຸງຜະລິດຕະພັນທ່ອງທ່ຽວຢູ່ທີ່ຕາດເລາະ-ຕາດຮັງ ສຳລັບທ້າຍປີ 2022 ແລະປີ 2023, ໄດ້ຈັດຂື້ນໃນວັນທີ 7 ມີຖຸນາ 2022, ທີ່ສູນຂໍ້ມູນຂ່າວສານທ່ອງທ່ຽວຕາດເລາະ, ໂດຍການເຂົ້າຮ່ວມຂອງທ່ານ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີບັນດາທ່ານຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເມືອງສາລະວັນ ແລະເມືອງເລົ່າງາມ, ອົງການຈັດຕັ້ງບ້ານຂົວເສັດ ແລະບ້ານແສນວັງ, ຫົວໜ່ວຍຜູ້ປະກອບການຮ້ານອາຫານ, ເຮືອນພັກ, ຮ້ານບັນເທີງເຂດທ່ອງທ່ຽວຕາດເລາະ-ຕາດຮັງເຂົ້າຮ່ວມ.

ທ່ານ ທິບພະວົງ ສຸວັນນະແພງສີ ຮອງຫົວໜ້າຂະແໜງທ່ອງທ່ຽວ ພະແນກ ຖວທ ແຂວງສາລະວັນ ກໍໄດ້ຜ່ານ“ ແຜນການປັບປຸງຜະລິດຕະພັນທ່ອງທ່ຽວຕາດເລາະ-ຕາດຮັງ ສຳລັບທ້າຍປີ 2022 ແລະປີ 2023 ແຜນດັ່ງກ່າວຈະໄດ້ມີການປັບປຸງກິດຈະກຳທ່ອງທ່ຽວເຂດຕາດເລາະ-ຕາດຮັງ ໂດຍເປັນການຈັດຕັ້ງຜັນຂະຫຍາຍແຜນຕ້ອນຮັບນັກທ່ອງທ່ຽວຂອງແຂວງສາລະວັນ ຕິດພັນກັບເສັ້ນທາງທ່ອງທ່ຽວສີຂຽວ ເພື່ອ“ ຟື້ນຟູການທ່ອງທ່ຽວຕາດເລາະ-ຕາດຮັງ ໃຫ້ກັບສູ່ສະພາບບໍລິການປົກກະຕິ, ສະອາດ-ປອດໄພ ສາມາດຕ້ອນຮັບນັກທ່ອງທ່ຽວ ,ສ້າງອາຊີບ, ສ້າງລາຍຮັບ ແລະ ເຮັດໃຫ້ເສດຖະກິດທ້ອງຖິ່ນມີການຂະຫຍາຍຕົວເທື່ອລະກ້າວ ” ໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ໂດດເດັ່ນ ແລະ ປະທັບໃຈນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ ແລະ ພະນັກງານບໍລິການ ໂດຍຮູບການສ້າງຕັ້ງເປັນກຸ່ມຜູ້ປະກອບການທຸລະກິດທ່ອງທ່ຽວຕາດເລາະ ແລະ ມີການແຕ່ງຕັ້ງຄະນະຮັບຜິດຊອບທ່ອງທ່ຽວຂັ້ນບ້ານ, ສົ່ງເສີມການມີສ່ວນຮ່ວມຂອງບ້ານ ແລະ ປະຊາຊົນທ້ອງຖິ່ນ ເຂົ້າໃນກິດຈະກຳທ່ອງທ່ຽວເຊັ່ນ: ການວາງແຜນ, ການອອກແຮງງານ ແລະ ການແບ່ງປັນຜົນປະໂຫຍດ, ສ້າງວຽກງານທຳ, ການເຂົ້າຮ່ວມກິດຈະກຳ, ການຍົກລະດັບການບໍລິການຂອງພາກລັດ-ພາກທຸລະກິດໃນການບໍລິການທ່ອງທ່ຽວ, ສ້າງສິ່ງອຳນວຍຄວາມສະດວກໃນຈຸດທ່ອງທ່ຽວເຊັ່ນ: ຈຸດຖ່າຍຮູບ, ຂົວຂ້າມນໍ້າ, ທາງຍ່າງ, ປ້າຍໂຄສະນາ, ປ້າຍແນະນຳ ແລະການປັບປຸງພື້ນທີ່, ສ້າງຄວາມປອດໄພແກ່ນັກທ່ອງທ່ຽວ, ແຫຼ່ງທ່ອງທ່ຽວ ແລະ ບ້ານອ້ອມຂ້າງຕາດເລາະ-ຕາດຮັງ, ເພື່ອຄຸ້ມຄອງ ແລະແກ້ໄຂບັນຫາຂໍ້ຂັດແຍ່ງພາຍໃນແຫຼ່ງທ່ອງທ່ຽວເຊັ່ນ: ການບຸກລຸກເນື້ອທີ່ດິນ, ການຕັດໄມ້, ຄວາມບໍ່ເຂົ້າໃຈຕໍ່ວຽກງານທ່ອງທ່ຽວ ແລະ ສ້າງລະບຽບການຄຸ້ມຄອງແຫຼ່ງທ່ອງທ່ຽວ,ເພື່ອສ້າງລະບົບລາຍງານ-ສ່ອງແສງ-ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດສ້າງຜະລິດຕະພັນທ່ອງທ່ຽວ.

