Home ຂ່າວໜ້າໜຶ່ງ ແຂວງເຊກອງ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

ແຂວງເຊກອງ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ

0

ວັນທີ 8 ມິຖຸນາ ນີ້ ແຂວງເຊກອງ ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 98 ປີ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ຂຶ້ນຢູ່ທີ່ສະຫນາມກິລາໃນຮົ່ມ ໂດຍມີທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ, ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານຮອງເຈົ້າເມືອງລະມາມ, ບັນດາພະແນກການຂັ້ນແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງລະມາມ, ເມືອງທ່າແຕງ ຕະຫຼອດຮອດຜູ້ປົກຄອງ ແລະ ນ້ອງນ້ອຍເຍົາວະຊົນ-ອະນຸຊົນທັນວາເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ຄໍາໄພ ສິມມາວັດ ໄດ້ລາຍງານກ່ຽວກັບການພັດທະນາເດັກວ່າ: ໄລຍະຜ່ານມາ ການສຶກສາສໍາລັບເດັກກ່ອນໄວຮຽນຢູ່ແຂວງເຊກອງ ໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງທັງດ້ານປະລິມານ ແລະ ຄຸນນະພາບ ເຊັ່ນ: ໄດ້ກໍ່ສ້າງໂຄງລ່າງພື້ນຖານ, ສິ່ງອໍານວຍຄວາມສະດວກດ້ານສຸຂະອະນາໄມ, ສະໜອງຄູ, ປື້ມແບບຮຽນ ແລະ ສື່ການຮຽນການສອນ, ເຄື່ອງຫຼິ້ນທັງໃນ ແລະ ນອກຫ້ອງຮຽນ, ໄດ້ມີການພັດທະນານະໂຍບາຍແຫ່ງຊາດວ່າດ້ວຍການສຶກສາກ່ອນໄວຮຽນ, ຍຸດທະສາດການສຶກສາກ່ອນໄວຮຽນ ແລະ ນິຕິກໍາທີ່ກ່ຽວຂ້ອງກັບການຄຸ້ມຄອງສະຖານການສຶກສາກ່ອນໄວຮຽນ ທັງພາກລັດ ແລະ ເອກະຊົນ. ນອກຈາກນັ້ນ ຍັງໄດ້ພັດທະນາມາດຕະຖານຄຸນນະພາບການສຶກສາຊັ້ນອະນຸບານສຶກສາ, ມາດຕະຖານດ້ານນໍ້າ ແລະ ສຸຂະອະນາໄມ ໃນສະຖານການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ, ສ້າງຖານຂໍ້ມູນການປະເມີນວຽກງານນໍ້າ ແລະ ສຸຂະ, ເຊິ່ງໃນສົກຮຽນ 2021-2022 ແນມີຈໍານວນໂຮງຮຽນລ້ຽງເດັກ-ອະນຸບານ 33 ແຫ່ງ ໃນນີ້ມີໂຮງຮຽນເອກະຊົນ 3 ແຫ່ງ, ຈຳນວນຄູສອນທັງໝົດ 248 ຄົນ.

ໂອກາດນີ້ ທ່ານ ຄໍາສອນ ກອນເຍີ ໄດ້ມີຄໍາເຫັນໂອ້ລົມອວາຍພອນຫຼານນ້ອຍນັກຮຽນ ແລະ ຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມ ກໍຄືພາຍໃນແຂວງເຊກອງພວກເຮົາ ເອົາໃຈໃສ່ດູແລເບິ່ງແຍງສຸຂະພາບຂອງເດັກ ໃນສະພາບການແພ່ລະບາດຂອງພະຍາດໂຄວິດ-19, ຜູ້ບໍລິຫານການສຶກສາທຸກຂັ້ນ ຕ້ອງສືບຕໍ່ສ້າງສະພາບແວດລ້ອມການຮຽນທີ່ປອດໄພ, ປາສະຈາກ ຄວາມຮຸນແຮງ, ມີການຮຽນຮ່ວມ ແລະຮັບປະກັນມີປະສິດທິຜົນໃນການຮຽນສໍາລັບທຸກຄົນ; ສືບຕໍ່ສືບລ້າງທຸກຮູບແບບການນໍາໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງທຸກຄົນ ໃນທີ່ ສາທາລະນະ ແລະທີ່ສ່ວນຕົວ, ລວມທັງການຄ້າມະນຸດ, ຢຸດຕິການໃຊ້ແຮງງານເດັກເກີນຂອບເຂດທຸກຮູບແບບ, ຕ້ອງເອົາໃຈໃສ່ໃນການສະໜອງນໍ້າ, ການສະໜອງອາຫານທ່ຽງ ໃນໂຮງຮຽນ, ການບໍລິການສຸຂະພາບ ແລະວິດຖ່າຍ ໃນສະຖານການສຶກສາກ່ອນໄວຮຽນໃຫ້ດີ.

ນອກຈາກນີ້ ຍັງໄດ້ຮັບຊົມການວະແດງສີລະປະ ແລະ ແຂ່ງຂັນກິລາ ຈາກຫຼານນ້ອຍນັກຮຽນຈໍານວນ 8 ລາຍການ,ພ້ອມນີ້ ການນໍາແຂວງ ຍັງໄດ້ຈັດກິດຈະກຳປູກຕົ້ນໄມ້ອ້ອມຮອບເດີ່ນກິລາ ຮ່ວມກັບຫຼານນ້ອຍນັກຮຽນຕື່ມອີກ.

ຂ່າວ-ພາບ: ພຸດທະສອນ

#Medialaos MMD  #Sekong Province

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version