Home ຂ່າວໜ້າໜຶ່ງ ທ່ຽວແຫລ່ງໄຫຫີນມໍລະດົກໂລກ ແຫລ່ງຄຸນຄ່າທີ່ແທ້ຈິງຂອງມໍລະດົກ

ທ່ຽວແຫລ່ງໄຫຫີນມໍລະດົກໂລກ ແຫລ່ງຄຸນຄ່າທີ່ແທ້ຈິງຂອງມໍລະດົກ

0

ເມື່ອເອີ່ຍເຖິງເມືອງຊຽງຂວາງແລ້ວ, ທຸກທ່ານຍ່ອມຮູ້ດີວ່າເປັນດິນແດນທີ່ຕິດພັນກັບໄຫຫີນ ຫລື ທົ່ງໄຫຫີນ ແລະ ທີ່ພູມໃຈເປັນທີ່ສຸດຄື ຊື່ສຽງໄດ້ໂດ່ງດັງໄປທົ່ວໂລກ. ແນວໃດກໍດີ, ໄຫຫີນ ຍັງຄົງເປັນເລຶ່ອງປິດສະໜາບໍ່ວ່າຈະເປັນການຍັງບໍ່ທັນຮູ້ວ່າຜະລິດຂຶ້ນໄລຍະໃດ, ໃຜຜະລິດ ແລະ ຜະລິດເພື່ອຫຍັງ, ແຕ່ປະຊາ ຊົນລາວຈຳນວນບໍ່ໜ້ອຍຍັງຄົງເຊື່ອວ່າ: ໄຫຫີນ ຜະລິດຂຶ້ນໃນຍຸກຂຸນເຈືອງ, ຜະລິດຂຶ້ນເພື່ອມ່າເຂົ້າເຮັດເຫລົ້າ ໄວ້ລ້ຽງໄພ່ພົນ ໃນໂອກາດສະຫລອງໄຊຊະນະຈາກພວກລາວແມນ.