ແຫຼ່ງທ່ອງທ່ຽວຕາດເລາະ-ຕາດຮັງ ແມ່ນຕັ້ງຢູ່ແມ່ນໍ້າເຊເສັດ ເຂດບ້ານແສນວັງ ເມືອງສາລະວັນ ແລະບ້ານຂົວເສັດ ເມືອງເລົ່າງາມແຂວງສາລະວັນ ເປັນແຫຼ່ງທ່ອງທ່ຽວທີ່ສວຍງາມ, ມີໂຮງແຮມ, ເຮືອນພັກ, ບັງກະໂລ, ຮ້ານອາຫານ, ນຳທ່ຽວ, ຮ້ານກິນດື່ມ, ມີວັດທະນະທຳໂດດເດັ່ນ, ງານປະເພນີໜ້າສົນໃຈ, ສາມາດເຊື່ອມໂຍງທ່ອງທ່ຽວກັບບັນດາເມືອງ ແລະ ພາກໃຕ້ຂອງ ສປປ ລາວ.ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຜ່ານເອກະສານນຳທ່ຽວ ແລະ ຜູ້ນຳທ່ຽວ ( ກົດໝາຍທ່ອງທ່ຽວ ເລກທີ 32/ສພຊ ) ແລະບົດບັນທຶກກອງປະຊຸມປືກສາຫາລືລາຍການທ່ອງທ່ຽວ ທີ່ຈະນຳນັກທ່ອງທ່ຽວມາທ່ຽວ ແຂວງສາລະວັນ, ເອກະສານເງື່ອນໄຂ-ມາດຕະຖານສະມາຄົມ/ກຸ່ມຜູ້ປະກອບການທຸລະກິດທ່ອງທ່ຽວຕາດເລາະ( ດໍາລັດສະມາຄົມ 238/ລບ ).

ໃນຕອນບ່າຍຂອງກອງປະຊຸມ ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ກໍໄດ້ມີຄຳເຫັນເນັ້ນໃຫ້ຜູ້ປະກອບການເຂດແຫຼງທ່ອງທ່ຽວຕາດເລາະ-ຕາດຮັງ ເພີ່ມທະວີຄວາມສະມັກຄີຮ່ວມແຮງ ຮ່ວມໃຈ, ຈັດຕັ້ງປັບປຸງຜະລິດຕະພັນທ່ອງທ່ຽວຂອງຕົນເຊັ່ນ: ການບໍລິການນັກທ່ອງທ່ຽວ,ໃຫ້ປະຊາຊົນມີສ່ວນຮ່ວມນຳເອົາຜະລິດກະສິກຳຕ່າງໆຕາມລະດູການໃຫ້ບໍລິການນັກທ່ອງທ່ຽວ ເພື່ອເພີ່ມສີສັນ ແລະ ສ້າງລາຍຮັບໃຫ້ການທ່ອງທ່ຽວ, ເນັ້ນໃຫ້ມີການອະນຸລັກ-ຮັກສາຮີດຄອປະເພນີທີ່ດີງາມ, ສົ່ງເສີມໃຫ້ມີການຈັດງານບຸນ, ການຈັດກິດຈະກໍາທາງສາສະໜາ ໃຫ້ຕິດພັນການທ່ອງທ່ຽວ ແລະຮັບໃຊ້ນັກທ່ອງທ່ຽວ, ພ້ອມນີ້ຍັງໄດ້ຮຽກຮ້ອງໃຫ້ຜູ້ປະກອບການ ແລະປະຊາຊົນໃນເຂດຕາດເລາະ ເອົາໃຈໃສ່ໃນການປະຕິບັດກົດໝາຍ, ດໍາລັດ, ລະບຽບການ, ຂໍ້ກຳນົດໃນການຄຸ້ມຄອງ ແລະ ການປະຕິບັດພັນທະເຂົ້າລັດ ລວມທັງລະບຽບການອື່ນໆ ທີ່ກ່ຽວຂ້ອງ; ນອກນັ້ນໃຫ້ເອົາໃຈໃສ່ໃນການປະຕິບັດຕາມເນື້ອໃນ 02 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງເສດຖະຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ກະຈ່າຍລາຍຮັບສູ່ປະຊາຊົນ, ທ້ອງຖິ່ນ ທັງທາງກົງ ແລະ ທາງອ້ອມ.

ໂອກາດດຽວກັນນັ້ນ ທ່ານຫົວຫນ້າພະແນກຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ ພ້ອມຄະນະ ກໍ່ໄດ້ລົງໄປຊຸກຍູ້ວຽກງານທ່ອງທ່ຽວຢູ່ແຫລງທ່ອງທ່ຽວດອນຝັນດີ ແລະ ລົງຢ້ຽມຢາມຮ້ານສຸກໃຈ ສາລະວັນ ຕື່ມອີກ.

ໂດຍ: ກິນດາວັນ ອ້ວນນາຄູ

#Medialaos MMD  #Salavad Province

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version