Home ຂ່າວໜ້າໜຶ່ງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງພາກເໜືອປຶກສາຫາລືການປັບປຸງການປະຕິບັດສິດທິແມ່ຍິງ ແລະ ເດັກ

ກະຊວງ ຖວທ ແລະ ພະແນກ ຖວທ ແຂວງພາກເໜືອປຶກສາຫາລືການປັບປຸງການປະຕິບັດສິດທິແມ່ຍິງ ແລະ ເດັກ

0

ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພະນັກງານພະແນກ ຖວທ ແຂວງພາກເໜືອ ແລະ ນະຄອນຫຼວງວຽງຈັນ ໃນການຕິດຕາມ-ກວດກາການຈັດຕັ້ງປະຕິບັດການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນຂອງແມ່ຍິງ-ເດັກນ້ອຍ ໃນວັນທີ 26-27 ທັນວາ ປີ 2022 ກົມແຜນການ ແລະ ການຮ່ວມມືສາກົນ ຂອງກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມສໍາມະນາ ທີ່ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງພະບາງ ໂດຍມີຜູ້ເຂົ້າຮ່ວມທັງຫມົດ 32 ທ່ານ.

ໃນບົດກ່າວເປີດຊຸດສໍາມະນາ ທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ໄດ້ເນັ້ນເຖິງຄວາມສໍາຄັນໃນການຕິດຕາມ-ກວດກາການຈັດຕັ້ງປະຕິບັດການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນຂອງແມ່ຍິງ-ເດັກນ້ອຍ ທ່ານໄດ້ກ່່າວວ່າ: “ການຍົກສູງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພະນັກງານໃນການຕິດຕາມ-ກວດກາການຈັດຕັ້ງປະຕິບັດການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນຂອງແມ່ຍິງ-ເດັກນ້ອຍ ແລະ ວຽກງານການຮ່ວມມືສາກົນ ເປັນວຽກງານໜຶ່ງໃນແຜນບຸລິມະສິດການພັດທະນະນາແບບຍືນຍົງຂອງອົງການສະຫະປະຊາຊາດ ແລະ ກໍເປັນວຽກເສນາທິການຂອງຂະແໜງການ ຖວທ ທີ່ມີຄວາມໝາຍຄວາມສໍາຄັນ.”

ທ່ານຍັງໄດ້ກ່າວເຖິງວັດຖຸປະສົງຂອງກອງປະຊຸມ “ເພື່ອທົບທວນຄືນ ແລະ ເຜີຍແຜ່ການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວ, ກົມແຜນການ ແລະ ການຮ່ວມມືສາກົນ, ກະຊວງ ຖວທ ໃນນາມເປັນຈຸດປະສານງານໃນການເຜີຍແຜ່ຂໍ້ມູນຂ່າວສານການຮ່ວມມືກັບອົງການຈັດຕັ້ງສາກົນ ແລະ ໃນນາມຈຸດປະສານງານວຽກງານລວມສູນປະຕູດຽວ ວຽກງານຮ່ວມມືສາກົນ ຂອງກະຊວງ ຖວທ, ຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນ ໂດຍຮ່ວມມືກັບອົງການ UNICEF ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານການພັດທະນາຊີວິດການເປັນຢູ່ຂອງແມ່ຍັງ-ເດັກນ້ອຍ ແລະ ສິດທິເດັກເປັນວຽກທີ່ນອນຢູ່ໃນແຜນງານການຮ່ວມມື ລະຫວ່າງອົງການ UNICEF ແລະ ລັດຖະບານ ສປປລາວ ສົກປີ 2022-2026 ຄຽງຄູ່ກັນນັ້ນ, ກໍເພື່ອເຜີຍແຜ່ວຽກງານແຜນການ ແລະ ການຮ່ວມມືສາກົນ, ຊຶ່ງເປັນເປັນວຽກເສນາທິການ ຂອງຂະແໜງການ ຖວທ ທີ່ການປະກອບສ່ວນຊຸກຍູ້ ແລະ ສົ່ງເສີມບົດບາດ ຂອງ ສປປ ລາວ ຕໍ່ເວທີສາກົນ ເວົ້າລວມ, ເວົ້າສະເພາະແມ່ນການສ້າງສາຍສໍາພັນອັນດີງາມ ແລະ ສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ໃນການຮ່ວມມືກັບບັນດາປະເທດເພື່ອນມິດໃນທົ່ວໂລກໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”.