ເປັນເວລາຫລາຍປີທີ່ນັກບູຮານວິທະຍາທັງພາຍໃນ ແລະ ຕ່າງປະເທດໄດ້ສຳຫລວດ ແລະ ສັນນິຖານ ຊຶ່ງເປັນການໄຂປິດສະໜາແຈ້ງອອກວ່າ: ອາດຈະຜະລິດເມື່ອ 2.500 ຫາ 3.000 ກວ່າປີຜ່ານມາຫລັງການເຈາະຫີນກ້ອນໃຫຍ່ໃນຍຸກໂລຫະທອງເຫລືອງ “ສຳລິດ” ແລະ ໂລຫະເຫລັກ ຊຶ່ງເປັນສະໄໝທີ່ມະນຸດເຮົາຮູ້ນຳໃຊ້ເຫລັກເຮັດເຄຶ່ອງມືຜະລິດ ແລະ ເຄຶ່ອງເອ້ຢ້ອງຫລາຍຊະນິດບໍ່ວ່າຈະເປັນສຽມ, ຂວານ, ສິ່ວ, ປອກແຂນ ແລະ ອື່ນໆ. ຈາກຄົ້ນກວ່າ 85 ແຫ່ງທີ່ກະແຈກກະຈາຍຕາມເນີນພູ-ສັນພູຕ່າງໆ ພົບໄຫຫີນຫລາຍກວ່າ 2.100 ໜ່ວຍ ບາງແຫລ່ງມີໜ້ອຍ-ຫລາຍ, ໃຫຍ່-ນ້ອຍແຕກຕ່າງກັນ. ແນວໃດກໍດີລັດຖະບານ ສປ ປ ລາວ ໄດ້ກຳນົດເອົາ 11 ແຫລ່ງໂດຍມີໄຫຫີນ 1.325 ໜ່ວຍທີ່ເປັນຕົວແທນໃຫ້ແກ່ແຫລ່ງໄຫຫີນຕ່າງໆຢູ່ 4 ເມືອງຄືເມືອງແປກ, ເມືອງຜາໄຊ, ເມືອງພູກູດ ແລະ ເມືອງຄຳ ສະເໜີເຂົ້າເປັນມໍລະດົກໂລກ. ເອົາ ເປັນວ່ານັບແຕ່ເຂົ້າເປັນມໍລະດົກ, ຄົນທົ່ວໂລກຕ່າງຫລັ່ງໄຫລເຂົ້າມາສຳພັດຄວາມມະຫັດສະຈັນຂອງແຫລ່ງໄຫຫີນຢູ່ເມືອງແປກບໍ່ວ່າຈະເປັນໄຫຫີນ 1 ບ້ານນາໂອທີ່ຕັ້ງຢູ່ເຂດຮາບພຽງແລະສວຍສົດງົດງາມເຖິງ 334 ໜ່ວຍ, ໄຫຫີນ 12 ແລະ 52 ຕັ້ງຢູ່ສັນພູໃກ້ບ້ານຜາ ມີ 436 ໜ່ວຍທີ່ຄວັດເຈາະຢ່າງປານີດງົດງາມ, ໄຫ ຫີນ 21 ພູເກັງ ບ້ານຄັງໜອງຫຼວງ ທີ່ເປັນແຫຼ່ງຜະລິດໄຫຫີນໃຫຍ່ກວ່າໝູ່, ແຫຼ່ງໄຫຫີນຢູ່ເມືອງຜາໄຊກໍມີ3 ຈຸດ ຄືໄຫຫີນ 2 ບ້ານນາໂຄ້ຕັ້ງ, ໄຫຫີນ 3 ບ້ານຊຽງດີ, ໄຫຫີນ 8 ຢູ່ຮ່ອມພູທາງທິດໃຕ້ຂອງໄຫຫີນ 3, ສ່ວນໄຫຫີນຢູ່ເມືອງພູກູດກໍມີໄຫຫີນ 25 ບ້ານສອງຮັກ, ໄຫຫີນ 28 ບ້ານນາຄວນ ແລະ ແຫລ່ງສຸດທ້າຍຢູ່ເມືອງຄຳປະກອບມີໄຫຫີນ 23 ບ້ານນໍ້າຮົ່ມໃກ້ບໍ່ນໍ້າອຸ່ນ, ໄຫຫີນ 42 ບ້ານຊາງ(ສັນພູຊ້າງ). ເຖິງວ່າມີຊື່ສຽງໂດ່ງດັງ, ແຕ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດບໍ່ສາມາດເດີນທາງມາທ່ຽວຊົມໄດ້ເນື່ອງຈາກການລະບາດພະຍາດໂຄວິດ-19. ແນວໃດກໍດີພາຍຫລັງລັດຖະບານຜ່ອນຜັນມາດຕະການປ້ອງກັນໂຄວິດ-19 ມານີ້ເຮັດໃຫ້ການທ່ອງທຽວປະເທດເຮົາເລີ່ມຄຶກຄັກໂດຍສະເພາະການທອງທ່ຽວແຂວງຊຽງຂວາງ ຍິ່ງຕອນກະກຽມ ແລະ ຕອນເປີດຊຽງຂວາງເກມ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຫລັ່ງໄຫລມາທ່ຽວສະຖານທີ່ທ່ອງທ່ຽວພາຍໃນແຂວງ ຊຶ່ງໜຶ່ງໃນນີ້ກໍຄືແຫລ່ງໄຫຫີນມໍລະດົກໂລກໂດຍເຫັນໄດ້ໃນ 11 ເດືອນປີນີ້ມີນັກທ່ອງທ່ຽວເຂົ້າມາ 43 ພັນກວ່າຄົນ ຊຶ່ງຕາມສະຖິຕິຂອງຫ້ອງການມໍລະດົກໂລກໄຫຫີນ ເປີດເຜີຍວ່າ: ຈາກເດືອນມັງກອນ ທີ່ມີນັກທ່ອງທ່ຽວລາວ 2.940 ຄົນ, ຕ່າງປະເທດ 40 ຄົນ, ແຕ່ມາຮອດເດືອນພະຈິກມີເຖິງ 5.200 ຄົນ, ຕ່າງປະເທດ 900 ຄົນ ນີ້ຄືສັນຍານຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ແຫລ່ງໄຫຫີນມໍລະດົກໂລກ ສ້າງຄວາມພູມໃຈໃຫ້ແກ່ຄົນລາວເຮົາ ແລະ ສ້າງຄວາມປະທັຍໃຈໃຫ້ແກ່ນັກທອງທຽວຕ່າງປະເທດ ຫລາຍຂຶ້ນ.

ຊື່ສຽງ ແລະ ພາບພົດຂອງປະເທດລາວກໍຄືແຂວງຊຽງຂວາງ ກັນມາໂດ່ງດັງໄປທົ່ວໂລກອີກເທື່ອໜຶ່ງ ສາ ມາດເຮັດໃຫ້ແຂກຄົນທຸກສາລະທິດສົນໃຈມາທ່ຽວຊົມນັບມື້ເພີ່ມຂຶ້ນ, ການເປັນມໍລະດົກໂລກໄດ້ຊຸກຍູ້ອຸດສາ ຫະກຳການທ່ອງທ່ຽວດ້ານວັດທະນະທຳ ແລະ ທຳມະຊາດທີ່ມີຄຸນຄ່າຍອດຍິ່ງລະດັບໂລກ ຄຸນຄ່າທີ່ແທ້ຈິງຂອງມໍລະດົກ ແລະ ຜົນໄດ້ຈາກການນຳໃຊ້ຄຸນຄ່າຂອງມໍລະດົກດັ່ງກ່າວໄດ້ຢ່າງລົງໂຕ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version