Home ຂ່າວຕ່າງປະເທດ ສ້າງຊີວິດອັນດີງາມຈາກການຈັກສານເຄື່ອງໄມ້ໄຜ່

ສ້າງຊີວິດອັນດີງາມຈາກການຈັກສານເຄື່ອງໄມ້ໄຜ່

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ບ້ານລານໂກ່ ເມືອງຊິ່ງເຊີນ ແຂວງເສສວນ ຂອງຈີນ, ເມື່ອ 10 ປີກ່ອນຍັງເປັນກຸ່ມບ້ານ ເກົ່າແກ່ຫລ້າຫລັງ, ແຕ່ມາຮອດປັດຈຸບັນ, ຊາວບ້ານໄດ້ກ້າວຂຶ້ນສູ່ເສັ້ນທາງ ແຫ່ງຄວາມຮັ່ງມີ ໂດຍອາໄສອຸດສາຫະກຳຈັກສານເຄື່ອງໄມ້ໄຜ່, ແລະໄດ້ສ້າງ ເປັນບ້ານແບບສວນດອກໄມ້ທີ່ໜ້າຢູ່ ໜ້າທ່ຽວ ແລະ ໜ້າທຳມາຫາກິນ. ຫວ່າງບໍ່ດົນມານີ້, ງານວາງສະແດງອຸດສາຫະກຳໄມ້ໄຜ່ສາກົນຈີນ ໄດ້ຈັດຂຶ້ນຢູ່ທີ່ແຫ່ງນີ້.

ຢູ່ບ້ານລານໂກ່, ການຈັກສານໄມ່ໄຜ່ໄດ້ມີປະຫວັດມາແຕ່ດົນນານແລ້ວ, ທຸກໆຄອບຄົວລ້ວນແຕ່ຮູ້ຈັກສານເຄື່ອງໃຊ້ເຂົ້າໃນການຜະລິດ ແລະການ ດຳລົງຊີວິດດ້ວຍໄມ້ໄຜ່. ທ່ານ ເສີນຢຸນຮວາ ຜູ້ສືບທອດສີມື “ຈັກສານໄມ້ໄຜ່ຊິ່ງເຊີນ” ທີ່ເປັນມໍລະດົກວັດທະນະທຳນາມມະທຳລະດັບ ຊາດຈີນ ກ່າວວ່າ: ໄມ້ໄຜ່ລົດໜຶ່ງທີ່ເປັນວັດຖຸດິບມີມູນຄ່າບໍ່ເທົ່າໃດພັນ ຢວນ, ແຕ່ຫລັງຈາກຜະລິດເປັນເຄື່ອງໃຊ້ໃນເຮືອນ ແລະເຄື່ອງຫັດຖະກຳ ແລ້ວຈະມີມູນຄ່າເພີ່ມຂຶ້ນຫລາຍກວ່າ 10 ເທົ່າ, ທັງເຊື່ອມໂຍງເຂົ້າກັບ ຕະຫລາດ, ດັ່ງນັ້ນຈຶ່ງສາມາດສືບທອດສີມືຂອງບັນພະບຸລຸດຕໍ່ໆໄປທຸກ ເຊັ່ນຄົນ.

ປັດຈຸບັນ, ທ່ານ ເສີນຢຸນຮວາ ບໍ່ພຽງແຕ່ສອນສີມືຈັກສານເຄື່ອງໄມ້ໄຜ່ ໃຫ້ແກ່ຄອບຄົວຂອງລາວເທົ່ານັັ້ນ, ຍັງໄດ້ຖ່າຍທອດໃຫ້ທົ່ວສັງຄົມນໍາອີກ. ຫລັງຈາກຊ່າງຈັກສານເຄື່ອງໄມ້ໄຜ່ໄດ້ຮັບການສືບທອດ ແລະປະດິດສ້າງ ໃໝ່ຢ່າງບໍ່ຢຸດຢັ້ງ, ສີມືຈັກສານເຄື່ອງໄມ້ໄຜ່ຊິ່ງເສີນ ໄດ້ຈັດເຂົ້າເປັນມໍລະດົກ ວັດທະນະທຳນາມມະທຳລະດັບຊາດ ໃນປີ 2008, ປັດຈຸບັນໄດ້ກາຍເປັນ ອຸດສາຫະກຳຫລັກຂອງບ້ານຊິ່ງເຊີນແລ້ວ.

ປັດຈຸບັນນີ້, ວິສາຫະກິດຈັກສານໄມ້ໄຜ່ ແລະວັດທະນະທຳໄມ້ໄຜ່ ຂະໜາດໃຫຍ່ຂອງບ້ານລານໂກ່ ມີເຖິງ 30 ກວ່າແຫ່ງ, ຜູ້ປະກອບການ ອຸດສາຫະກຳໄມ້ໄຜ່ ມີເກືອບ 2.000 ຄົນ, ຮ້ານຈຳໜ່າຍເຄື່ອງຫັດຖະກຳ ໄມ້ໄຜ່ ມີເກືອບ 100 ຮ້ານ, ມູນຄ່າຜະລິດອຸດສາຫະກຳໄມ້ໄຜ່ທົ່ວບ້ານມີເຖິງ 45 ລ້ານຢວນຕໍ່ປີ. ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ.

ບ້ານລານໂກ່ ໄດ້ອີງໃສ່ຊື່ສຽງດ້ານວັດທະນະທຳຈັກສານໄມ້ໄຜ່, ສຸມໃສ່ສ້າງ ທິວທັດໄມ້ໄຜ່, ພັດທະນາການທ່ອງທ່ຽວຊົນນະບົດ, ເປີດກວ້າງຊ່ອງທາງ ສ້າງລາຍຮັບໃຫ້ແກ່ຊາວບ້ານ. ທິວທັດປ່າໄມ້ໄຜ່ໄດ້ກາຍເປັນທິວທັດທີ່ມີ ເອກະລັກຂອງຊົນນະບົດແຫ່ງນັ້ນ. ບ້ານລານໂກ່ ທີ່ເກົ່າແກ່ຫລ້າຫລັງເມື່ອ 10 ປີກ່ອນ, ໄດ້ກາຍມາເປັນຊົນນະບົດທີ່ສວຍງາມ, ພ້ອມທັງກາຍເປັນ ແຫລ່ງທ່ອງທ່ຽວທີ່ມີຊື່ສຽງແລ້ວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version