Home ຂ່າວໜ້າໜຶ່ງ ຮອງເຈົ້າແຂວງຜົ້ງສາລີ ເນັ້ນໃຫ້ຮັກສານ້ຳໃຈນັກກິລາ ສ້າງຜົນງານໃຫ້ບັນລຸເປົ້າໝາຍ ໃນ ຊຽງຂວາງ ເກມ

ຮອງເຈົ້າແຂວງຜົ້ງສາລີ ເນັ້ນໃຫ້ຮັກສານ້ຳໃຈນັກກິລາ ສ້າງຜົນງານໃຫ້ບັນລຸເປົ້າໝາຍ ໃນ ຊຽງຂວາງ ເກມ

0

ທ່ານ ຄໍາເຫຼັກ ໃຈອີສານ ຮອງເຈົ້າແຂວງຜົ້ງສາລີ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມກິລາແຂວງຜົ້ງສາລີ ໄດ້ພົບປະໂອ້ລົມຄະນະນຳ, ຄູຝຶກ ແລະ ນັກກິລາເປຕັງແຂວງຜົ້ງສາລີ ໃນວັນທີ 14 ທັນວາ 2022 ທີ່ສະໜາມກິລາເປຕັງບ້ານໂງຍ ເມືອງແປກ ແຂວງຊຽງຂວາງ ໂອກາດທີ່ເດີນທາງມາເຂົ້າຮ່ວມພິທີເປີດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ.

ໂອກາດດັ່ງກ່າວ, ຄູຝຶກກິລາເປຕັງຍິງ-ຊາຍແຂວງຜົ້ງສາລີ ໄດ້ລາຍງານສະພາບກ່ຽວກັບການເຄື່ອນໄຫວຊິວິດປະຈໍາວັນພາຍໃນສູນ, ການຝຶກຊ້ອມກ່ອນລົງແຂ່ງຂັນ ແລະ ການແຂ່ງຂັນໃນສະໜາມຕົວຈິງ ຊຶ່ງມີທັງຄວາມສະດວກ ແລະ ຂໍ້ຫຍຸ້ງຍາກ ແຕ່ໂດຍລວມແລ້ວຢູ່ພາຍໃນສູນມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບ ແລະ ປອດໄພດີ. ພ້ອມນັ້ນ, ຄະນະຮັບຜິດຊອບຍັງໄດ້ລາຍງານໃຫ້ຮູ້ອີກວ່າ: ສໍາລັບກິລາເປຕັງທີ່ສົ່ງເຂົ້າແຂ່ງຂັນໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ລວມມີ 8 ລາຍການຄື: ດ່ຽວຊາຍ-ຍິງ, ຄູ່ຊາຍ-ຍິງ, ຄູ່ຍິງ-ຊາຍ, ທີມປະສົມຊາຍ 2 ຍິງ 1, ທີມຊຸດຊາຍ ແລະ ຊຸດຕິ້ງຊາຍ. ໃນນັ້ນ, ໄດ້ແຂ່ງຂັນສໍາເລັດແລ້ວ 2 ລາຍການ ຄື: ດ່ຽວຊາຍ-ຍິງ ແລະ ກໍາລັງແຂ່ງຂັນຢູ່ 2 ລາຍການຄື: ຄູ່ຊາຍ-ຍິງ ແລະ 2 ລາຍການຄູ່ຊາຍ-ຍິງ ແມ່ນໄດ້ເຂົ້າຮອບ 8 ທີມທັງສອງແລ້ວ. ຊຶ່ງໃນວັນທີ 15 ທັນວາ 2022 ແມ່ນໄດເ້ແຂ່ງຂັນຮອບ 4 ທີມ ສ່ວນຜົນການແຂ່ງຂັນຈະເປັນແນວໃດນັ້ນຈະລາຍງານໃຫ້ຊາບຕື່ມພາຍຫຼັງ.

ໂອກາດນີ້, ທ່ານ ຄໍາເຫຼັກ ໃຈອີສານ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະນຳ, ຄູຝຶກ ແລະ ນັກກິລາເປຕັງແຂວງຜົ້ງສາລີ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງຄະນະຮັບຜິດຊອບ, ຄະນະຄູຝຶກ ແລະ ນັກກິລາເປຕັງ ລວມທັງນັກກິລາປະເພດອື່ນໆ ທີ່ສາມາດຍາດໄດ້ຫຼຽນລາງວັນມາໃຫ້ກັບແຂວງຜົ້ງສາລີພວກເຮົາໃນຄັ້ງນີ້. ພ້ອມນັ້ນ, ທ່ານຍັງໄດ້ກ່າວອວຍພອນ ແລະ ໃຫ້ກຳລັງໃຈບັນດານັກກິລາທີ່ຈະສືບຕໍ່ແຂ່ງຂັນຈົ່ງຮັກສາສຸຂະພາບ, ຮັກສາຈັນຍາບັນ, ຮັກສານໍ້າໃຈນັກກິລາ ກໍຄືທາດແທ້ຄຸນສົມບັດ ນັບທັງໃນສະໜາມ ແລະ ນອກສະໜາມ, ແຂ່ງຂັນຢ່າງສຸດຄວາມສາມາດຕາມທີ່ໄດ້ຮັບການຝຶກຊ້ອມບວກກັບປະສົບການທີ່ມີ ເພື່ອເປັນການສ້າງກຽດສັກສີໃຫ້ກັບຕົນເອງ-ກົມກອງ, ສ້າງຜົນງານໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ນີ້ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

ຂ່າວໂດຍ: ຄໍາວອນ ສກຂ ຜົ້ງສາລີ (ສຶກສາ, ວິທະຍາສາດ ແລະ ກິລາ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version