Home ຂ່າວໜ້າໜຶ່ງ ຄຈສພ ຍ້ອງຍໍຜົນງານ 5 ປີ ແລະ ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ”

ຄຈສພ ຍ້ອງຍໍຜົນງານ 5 ປີ ແລະ ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ”

0

ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022, ວາງທິດທາງແຜນການ ປະຈຳປີ 2023, ຍ້ອງຍໍຜົນງງານ 5 ປີ (2016-2020) ແລະ ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຮອດປີ 2025 ຂຶ້ນເມື່ອບໍ່ດົນມານີ້ ທີ່ ຄຈສພ ໂດຍການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າ ຄຈສພ, ມີການນຳ ຄຈສພ, ມີພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຂອງ ຄຈສພ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023 ທັງເປັນການທົບທວນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ມະຕິກອງປະຊຸມໃຫຍ່ອົງຄະນະພັກ ຄຈສພ ຄັ້ງທີ IX ແລະ ຄົ້ນຄວ້າເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂົງເຂດວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ໃຫ້ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ ຊຶ່ງໃນປີ 2022 ນີ້ ໄດ້ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະແມ່ນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງຢູ່ບັນດາອົງຄະນະພັກກະຊວງ-ອົງການ ແລະ ທ້ອງຖິ່ນ; ໄດ້ປັບປຸງ ແລະ ສ້າງນິຕິກໍາຈໍານວນໜຶ່ງ; ປັບປຸງພາລະບົດບາດ ແລະ ຫຼຸດກົງຈັກການຈັດຕັ້ງບາງຂະແໜງການ; ແຕ່ຄຽງຄູ່ກັນນັ້ນ ກໍຍັງມີຫຼາຍບັນຫາທີ່ບໍ່ທັນຕອບສະໜອງໄດ້ກັບການເລັ່ງທວງ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງຂອງພັກ-ລັດໃນເງື່ອນໄຂໃໝ່.

ກອງປະຊຸມຄັ້ງນີ້ໄດ້ທົບທວນຄືນບາງບັນຫາທີ່ເປັນຈຸດອ່ອນ-ຂໍ້ຄົງຄ້າງ ມີບັນຫາໃດແດ່ທີ່ບໍ່ທັນໄດ້ເຮັດ ຫຼືວ່າເຮັດບໍ່ທັນສໍາເລັດຕາມແຜນການກໍານົດໄວ້ ຫຼື ໄດ້ເຮັດແຕ່ບໍ່ທັນຄົບຖ້ວນເລິກເຊິ່ງ, ພ້ອມກັນຊອກຫາສາເຫດ ແລະ ປຶກສາຫາລື, ຊອກຫາວິທີການ, ມາດຕະການໃນການຈັດຕັ້ງປະຕິບັດໃນປີຕໍ່ໜ້າ, ແນໃສ່ປັບປຸງກົນໄກລະບົບການເຮັດວຽກ, ການນໍາພາ-ຊີ້ນໍາທີ່ແທດເໝາະກັບການປະຕິບັດວຽກງານຕົວຈິງໃຫ້ດີ ກວ່າເກົ່າ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບ ຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມຢ່າງກົງໄປກົງມາແບບສ້າງສັນ.

ໃນຕອນບ່າຍຂອງວັນດຽວກັນ ໄດ້ມີພິທີຍ້ອງຍໍຜົນງານ 5 ປີ (2016-2020) ແລະ ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ແຕ່ນີ້ຫາປີ 2025 ເພື່ອເປັນການຊຸກຍູ້ໃຫ້ພະນັກງານ-ລັດຖະກອນ ມີຄວາມບຸກບືນຫ້າວຫັນສືບຕໍ່ປະຕິບັດໜ້າທີ່ການເມືອງໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນຢ່າງຈົບງາມ. ຜ່ານຂະບວນດັ່ງກ່າວ ມີພະນັກງານ-ລັດຖະກອນ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ I ຈຳນວນ 10 ທ່ານ ຍິງ 2 ທ່ານ, ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 32 ທ່ານ ຍິງ 6 ທ່ານ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 22 ທ່ານ ຍິງ 5 ທ່ານ, ຫຼຽນກາແຮງງານ ຈຳນວນ 52 ທ່ານ ຍິງ 21 ທ່ານ, ໃບຍ້ອງຍໍລັດຖະບານ ຈຳນວນ 41 ທ່ານ ຍິງ 21 ທ່ານ ແລະ ໃບຍ້ອງຍໍ ຄຈສພ ຈຳນວນ 21 ທ່ານ ຍິງ 7 ທ່ານ.

ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜູ້ທີ່ໄດ້ຮັບການຍ້ອງຍໍ ແລະ ຮຽກຮ້ອງໃຫ້ບັນດາສະຫາຍເຫຼົ່ານັ້ນ ຈົ່ງສືບຕໍ່ເອົາໃຈໃສ່ເປັນແບບຢ່າງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນຍິ່ງກວ່າເກົ່າ, ພ້ອມດຽວກັນ ຍັງຮຽກຮ້ອງໃຫ້ຄະນະພັກ, ຄະນະນຳ ຄຈສພ ຊຸກຍູ້-ຕິດຕາມກໍ່ສ້າງພະນັກງານທີ່ຍັງບໍ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້ຢ່າງໃກ້ຊິດ ເພື່ອເຮັດໃຫ້ເຂົາເຈົ້າກາຍເປັນພະນັກງານທີ່ດີເດັ່ນໃນຕໍ່ໜ້າ ແລະ ເຮັດໃຫ້ຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ແຕ່ນີ້ຫາປີ 2025 ບັນລຸຜົນສຳເລັດຕາມລະດັບຄາດໝາຍ.

ຂ່າວ: ຄຈສພ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version