Home ຂ່າວຕ່າງປະເທດ ຈີນຈັດກອງປະຊຸມວຽກງານຊົນນະຊົດຂັ້ນສູນກາງ ວາງແຜນເລັ່ງລັດສ້າງປະເທດເຂັ້ມແຂງດ້ານກະສິກຳ

ຈີນຈັດກອງປະຊຸມວຽກງານຊົນນະຊົດຂັ້ນສູນກາງ ວາງແຜນເລັ່ງລັດສ້າງປະເທດເຂັ້ມແຂງດ້ານກະສິກຳ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ລະຫວ່າງວັນ ທີ 23-24 ທັນວາຜ່ານມານີ້, ກອງປະຊຸມວຽກງານຊົນນະຊົດຂັ້ນສູນກາງຈີນ ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ເພື່ອວາງແຜນວຽກງານກ່ຽວກັບການ ສ້າງປະເທດເຂັ້ມແຂງດ້ານກະສິກຳ, ເລັ່ງລັດຊຸກຍູ້ການຫັນກະສິກຳ ແລະ ຊົນນະບົດເປັນທັນສະໄໝ, ຊຸກຍູ້ການພັດທະນາຊົນນະລົດໃຫ້ຈະເລີນ ຮຸ່ງເຮືອງຢ່າງຮອບດ້ານ, ແລະວຽກງານອື່ນໆ.

ໃນກອງປະຊຸມດັ່ງກ່າວ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວເນັ້ນ ວ່າ: ປະເທດເຂັ້ມແຂງດ້ານກະສິກຳແມ່ນພື້ນຖານຂອງປະເທດສັງຄົມນິຍົມ ທີ່ທັນສະໄໝ ແລະເຂັ້ມແຂງ, ການຕອບສະໜອງຕາມຄວາມຕ້ອງການ ຂອງປະຊາຊົນທີ່ມີຕໍ່ຊີວິດການເປັນຢູ່ອັນດີງາມ, ບັນລຸການພັດທະນາທີ່ມີ ຄຸນນະພາບສູງ, ຮັດແໜ້ນພື້ນຖານຂອງຄວາມໝັ້ນຄົງແຫ່ງຊາດ, ລ້ວນ ແຕ່ບໍ່ສາມາດປາສະຈາກການພັດທະນາກະສິກຳໄດ້. ການສ້າງປະເທດເຂັ້ມ ແຂງດ້ານກະສິກຳຕ້ອງຢູ່ບົນພື້ນຖານສະພາບຄວາມເປັນຈິງຂອງປະເທດ ຈີນ, ເອກະລັກຊັບພະຍາກອນທີ່ມີປະຊາກອນຫລາຍແຕ່ມີທີ່ດິນໜ້ອຍ, ພື້ນຖານປະຫວັດສາດແຫ່ງອະລິຍະທຳການປູກຝັງ, ຄວາມຕ້ອງການແຫ່ງ ຍຸກສະໄໝທີ່ມະນຸດກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກັນ, ເດີນຕາມ ເສັ້ນທາງຂອງຕົນ, ບໍ່ລອກຮຽນແບບຮູບການສ້າງປະເທດເຂັ້ມແຂງດ້ານ ກະສິກຳທີ່ທັນສະໄໝຈາກຕ່າງປະເທດຢ່າງງ່າຍດາຍ. ຕ້ອງອາໄສກຳລັງ ແຮງຂອງຕົນເພື່ອກຳແໜ້ນຖ້ວຍເຂົ້າຂອງຕົນ, ພັດທະນາກະສິກຳແບບ ກາກບອນຕ່ຳ, ຊຸກຍູ້ຄວາມຮັ່ງມີຮ່ວມກັນຢ່າງໜັກແໜ້ນ.

ທ່ານ ສີຈິ້ນຜິງ ກ່າວເນັ້ນຕື່ມວ່າ: ການຮັບປະກັນການສະໜອງສະບຽງ ອາຫານ ແລະຜະລິດຕະພັນກະສິກຳປະເພດສຳຄັນຢ່າງໝັ້ນຄົງ ແລະປອດ ໄພແມ່ນວຽກສຳຄັນອັນດັບໜຶ່ງໃນການສ້າງປະເທດເຂັ້ມແຂງດ້ານກະສິກຳຢ່າງສະເໝີຕົ້ນສະເໝີປາຍ.

ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ການຊຸກຍູ້ການພັດທະນາຊົນນະບົດໃຫ້ ຈະເລີນຮຸ່ງເຮືອງຢ່າງຮອບດ້ານແມ່ນໜ້າທີ່ສຳຄັນໃນການສ້າງປະເທດເຂັ້ມແຂງດ້ານກະສິກຳໃນຍຸກໃໝ່, ການນຳໃຊ້ແຮງຄົນ, ຈັດສັນວັດຖຸ ແລະການ ຮັບປະກັນດ້ານການເງິນຕ້ອງຍ້າຍມາສູ່ການພັດທະນາຊົນນະບົດໃຫ້ຈະ ເລີນຮຸ່ງເຮືອງ. ການປັບປຸງ ແລະຂະຫຍາຍໝາກຜົນຂອງການລຶບລ້າງ ຄວາມທຸກຍາກແມ່ນໜ້າທີ່ຂັ້ນພື້ນຖານສຳລັບການພັດທະນາຊົນນະບົດ ໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານ, ຕ້ອງເຊື່ອມສານນະໂຍບາຍຊ່ວຍເຫລືອ ຜູ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະເຂດຫລຸດພົ້ນອອກຈາກຄວາມ ທຸກຍາກໃຫ້ດີ, ຈັດຕັ້ງປະຕິບັດມາດຕະການທີ່ກ່ຽວຂ້ອງຢ່າງມີປະສິດທິຜົນ, ເດັດດ່ຽວປ້ອງກັນບໍ່ໃຫ້ເກີດມີປາກົດການທີ່ທົ່ວບ້ານ ຫລື ທົ່ວຕາແສງ ຕົກຢູ່ໃນຄວາມທຸກຍາກຄືນໃໝ່. ຕ້ອງຍຶດໝັ້ນຖືເອົາການໃຫ້ກະສິກອນ ມີລາຍຮັບເພີ່ມຂຶ້ນເປັນໜ້າທີ່ໃຈກາງໃນວຽກງານ “ກະສິກຳຊົນນະບົດ ແລະ ກະສິກອນ”,ຊອກທຸກວິທີທາງເພື່ອເປີດກວ້າງຊ່ອງທາງໃຫ້ ກະສິກອນມີລາຍຮັບເພີ່ມຂຶ້ນ.

ທ່ານ ສີຈິ້ນຜິງ ກ່າວເນັ້ນອີກວ່າ: ການສ້າງຊົນນະບົດທີ່ໜ້າຢູ່ ໜ້າທຳ ມາຫາກິນ ແລະບ້ານຊົນນະບົດທີ່ສວຍງາມ ແມ່ນສິ່ງທີ່ຄວນມີໃນການສ້າງ ປະເທດເຂັ້ມແຂງດ້ານກະສິກຳ. ຕ້ອງຊຸກຍູ້ການຫັນກະສິກຳ ແລະຊົນນະບົດ ເປັນທັນສະໄໝຢ່າງເປັນເອກະພາບກັນ, ຈັດຕັ້ງປະຕິບັດການເຄື່ອນໄຫວ ສ້າງສາຊົນນະບົດໃຫ້ດີ, ໂດຍສະເພາະ ຕ້ອງເລັ່ງລັດການສ້າງພື້ນຖານ ໂຄງລ່າງບໍລິການສາທາລະນະ ດ້ານການປ້ອງກັນພະຍາດ, ລ້ຽງດູຜູ້ເຖົ້າ, ການສຶກສາ, ການປິ່ນປົວ ແລະອື່ນໆ, ຍົກລະດັບພື້ນຖານໂຄງລ່າງໃນ ຊົນນະບົດໃຫ້ຄົບຖ້ວນກວ່າເກົ່າ, ການບໍລິການສາທາລະນະ ມີຄວາມສະ ດວກກວ່າເກົ່າ, ສະພາບແວດລ້ອມທີ່ຢູ່ອາໄສມີຄວາມສະດວກສະບາຍ ກວ່າເກົ່າ, ເຮັດໃຫ້ກະສິກອນສາມາດດຳລົງຊີວິດທີ່ມີຄວາມສິວິໄລ ແລະ ຄວາມທັນສະໄໝຢູ່ກັບທີ່.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version