Home ຂ່າວພາຍໃນ ແຂວງວຽງຈັນສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່່ງແວດລ້ອມແຫ່ງຊາດ ພາຍໃຕ້ຄຳຂວັນ ໂລກມີພຽງໜຶ່ງດຽວ ຫຼື ONLY ONE EARTH

ແຂວງວຽງຈັນສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່່ງແວດລ້ອມແຫ່ງຊາດ ພາຍໃຕ້ຄຳຂວັນ ໂລກມີພຽງໜຶ່ງດຽວ ຫຼື ONLY ONE EARTH

0

ພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ພາຍໃຕ້ຄຳຂວັນ ໂລກມີພຽງໜຶ່ງດຽວ ຫຼື ONLY ONE EARTH. (ອອນລີວັນເອີດ) ຢູ່ແຂວງຽງຈັນໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2022 ຢູ່ທີ່ ເຂດສາທິດການຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ນ້ຳເປາະ ເມືອງວັງວຽງ ໂດຍການເປັນກຽດເຂົ້າຮ່ວມມີທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ,ເລຂາພັກແຂວງ, ເຈົ້າແຂວງ ແຂວງວຽງຈັນ, ທ່ານ ນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຍັງມີກະຊວງກ່ຽວຂ້ອງ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ຈາກບັນດາຂະແໜງການຕ່າງໆ ຂັ້ນສູງກາງ ແລະ ແຂວງ, ອົງການຈັດຕັ້ງສາກົນ, ຕະຫຼອດຮອດພໍ່ແມ່ປະຊາຊົນ, ຊາວໜຸ່ມ, ນ້ອງນ້ອຍເຍົາວະຊົນຊາວເມືອງວັງວຽງ ກໍ່ໄດ້ເຂົ້າຮ່ວມກັນຢ່າງພ້ອມພຽງ.

ການສະເຫຼີມສະຫຼອງວັນສິ່ງແວດລ້ອມ ໃນຄັ້ງນີ້ ກໍ່ເປັນອີກປີໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນ ເນື່ອງຈາກວ່າ ວັນສິ່ງແວດລ້ອມໂລກ ແມ່ນໄດ້ໝູນວຽນມາຄົບຮອບ 50 ປີ ນັບແຕ່ປີ 1972 ຫາ ປີ 2022 ເເລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ນັບແຕ່ປີ 1999 ຫາ 2022 ພາຍໃຕ້ຄຳຂວັນ ໂລກມີພຽງໜຶ່ງດຽວ ຫຼື ONLY ONE EARTH . ໃນການສະເຫຼີມສະຫຼອງວັນສິ່ງແວດລ້ອມໃນຄັ້ງນີ້ ແມ່ນເພື່ອເປັນການປູກຈິດສຳນຶກ ແລະ ທັງເປັນການປຸກລະດົມໃຫ້ທຸກພາກສ່ວນໃນສັງຄົມ ທັງພາກລັດ, ເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງສາກົນ ເພື່ອເປັນການເພີ່ມທະວີຄວາມເປັນເຈົ້າການ ແລະ ພ້ອມກັນໃນການປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ໄປຕາມທິດຍືນຍົງ ແລະ ສີຂຽວ, ຄຸ້ມຄອງສິ່ງແວດລ້ອມຂອງພວກເຮົາ ໃຫ້ມີສິ່ງແວດລ້ອມທີ່ດີ, ປາສະຈາກມົນລະພິດ ເປັນຕົ້ນອາກາດທີ່ດີ, ສາຍນໍ້າທີ່ໄສສະອາດ, ປ່າໄມ້ທີ່ອຸດົມສົມບູນ, ຊີວະນາໆພັນທີ່ມີຄວາມຫຼາກຫຼາຍ, ດິນ, ຊັບພະຍາກອນ, ແຮ່ທາດ ທີ່ມີຄວາມອຸດົມສົມບູນ ແລະ ຄົງໄວ້ຮອດເຊັ່ນລູກເຊັ່ນຫຼານ ຊຶ່ງໃນການຈັດງານສະເຫຼີມສະຫຼອງຄັ້ງນີ້ ກໍໄດ້ມີຫຼາຍກິດຈະກຳ ເປັນຕົ້ນ: ມີພິທີການຕັດແຖບຜ້າ-ປ່ອຍປູມເປົ້າ, ພິທີປ່ອຍປາ ຄືນສູ່ແມ່ນ້ຳທຳມະຊາດຈຳນວນ 13.000 ໂຕ, ໃນນັ້ນມີປາກົດ, ປາເຄິງ ແລະ ປາອື່ນໆອີກຈຳນວນໜຶ່ງ, ພິທີປູກຕົ້ນໄມ້ ຈຳນວນ 550 ເບ້ຍ , ການສຳມະນາວິທະຍາສາດໃນຫົວຂໍ້ ການປົກປັກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ກິດຈະກຳຖາມ-ຕອບ ເພື່ອຮັບລາງວັນ, ການວາງສະແດງຜົນງານຈາກພາກສ່ວນຕ່າງໆ ແລະ ຂາຍສິນຄ້າຂອງຂວັນທີ່ລະລຶກໃນວັນງານສິ່ງແວດລ້ອມຕື່ມອີກ.

ຂ່າວ : ບຸນມາ ແກ້ວບຸດດາ.

ພາບ : ແສງຈັນ ຈັນທະວົງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version