Home ຂ່າວໜ້າໜຶ່ງ ສາວບານເຕະ ນະຄອນຫລວງ ຊະນະ ຈໍາປາສັກ 2-0 ເກັບໄຊຊະນະ 2 ນັດລວດ

ສາວບານເຕະ ນະຄອນຫລວງ ຊະນະ ຈໍາປາສັກ 2-0 ເກັບໄຊຊະນະ 2 ນັດລວດ

0

ທີມບານເຕະຍິງ ນະຄອນຫລວງວຽງຈັນ ລົງສະໜາມນັດທີ 2 ສາມາດເອົາຊະນະ ຈໍາປາສັກ 2-0 ໃນການແຂ່ງຂັນກິລາບານເຕະຍິງ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ ປະຈໍາວັນທີວັນທີ 16 ທັນວາ 2022 ຮອບຄັດເລືອກ ທີ່ສະໜາມໄຊຊະນະ ເມືອງແປກ ແຂວງຊຽງຂວາງ.

ທີມບານເຕະຍິງ ນະຄອນຫລວງວຽງຈັນ ໄດ້ປະຕູຂຶ້ນນໍາ 1-0 ຈາກການຍິງຂອງ ອິນທິດາ ຄູນສີ ນາທີໆ 44, ສ່ວນເຄິ່ງເວລາທີ 2 ນະຄອນຫລວງວຽງຈັນ ຍັງຄຸມເກມໄດ້ເໜືອກວ່າ ກ່ອນທີ່ໄລຍະທ້າຍເກມນາທີໆ 88 ຮຸ່ງ ໄຊສະຫວ່າງ ຈະມາຍິງປະຕູຢໍ້າໄຊຊະນະໃຫ້ກັບ ນະຄອນຫລວງວຽງຈັນ ເອົາຊະນະ ຈໍາປາສັກ 2-0.

ຈາກຜົນດັ່ງກ່າວ ທີມບານເຕະສາວນະຄອນຫລວງວຽງຈັນ ແຊ້ມບານເຕະແຫ່ງຊາດ 2022 ເກັບເພີ່ມເປັນ 6 ຄະແນນຂຶ້ນນໍາຕາຕະລາງຄະແນນລວມ ຫລັງຈາກທີ່ນັດທໍາອິດເອົາຊະນະ ແຂວງຫລວງພະບາງ ແບບຫວຸດວິດ 1-0, ສ່ວນ ຈໍາປາສັກ ເສຍ 2 ນັດລວດ.

ສໍາລັບ ການແຂ່ງຂັນບານເຕະຍິງ ໃນຊຽງຂວາງເກມ ມີພຽງ 4 ພາກສ່ວນເຂົ້າຮ່ວມຄື: ແຂວງຊຽງຂວາງ ເຈົ້າພາບ, ຫລວງພະບາງ, ນະຄອນຫລວງວຽງຈັນ ແລະ ຈຳປາສັກ ໂດຍຮູບແບບການແຂ່ງຂັນພົບກັນໝົດ ແລ້ວຄັດເອົາທີມທີ່ເປັນອັນດັບ 1 ແລະ 2 ມາຊີງຫລຽນຄຳ, ສ່ວນທີ 3 ໄດ້ຫລຽນທອງໄປເລີຍ.

ຂ່າວ-ຮູບ: Larh Creator (ຄໍາສອນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version