ທ່ານໄດ້ກ່າວຕື່ມໄປວ່າ: ວຽກງານການຮ່ວມມືສາກົນໄດ້ຊ່ວຍໃຫ້ພວກເຮົາສາມາດຄົ້ນຄ້ວາຍາດແຍ່ງການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແລະ ທຶນຮອນ ປະກອບສ່ວນພັດທະນາວຽກງານ ຖວທ ຂອງ ສປປ ລາວ. ໃນກອງປະຊຸມຈະໄດ້ຮັບຟັງ-ແລກປ່ຽນ ການນຳສະເໜີຈຳນວນ 06 ຫົວຂໍ້ ໂດຍຜູ້ຕາງໜ້າພະແນກທີ່ກ່ຽວຂ້ອງ ໃນກະຊວງ ຖວທ ປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບການປ້ອງກັນສິດຂອງແມ່ຍິງ ແລະ ເດັກ, ວຽກງານສື່ມວນຊົນ ແລະ ສິດທິເດັກ, ກົນໄກການປະຕິບັດງານວຽກງານຮ່ວມມືສາກົນ ພາຍໃຕ້ 03 ຂອບການຮ່ວມມື ແລະ ການວາງແຜນການຮ່ວມມືກັບຕ່າງປະເທດໃນຂະແໜງ ຖວທ. ແລະ ທ່ານໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມຈົ່ງເອົາໃຈໃສ່ປະຕິບັດວຽກງານເພື່ອສົ່ງເສີມສິດທິຂອງແມຍິງ ແລະ ເດັກໃຫ້ມີປະສິດຕິຜົນກວ່າເກົ່າ.

ໂດຍຕາງຫນ້າໃຫ້ອົງການຢູນີເຊັບ ທ່ານ ຕະບອງເພັດ ພຸດທະວົງ ຜູ່ຊ່ຽວຊານວຽກງານໂຄສະ ນາ ແລະ ສື່ສານມວນຊົນ ຂອງອົງການຢູນີເຊັບ ໄດ້ເນັ້ນວ່າ: ສປປລາວ ​​ໄດ້​ໃຫ້​ສັດຕະຍາບັນ​ຕໍ່​ ສົນທິສັນຍາ​ວ່າ​ດ້ວຍ​ສິດທິ​ເດັກຂອງ​ອົງການ​ສະຫະ​ປະຊາ​ຊາດ (ສສດ) ​ໃນ​ວັນ​ທີ 8 ພຶດສະພາ 1991. ດັ່ງນັ້ນ ອົງການຢູນີເຊັບ ແມ່ນຖືວຽກງານການການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ຂອງແມ່ຍິງ-ເດັກນ້ອຍ ເປັນຫນຶ່ງໃນວຽກງານບູລິມະສິດຂອງການມີສ່ວນຮ່ວມມື ລະຫວ່າງລັດຖະບານລາວ ແລະ ອົງການຢູນີເຊັບ.

“ເພື່ອສະຫນັບສະຫນູນການປະຕິບັດສົນທິສັນຍາ​ວ່າ​ດ້ວຍ​ສິດທິ​ເດັກຂອງ​ອົງການ​ສະຫະ​ປະຊາ​ຊາດ (ສສດ) ອົງການຢູນີເຊັບ ໄດ້ເຮັດວຽກຢ່າງໄກ້ສິດກັບລັດຖະບານ ສປປລາວ ແລະ ໄດ້ໃຫ້ການຊ່ວຍເຫລືອທາງດ້ານງົບປະມານ ແລະ ວິຊາການສະຫນັບສະຫນູນວຽກງານສາທາລະນະສຸກ, ລວມມີວຽກງານໂພສະນາການ, ວຽກງານສັກຢາກັນພະຍາດ, ສຸຂະອະນາໄມ ແລະ ນໍ້າສະອາດ ນອກນີ້ຍັງຊ່ວຍດ້ານສຶກສາ, ປົກປ້ອງເດັກ ແລະ ດ້ານອື່ນໆ. ໃນຊ່ວງການແຜ່ລະບາດຂອງພະ​ຍາດ​ໂຄວິດ-19, ອົງການຢູນີເຊັບ ກໍ່ໄດ້ຊ່ວຍເຫລືອລັດຖະບານລາວ ໃນການຈັດຫາວັກຊິນ ແລະ ໂຄສະນາໃຫ້ຄວາມຮູ້ເພື່ອຄວບຄຸມ ແລະ ປ້ອງກັນພະຍາດດັ່ງກ່າວ”.

ທ່ານຍັງໄດ້ກ່າວວ່າ: ໃນໄລຍະຊຸມປີຜ່ານມາ ໂດຍການສະຫນັບສະຫນູນຈາກອົງການຢູນີເຊັບ ແລະ ຄູ່ຮ່ວມພັດທະນາອື່ນໆ ​ລັດຖະບານ ສປປລາວ ໄດ້ມີຜົນ​ສໍາ​ເລັດ​ອັນສໍາຄັນ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ກອບ​ນິຕິ​ກໍາ ​ແລະ ນະ​ໂຍບາຍ​ຕ່າງໆ ​ເພື່ອ​ປັບປຸງການເປັນຢູ່ທີ່ດີຂອງແມ່ຍິງ ແລະ ເດັກ ໂດຍສະເພາະປົກ​ປ້ອງ​ເດັກ​ຈາກ​ທຸກ​ຮູບ​ແບບ​ຂອງ​ການ​ໃຊ້​ຄວາມ​ຮຸນ​ແຮງ. ໄດ້ສ້າງແຜນດຳເນີນງານແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ 2014-2020 ຊຶ່ງກວມເອົາການແກ້ໄຂທຸກຮູບແບບການໃຊ້ຄວາມຮຸນແຮງຢູ່ໃນທຸກສະຖານທີ່ ແລະ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮນແຮງຕໍ່ແມ່ຍິງ ແລະ ເດັກ,  ຊຶ່ງກວມເອົາການລົງໂທດທາງອາຍາຕໍ່ການບັງຄັບ ແລະ ການຄ້າປະເວນີ, ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດໃນປີ 2016 ແລະ ອື່ນໆ ທ່ານໄດ້ເນັ້ນວ່າ: ອົງການຢູນີເຊັບ ຍັງຈະສືບຕໍ່ໃຫ້ການສະຫນັບສະຫນູນ ກະຊວງ ຖວທ ໃນການໂຄສະນາສົ່ງເສີມສິດທິແມ່ຍິງ ແລະ ເດັກ.

ທ່ານໄດ້ກ່າວເຖິງບັນດາຄໍາຫມັ້ນສັນຍາ ຂອງບັນດາຮອງເຈົ້າແຂວງໃນທົ່ວປະເທດ ເນື່ອງໃນໂອກາດວັນເດັກໂລກ 2022 ໃນວັນທີ 18 ພະຈິກ 2022 ບັນດາຮອງເຈົ້າແຂວງທັງ 17 ແຂວງ ແລະ ນະຄອນຫຼວງ ຂອງ ສປປລາວ ໄດ້ພົບປະເພື່ອສົນທະນາກັບເດັກນ້ອຍ ແລະ ໄວໜຸ່ມ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ, ວິໄສທັດສຳລັບຄົນລາວລຸ້ນປີ 2030, ເປົ້າຫມາຍການພັດທະນາແບບຍືນຍົງ 1.2 ຫລື SDG 1.2 ແລະ ເປົ້າໝາຍໃນການຫຼຸດຜ່ອນລະດັບຄວາມທຸກຍາກໃນຫຼາຍມິຕິຂອງເດັກໃຫ້ຫຼຸດລົງເຄິ່ງໜຶ່ງ ພາຍໃນປີ 2030. ໃນກອງປະຊຸມຮອງເຈົ້າແຂວງທັງ 17 ແຂວງ ແລະ ນະຄອນຫຼວງ ແລະ ຄະນະກຳມະການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ສືບຕໍ່ຄໍາໝາຍໝັ້ນໃນການຫຼຸດຜ່ອນອັດຕາຂອງເດັກຕໍ່າກວ່າ 5 ປີ ທີ່ຂາດສານອາຫານແບບລວງສູງຫຼຸດມາດຕະຖານ (ເຕ້ຍ) ແລະ ເດັກຂາດສານອາຫານແບບກະທັນຫັນ (ຈ່ອຍ); ເພີ່ມຈໍານວນເດັກນ້ອຍທີ່ມີອາຍຸຕໍ່າກວ່າ 1 ປີ ໃຫ້ໄດ້ຮັບການສັກວັກຊີນປ້ອງກັນພະຍາດຕ່າງໆຢ່າງຄົບທ້ວນ; ເພີ່ມຈໍານວນເມືອງ ແລະ ບ້ານໃນທົ່ວປະເທດທີ່ສາມາດຢຸດຕິການຖ່າຍຊະຊາຍ; ເພີ່ມທະວີໂອກາດ ແລະ ເວທີການສໍາລັບເດັກໃນການມີສ່ວນຮ່ວມໃນການຕັດສິນໃຈທີ່ສົ່ງຜົນຕໍ່ຊີວິດການເປັນຢູ່ຂອງພວກເຂົາ; ຮ່ວມມືກັບຄູ່ຮ່ວມພັດທະນາໂດຍການມີສ່ວນຮ່ວມຢ່າງຫ້າວຫັນ ຂອງເດັກນ້ອຍໃນການຈັດຕັ້ງປະຕິບັດມາດຕະການຫຼຸດຜ່ອນ ແລະ ການປັບຕົວຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ. ກອງປະຊຸມສໍາມະນາການຍົກສູງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາພະນັກງານ ຢູ່ພະແນກ ຖວທ ຍັງຈະໄດ້ຈັດຂື້ນທີ່ແຂວງສະຫວັນນະເຂດ ໃຫ້ບັນດາແຂວງພາກກາງ ແລະ ພາກໃຕ້ ໃນທ້າຍເດືອນມັງກອນ ປີ 2023.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version